ກົນໄກການຮ້ອງທຸກຂອງ ໂຄງການ PIASVC

ໂຄງການ PIASVC  ​ໄດ້​ສ້າງ​ກົນ​ໄກ​ແກ້​ໄຂ​ຄຳ​ຮ້ອງ​ທຸກ​ທີ່​ສາມາດ​ເຂົ້າ​ເຖິງ (GRM), ​ເພື່ອ​ຮັບ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແກ້​ໄຂຂໍ້​ກັງ​ວົນ ​ແລະ ຄຳຮ້ອງທຸກ​ຂອງ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ, ພ້ອມ​ທັງ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ ​ແລະ ເໝາະ​ສົມ​ເພື່ອ​ແກ້​ໄຂ​ໃຫ້​ທັນ​ການ ​ແລະ ມີ​ປະສິດທິ​ຜົນ.

ການຮ້ອງທຸກສາມາດຖືກສົ່ງຜ່ານຊ່ອງທາງຕ່າງໆ, ຖ້າຜູ້ໃດຜູ້ໜຶ່ງເຊື່ອວ່າໂຄງການມີຜົນກະທົບທາງລົບຕໍ່ຊຸມຊົນ (ເຊັ່ນ: ໂຄງການມີຜົນກະທົບທາງລົບ ຕໍ່ການດໍາລົງຊີວິດ, ພຶດຕິກໍາຂອງພະນັກງານໂຄງການ, ການສື່ສານທີ່ບໍ່ເຫມາະສົມ, ການຂາດການມີສ່ວນຮ່ວມ, ແລະ ອື່ນໆ). ກົນ​ໄກ​ນີ້ອາດຈະປະກອບມີ ຄໍາຖາມສໍາລັບຂໍ້ມູນລະ​ອຽດເພີ່ມເຕີມ,  ຄວາມກະຈ່າງແຈ້ງ, ຄໍາຄິດຄໍາເຫັນ ແລະ ຄໍາແນະນໍາໃຫ້​ແກ່ໂຄງການ ເພື່ອສ້າງຄວາມ ເຂັ້ມແຂງໃນການອອກແບບ ແລະ ການຈັດຕັ້ງປະຕິບັດໂຄງການ.

​ກົນ​ໄກ​ແກ້​ໄຂ​ຄຳ​ຮ້ອງ​ທຸກ​ທີ່​ສາມາດ​ເຂົ້າ​ເຖິງ (GRM) ມີ​ຈຸດ​ປະ​ສົງ​ເພື່ອ​ບັນ​ທຶກ​, ຈັດ​ປະ​ເພດ​, ຈັດ​ລຳ​ດັບບູ​ລິມະ​ສິດ ​ແລະ ​ແກ້​ໄຂ​ຄຳຮ້ອງ​ທຸກ​ຈາກ​ຜູ້​ມີ​ສ່ວນ​ຮ່ວມ​ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ​ໂຄງ​ການ​. ເຊິ່ງມີຈຸດປະສົງເພື່ອແກ້ໄຂຂໍ້ຂ້ອງໃຈ ແລະ ຄຳຮ້ອງທຸກຢ່າງທັນການ ແລະ ໂປ່ງໃສ, ໂດຍບໍ່ມີຄ່າໃຊ້ຈ່າຍໃດໆຕໍ່ຜູ້ຮ້ອງທຸກ, ແລະ ປາສະຈາກການຈຳແນກຕໍ່ການລາຍງານໃດໆທີ່ສ້າງຂຶ້ນໂດຍຜູ້ໄດ້ຮັບຜົນກະທົບຈາກໂຄງການ.

ອົງ​ການ ເຮວ​ວິ​ຕັດ ປະ​ຈຳ​ລາວ (Helvetas) ໄດ້ມອບໝາຍໃຫ້ຜູ້ປະສານງານ​ໃນການຮ້ອງທຸກ (GC) ​ເຊິ່ງເປັນຜູ້​ຕິດ​ຕໍ່ຫຼັກ​ຂອງໂຄງການໃນການຮ້ອງທຸກ. ແຕ່ລະອົງ​ກອນຜູ້ໄດ້​ຮັບທຶນຍ່ອຍ ຍັງໄດ້ແຕ່ງ​ຕັ້ງໃຫ້ບຸກຄົນຈຸດສຸມວຽກ​ງານດ້ານສິ່ງແວດລ້ອມ ແລະ ສັງຄົມ, ໂດຍມີໜ້າທີ່ຮັບຜິດຊອບ​ໃນ​ວຽກ​ງານການຮ້ອງທຸກ ແລະ ເປັນຈຸດຫຼັກ​ໃນການຕິດຕໍ່​ປະ​ສານ​ງານ​ຫາໂຄງການ.

ມີຊ່ອງທາງການຮ້ອງທຸກທີ່ຫຼາກຫຼາຍ ເພື່ອຮັບປະກັນວ່າກົນໄກດັ່ງກ່າວສາມາດເຂົ້າເຖິງໄດ້ກັບທຸກຄົນ:

–     ຜ່ານ​ການ​ໂອ້​ລົມທາງ​ໂທ​ລະ​ສັບ

–     ແບບເຊິ່ງ​ໜ້າ

–     ແບບ​ຂຽນ ແລະ ສົ່ງ​ຜ່ານ​ທາງ​ອີ​ເມວ ໂດຍ​ນຳ​ໃຊ້​ແບບ​ຟອມ​ການ​ຮ້ອງ​ທຸກ ຫຼື ຜ່ານ​ທາງວັອດ​ແອັບ (WhatsApp)

ກະ​ລຸ​ນາ​ຕິດ​ຕາມ​ຄຳ​ແນະ​ນຳ​ໃນ​ຮູບ​ພາບ​ລຸ່ມ​ນີ້:

ທ່ານ​ສາ​ມາດສົ່ງ​ການ​ຮ້ອງ​ທຸກ​ຜ່ານ​ຊ່ອງ​ທາງ ແລະ ລິ້ງ​ດ້ານ​ລຸ່ມ:

ອົງ​ການ​ ເຮວ​ວິ​ຕັດ ປະ​ຈຳ​ລາວ:

ແບບ​ຟອມຄຳ​ຮ້ອງ​ທຸກ – ຮູບ​ແບບ​ອອນ​ລາຍ (ພາ​ສາ​ລາວ): https://forms.gle/FUd4S4T8t1F5EXX3A ຫຼື ສະ​ແກນ

ຫຼື ສົ່ງ​ທາງ​ອີ​ເມວ: piasvc@helvetas.org

ຫຼື ໂທ: 020 52743354

ແບບ​ຟອມຄຳ​ຮ້ອງ​ທຸກ – ຮູບ​ແບບ​ອອນ​ລາຍ (ພາ​ສາ​ອັງ​ກິດ): https://forms.gle/vRetR2rQepuQ7B9EA ຫຼື ສະ​ແກນ

ຫຼື ສົ່ງ​ທາງ​ອີ​ເມວ: piasvc@helvetas.org

ຫຼື ໂທ: 020 52743354

ຊ່ອງ​ທາງ​ຕິດ​ຕໍ່ຫຼັກ​ຂອງ ອົງ​ກອນຜູ້ໄດ້​ຮັບທຶນຍ່ອຍ ໃນ​ວຽກ​ງານ​ການ​ຮ້ອງ​ທຸກ:

ຊື່ອົງ​ກອນ ​ພື້ນ​ທີ່​ເປົ້າ​ໝາຍ​ພາຍ​ໃຕ້​ໂຄງ​ການ PIASVC ເບີ​ໂທ ​ອີ​ເມວ
ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ADWLE) ແຂວງ ບໍ​ລິ​ຄຳ​ໄຊ 020 52 995 859 phayao2018py@gmail.com
ສະ​ມາ​ຄົມ​ຊຸມ​ຊົນ​ເພື່ອ​ຊີ​ວິດ ແລະ ສິ່ງ​ແວດ​ລ້ອມ (CASE) ແຂວງ ຊຽງ​ຂວາງ 020 22340657 Chantha.apedc@gmail.com
ສະ​ມາ​ຄົມ​ພັດ​ທະ​ນາ​ຊຸມ​ຊົ​ນ ແລະ ສິ່ງ​ແວດ​ລ້ອມ (CDEA) ແຂວງ ອຸ​ດົມ​ໄຊ 030 4898032 ppl.cdea@gmail.com
​ສະມາຄົມພັດທະນາບົດບາດຍິງ-ຊາຍ (GDA) ແຂວງ ວຽງ​ຈັນ; ແຂວງ ອຸ​ດົມ​ໄຊ 020 9969 0458 t.tukhps@gmail.com
ສະມາຄົມລາວພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ (LaoDHRRA) ແລະ   ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແຂວງ ຊຽງ​ຂວາງ 020 22227595 thipphavongbang@gmail.com; laodhrra@gmail.com
ສະ​ມາ​ຄົມ​ຊີ​ວະ​ນາໆ​ພັນ​ລາວ (LBA) ແຂວງ ເຊກອງ 020 22418363 s_kingkeo@yahoo.com
ອົງ​ການ​ມິດ​ຕະ​ພາບ ເມັນ​ໂນ​ນາຍ (MCC) ​ແຂວງ ຫົວ​ພັນ 020 76667039 sayphoyphanmixay@mcc.org
ສະ​ມາ​ຄົມ​ພັດ​ທະ​ນາ​ຄົນ​ພິ​ການແຂວງ​ຊຽງ​ຂວາງ (PDDA) ແຂວງ ຊຽງ​ຂວາງ 020 55416352 keovongthongXYPMK@yahoo.com
ສະມາຄົມສົ່ງເສີມການນນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ (PSNUA) ແຂວງ ​ໄຊຍະບູ​ລີ 020 52 373 738 vsengphet@gmail.com
ອົງ​ການ​ບ້ານ​ຈຸດ​ສຸມ​ສາ​ກົນ (VFI) ​ແຂວງ ສາ​ລະ​ວັນ 020 56163565 hongthong@villagefocus.org

loລາວ