HomeBlogNews Update

News Update

ໝວດໝູ່ທີ່ກ່ຽວຂ້ອງ

ກອງປະຊຸມປຶກສາຫາລືເພື່ອ​ຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ດ້ານການ​ປູກ​ຈິດ​ສຳ​ນຶກ ເພື່ອໃຊ້ເຂົ້າໃນໂຄງການ PIASVC

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 23-24 ພຶດສະພາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອ​ຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ດ້ານການ​ປູກ​ຈິດ​ສຳ​ນຶກ ເພື່ອໃຊ້ເຂົ້າໃນໂຄງການ PIASVC ໃຫ້ແກ່ອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ນາງ...

ງານຝຶກອົບຮົມສຳລັບຄູຝຶກ “ສິດທີ່ດິນຕາມປະເພນີ ແລະ ທັກສະການຮຽນຮູ້ທີ່ຫຼາກຫຼາຍສຳລັບການເປັນຜູ້ອຳນວຍຄວາມສະດວກ”

ໂດຍ ກຸ່ມແລກປ່ຽນຂໍ້ມູນເເລື່ອງທີ່ດິນ ໃນລະຫວ່າງວັນທີ 9-13 ພຶດສະພາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ສິດທີ່ດິນຕາມປະເພນີ ແລະ ທັກສະການຮຽນຮູ້ທີ່ຫຼາກຫຼາຍສຳລັບການເປັນຜູ້ອຳນວຍຄວາມສະດວກສຳລັບຄູຝຶກ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ...

ກອງປະຊຸມປຶກສາຫາລືເພື່ອຄັດເລືອກຄັດເລືອກເຄື່ອງມືໃຫ້ຄຳປຶກສາທາງດ້ານກົດໝາຍ ເພື່ອນຳໃຊ້ໃນໂຄງການ PIASVC

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 3-4 ພຶດສະພາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດກອງປະຊຸມປຶກສາຫາລືຄັດເລືອກເຄື່ອງມືໃຫ້ຄຳປຶກສາທາງດ້ານກົດໝາຍ ເພື່ອນຳໃຊ້ໃນໂຄງການ PIASVC ໃຫ້ແກ່ອົງກອນສະມາສິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ວໍຣະສອນ ແດງກາຍະພິຈິດ,...

ໂຄງການ PIASVC ປະກາດລາຍຊື່ອົງກອນສະມາຊິກຂອງ LIWG ທີ່ຖືກຄັດເລືອກໃນຮອບທຳອິດ ເພື່ອຮັບທຶນຍ່ອຍ

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 19 ເມສາ 2022, ໂຄງການ PIASVC ໄດ້ປະກາດລາຍຊື່ບັນດາອົງກອນສະມາຊິກຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃນຮອບທຳອິດ ເພື່ອຮັບທຶນຍ່ອຍໃນການຈັດຕັ້ງປະຕິບັດໂຄງການໃນພື້ນທ່ີ່ເປົ້າໝາຍທົ່ວປະເທດ. ເຊິ່ງມີ 11 ອົງກອນທີ່ຖືກຄັດ ຕາມລາຍຊື່ດັ່ງລຸ່ມນີ້: 1.     Community Association for Salvation and Environment (CASE) ...

ກອງປະຊຸມພາຍໃຕ້ຫົວຂໍ້ການແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການວິເຄາະການລົງທຶນໃນທີ່ດິນຢູ່ໃນ ສປປ ລາວ ກັບ ພາກສ່ວນສັງຄົມພົນລະເຮືອນ

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນຕອນບ່າຍຂອງ ວັນທີ 6 ເມສາ 2022, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ໄດ້ຈັດກອງປະຊຸມ ການແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການວິເຄາະການລົງທຶນໃນທີ່ດິນ ຢູ່ໃນສປປລາວ ກັບ ພາກສ່ວນສັງຄົມພົນລະເຮືອນ. ເຊິ່ງເປັນປະທານ ແລະ ກ່ຽວເປີດກອງປະຊຸມໂດຍ ທ່ານ ສັນຕິ ໄຊປັນຍາ,...

ງານນຳສະເໜີ 5 ບົດສັງລວມຫຍໍ້ກ່ຽວກັບປະເດັນທີ່ດິນ ວັນທີ 6 ເມສາ 2022

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 6 ເມສາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ໄດ້ຈັດງານນຳສະເໜີບົດສັງລວມຫຍໍ້ກ່ຽວກັບປະເດັນທີ່ດິນ ຮ່ວມກັບ MRLG. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ສັນຕິ ໄຊປັນຍາ, ປະທານຄະນະຊີ້ນຳກອງເລຂາ LIWG ແລະ ທ່ານ ໄມກາ ອິນການ, ຫົວໜ້າໂຄງການ MRLG. ຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂ້ອງ...

ກອງປະຊຸມນຳສະເໜີກ່ຽວກັບໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ແລະ ການແນະນໍາກ່ຽວກັບທຶນຈັດຕັ້ງປະຕິບັດໂຄງການ

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 20 ມັງກອນ 2022, ອົງການ ເຮວວີຕັດ ປະຈຳ ສປປ ລາວ (Helvetas Laos) ຮ່ວມກັບ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG)  ໄດ້ຈັດກອງປະຊຸມນຳສະເໜີກ່ຽວກັບໂຄງການ “ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ແລະ ການແນະນໍາກ່ຽວກັບທຶນຈັດຕັ້ງປະຕິບັດໂຄງການ” ໃຫ້ແກ່ສະມາຊິກຫຼັກຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່...

ການຊ່ວຍເຫຼືອລ້າທາງດ້ານກົດໝາຍຜ່ານລະບົບດີຈີຕອລ ຈະຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງການຊ່ວຍເຫຼືອທາງກົດໝາຍໄດ້ທົ່ວເຖິງຫຼາຍຂື້ນ

ການຊ່ວຍເຫຼືອທາງດ້ານກົດໝາຍໃນຮູບແບບດີຈີຕອນໄດ້ສ້າງຂຶ້ນ ໃຫ້ມີລັກສະນະສະດວກແກ່ຜູ້ນໍາໃຊ້ ດ້ວຍການສະໜອງວິທິການນໍາໃຊ້ໃຫ້ຜູ້ໃຊ້ບໍລິການ ແລະ ຜູ້ໃຫ້ບໍລິການ ລວມທັງວິດິໂອການນໍາສະເໜີຂັ້ນຕອນຂອງການເຂົ້າເຖິງ ແລະ ທາງເລືອກໃນການຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍ.

ສູນກາງແນວລາວສ້າງຊາດ ສະເໜີກ່ຽວກັບບັນຫາທີ່ດິນ ຕໍ່ສະພາແຫ່ງຊາດ

ບັນຫາຂໍ້ຂັດແຍ່ງ ໃນການຊົດເຊີຍຜົນເສຍຫາຍຕໍ່ການຜະລິດກະສິກໍາ ຂອງປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ, ສໍາປະທານ ເພື່ອເຮັດກິດຈະກໍາຕ່າງໆຂອງລັດ ແລະ ເອກະຊົນ ຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບແນວທາງ, ກົດໝາຍ ແລະ ໃນສະພາບຕົວຈິງຍັງມີຫາງສຽງ ຈາກສັງຄົມຫຼາຍ.

ວິດີໂອ: ສຽງຂອງໄວໜຸ່ມ ໃນການປົກປັກຮັກສາທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໃນຊຸມຊົນ

ການລົງມືປະຕິບັດຂອງໄວໜຸ່ມແມ່ນມີຄວາມຈໍາເປັນຫຼາຍໃນປັດຈຸບັນ ທີ່ຈະເປັນຜູ້ປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ຄົງຢູ່ ເພື່ອເອົາໄວ້ໃຫ້ລູກໃຫ້ຫຼານເຮົາໄດ້ເຫັນໃນອະນາຄົດ.

ໂພສຫຼ້າສຸດ

loລາວ