HomeBlogNews Update

News Update

ໝວດໝູ່ທີ່ກ່ຽວຂ້ອງ

ທົບທວນຄືນການເດີນທາງຮ່ວມກັນ: ກອງປະຊຸມແລກປ່ຽນບົດຮຽນຂອງໂຄງການ PIASVC

ໃນວັນທີ 5 ສິງຫາ 2026, ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ໄດ້ເຕົ້າໂຮມເອົາຕົວແທນຫຼາຍກວ່າ 20 ທ່ານ ຈາກບັນດາອົງການທີ່ໄດ້ຮັບທຶນຍ່ອຍ ເພື່ອເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ (Sharing Workshop) ສຸດພິເສດ ທີ່ ນະຄອນຫຼວງວຽງຈັນ. ກິດຈະກຳຄັ້ງນີ້ເປັນຫຼາຍກວ່າການເປັນພຽງກອງປະຊຸມ, ນີ້ແມ່ນຊ່ວງເວລາແຫ່ງການທົບທວນຄືນ ແລະ...

ສະເຫຼີມສະຫຼອງຜົນສຳເລັດ ໃນກອງປະຊຸມປິດໂຄງການ PIASVC ໃນວັນທີ 4 ສິງຫາ 2026

ໂຄງການ PIASVC ໄດ້ຈັດກອງປະຊຸມປິດໂຄງການຂຶ້ນສຳເລັດທີ່ ໂຮງແຮມ ຮໍລິເດອິນ (Holiday Inn), ນະຄອນຫຼວງວຽງຈັນ, ໂດຍໄດ້ເຕົ້າໂຮມເອົາບັນດາຄູ່ຮ່ວມງານຈາກພາກລັດ, ອົງການຈັດຕັ້ງສາກົນເພື່ອການພັດທະນາ, ຕົວແທນຈາກອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຂອງໂຄງການ ເພື່ອຮ່ວມກັນທົບທວນຄືນເຖິງການເດີນທາງຕະຫຼອດໄລບະທີ່ສ້າງຜົນກະທົບອັນຍິ່ງໃຫຍ່ຮ່ວມກັນ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ (DLAM) ຮ່ວມມືກັບ ອົງການ ເຮວເວີຕັດ ລາວ (Helvetas Laos),...

ກິດຈະກຳສ້າງຄວາມອາດສາມາດໃຫ້ອຳນາດການປົກຄອງບ້ານ ຂັ້ນຕາແສງ ເມືອງ ນາໝໍ້ ແຂວງ ອຸດົມໄຊ

ເສີມສ້າງຂີດຄວາມສາມາດອຳນາດການປົກຄອງຂັ້ນຕາແສງ ດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນ. ໂຄງການ PIASVC ພາຍໃຕ້ອົງການເຮວວີຕັສ ໄດ້ດຳເນີນການຝຶກອົບຮົມເຜີຍແຜ່ກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໃຫ້ແກ່ອຳນາດການປົກຄອງຕາແສງໂດຍມີຜູ້ເຂົ້າຮ່ວມ ຈຳນວນຫຼາຍກວ່າ 30 ທ່ານ ເຊິ່ງສະຖານທີ່ຢູ່ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ. ການຝຶກອົບຮົບດຳເນີນໂດຍຄູຝຶກຈາກສະມາຄົມ CDEA ຮ່ວມກັບພະນັກງານລັດຂັ້ນເມືອງ ທີ່ຜ່ານການຝຶກຄູຝຶກຫຼັກຂັ້ນສູນກາງ ພ້ອມຍັງມີທະນາຍຄວາມຈາກສູນກາງລົງໄປໃຫ້ຄວາມຮູ້ທາງດ້ານວຽກງານຍຸຕິທຳຕື່ມ. ຜົນໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ເສີມສ້າງຂີດຄວາມສາມາດຂອງອຳນາດການປົກຄອງຂັ້ນບ້ານ ໃນການຕີຄວາມ ແລະ...

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ ໄດ້ເຊັນສັນຍາ ໃນວັນທີ   1  ພະຈິກ  2023, ນະຄອນຫຼວງວຽງຈັນໂດຍການເປັນສັກຂີພະຍານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ ອາເລັກຊານເດີ ເຄຼມເມີ,...

ວິດີໂອ: ການຂຶ້ນທະບຽນອອກໃບຕາດິນ/Video: Land title registration (ພາສາລາວ/Lao)

ໂດຍ LIWG ໃນປະຕິກົດໝາຍປີ 2021 ໄດ້ມີການນໍາສະເໜີຂັ້ນຕອນການຂຶ້ນທະບຽນທີ່ດິນໂດຍອີງໃສ່ກົດ ໝາຍວ່າດ້ວຍທີ່ດິນເລກທີ 70/ສພຊ ປີ 2019 ມາດຕາ 99-101, ສະນັ້ນ ໃນປີນີ້ເພື່ອເປັນການສືບຕໍ່ລົງເລິກລາຍລະອຽດຂັ້ນຕອນຂອງການຂຶ້ນທະບຽນອອກໃບຕາດິນໂດຍອີງໃສ່ນິຕິກໍາລຸ່ມກົດໝາຍທີ່ອອກໃໝ່ຄື່ ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14 ກຸມພາ 2022. ເພື່ອສະແດງໃຫ້ເຫັນເຖິງຂັ້ນຕອນການຂຶ້ນທະບຽນອອກໃບຕາດິນ ແລະ ລາຍລະອຽດຂອງແຕ່ລະຂັ້ນຕອນວ່າມີການດໍາເນີນການຄືແນວໃດ ເຊັ່ນ: ການຂຶ້ນທະບຽນອອກໃບຕາດິນ ແບບເປັນລະບົບ...

ວິດີໂອ: ການໄດ້ຮັບສິດນຳໃຊ້ທີ່ດິນ – Video: Obtaining the right to use land (ພາສາລາວ/Lao Language)

ໂດຍ LIWG ສຳລັບຫົວຂໍ້ນີ້ແມ່ນ ເນັ້ນກ່ຽວກັບການໄດ້ຮັບສິດນໍາໃຊ້ທີ່ດິນຂອງພົນລະເມືອງລາວວ່າຈະໄດ້ຮັບ ສິດນໍາໃຊ້ທີ່ດິນໃນກໍລະນີໃດ ແລະ ໃນໄລຍະຜ່ານມາຫຼາຍພື້ນທີ່ກໍ່ບອກວາ ມີຄົນທີ່ບໍ່ແມນພົນລະເມືອງລາວເຂົ້າມາ ແລ້ວຕ້ອງການຢາກໄດ້ສິດນໍາໃຊ້ທີ່ດິນ ແລ້ວເຂົ້າເຈົ້າມີສິດທີ່ຈະໄດ້ຮັບສິດ ນໍາໃຊ້ທີ່ດິນບໍ ແລະ ຖ້າມີສິດແມ່ນຈະໄດ້ຮັບໃນກໍລະນີໃດ? ສະນັ້ນ, ຮູບນີ້ກໍ່ໄດ້ເນັ້ນໃສ່ວ່າຖ້າບໍ່ ແມ່ນພົນລະເມືອງລາວ ຈະສາມາດໄດ້ຮັບສິດນໍາໃຊ້ທີ່ດິນດ້ວຍ 3 ກໍລະນີຄື: ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ, ການຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະ ການເຊົ່າທີ່ດິນຈາກພົນລະເມືອງລາວ. https://www.youtube.com/watch?v=OCgHKbUJBr4 ຕິດຕາມພວກເຮົາໄດ້ເພີ່ມເຕີມທີ່: Youtube:...

ວິດີໂອປະຕິທິນກົດໝາຍ ປີ 2023

By LIWG ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ພ້ອມທີມງານຜະລິດປະຕິທິນກົດໝາຍ ປີ 2023 ເຊິ່ງປະກອບດ້ວຍຜູ້ຕາງໜ້າຈາກອົງກອນສະມາຊິກຫຼັກຂອງ LIWG ແລະ ຜູ້ຕາງໜ້າຈາກພາກລັດ, ໄດ້ຜະລິດວິດີໂອນໍາສະເໜີປະຕິທິນກົດໝາຍ ປີ 2023 ເຊິ່ງປະກອບມີ 6 ຫົວຂໍ້ຫຼັກ ທີ່ຕິດພັນກັບທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄື: • ຫົວຂໍ້ 1: ການໄດ້ຮັບສິດນໍາໃຊ້ທີ່ດິນ • ຫົວຂໍ້...

ກອງປະຊຸມຝຶກອົບຮົມເປັນຄູຝຶກ (ທວນຄືນ) ຫົວຂໍ້ “ຄວາມສະເໝີພາບທາງເພດ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ”

ໂດຍ ແອັດມິນ ໃນລະຫວ່າງວັນທີ 22-24 ມີນາ 2023 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມເປັນຄູຝຶກ ກ່ຽວກັບ “ຄວາມສະເໝີພາບທາງເພດ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ” ໃຫ້ແກ່ ໂຄງການ PIASVC ເຊິ່ງນຳພາການຝຶກອົບຮົມ...

ກອງເລຂາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ລົງພາກສະໜາມຢ້ຽມຢາມອົງກອນສະມາຊິກ ຢູ່ ເມືອງ ຊຳເໜືອ, ແຂວງ ຫົວພັນ

ໂດຍ LIWG ໃນລະຫວ່າງ ວັນທີ  14 ຫາ ວັນທີ 17 ມີນາ 2023, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຫົວພັນ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງສະມາຊິກ ກໍຄື ໂຄງການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານໄກ່ເກ່ຍຂັ້ນບ້ານ ທີ່ທາງ ອົງການ ມິດຕະພາບ...

ກອງປະຊຸມ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈຳປີ 2023

ໂດຍ LIWG ໃນຕອນເຊົ້າຂອງວັນທີ 24/02/23, LIWG ໄດ້ຈັດກອງປະຊຸມປະຈຳປີ AGM ເພື່ອນຳສະເໜີປະເດັນສຳຄັນເຊັ່ນ: ການປັບແກ້ຍຸດທະສາດໃຫມ່ຂອງ LIWG, ແຜນວຽກປະຈຳປີ 2023, ວຽກງານການສື່ສານ, ການອັບເດດ ແລະ ແລກປ່ຽນບົດຮຽນຈາກສະມາຊິກ, ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ Kaspar Grossenbacher, ຄະນະຊີ້ນຳວຽກງານ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແລະ ຜູ້ອຳນວຍການ ອົງການ...

ໂພສຫຼ້າສຸດ