ກອງ​ປະ​ຊຸມ​ວ່າດ້ວຍ ​ສິດ​ທິ​ມະ​ນຸດ ແລະ ການດຳເນີນ​ທຸ​ລະ​ກິດດ້ວຍຄວາມຮັບຜິດຊອບ ແຫ່ງສະ​ຫະ​ປະ​ຊາ​ຊາດ​, ອາ​ຊີ​-ປາ​ຊີ​ຟິກ ​ຄັ້ງ​ທີ 4​

913

ໂດຍ ແອັດມິນ

ກອງປະຊຸມວ່າດ້ວຍ ສິດທິມະນຸດ ແລະ ການດຳເນີນທຸລະກິດດ້ວຍຄວາມຮັບຜິດຊອບ ແຫ່ງສະຫະປະຊາຊາດ, ອາຊີ-ປາຊີຟິກ ຄັ້ງທີ 4 (RBHR Forum) ໄດ້​ເປີດ​ໃຫ້ ລົງ​ທະ​ບຽນ ແລ້ວ! ກອງປະຊຸມນີ້ຈະ​ຈັດຂື້ນຢູ່​ ບາງກອກ, ​ປະເທດໄທ ພ້ອມທັງຮູບແບບຖ່າຍທອດສົດ ​​ໃນລະຫວ່າງ​ວັນ​ທີ 20-22 ກັນຍາ 2022.

ພາຍໃຕ້ຫົວຂໍ້ “Harnessing Levers of Change”, ກອງປະຊຸມດັ່ງກ່າວຈະຄົ້ນຫາວິທີທາງເພື່ອສົ່ງເສີມຄວາມເຄົາລົບດ້ານທຸລະກິດຕໍ່ກັບສິດທິມະນຸດ ແລະ ສິ່ງແວດລ້ອມ, ພ້ອມທັງຍຸດທະສາດໃໝ່ທີ່ຈະນໍາໃຊ້ເພື່ອເພີ່ມຄວາມກ້າວໜ້າໃນຂອບເຂດອາຊີ-ປາຊີຟິກນີ້ ຈາກການ​ເຂົ້າຮ່ວມ​ຂອງ​ຜູ້​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ທົ່ວ​ພາກ​ພື້ນ.

​ກອງປະຊຸມ​ປີ​ນີ້​ແມ່ນ​ຈັດ​ຂຶ້ນ​ໂດຍ​ອົງການ​ແຮງ​ງານ​ສາກົນ (ILO), ອົງການສາກົນເພື່ອການ​ຍົກຍ້າຍຖິ່ນຖານ (IOM), ຫ້ອງ​ວ່າການ​ສຳນັກງານ​ໃຫຍ່​ດ້ານສິດທິ​ມະນຸດ (OHCHR), ອົງການ​ກອງ​ທຶນ​ສຳລັບເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (UNICEF), ອົງການ​ສະຫະ​ປະຊາ​ຊາດເພື່ອການພັດທະນາ​​ (UNDP), ຄະນະກຳມາທິການເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດ, ອາຊີ-ປາຊີຟິກ (ESCAP), ອົງການສະຫະປະຊາຊາດເພື່ອຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ (UN Women), ອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP), ແລະ ຄະນະປະຕິບັດງານຂອງອົງການສະຫະປະຊາຊາດກ່ຽວກັບທຸລະກິດ ແລະ ສິດທິມະນຸດ (UNWG).

ຂໍ້​ມູນ​ກ່ຽວ​ກັບກອງປະຊຸມຕ່າງແມ່ນສາ​ມາດ​ອ່ານ​ຢູ່​ທີ່​: www.rbhrforum.com​

ຖ້າຕ້ອງ​ການສອບ​ຖາມຂໍ້ມູນທົ່ວໄປກ່ຽວກັບກອງປະຊຸມ​ ກະ​ລຸ​ນາ​ຕິດ​ຕໍ່​ຫາ​ກອງ​ເລ​ຂາ unrbhrforum@undp.org​. ສໍາລັບຄໍາຖາມທີ່ກ່ຽວຂ້ອງກັບກອງປະຊຸມ ແລະ ຜູ້ບັນຍາຍ, ກະລຸນາຕິດຕໍ່ Harpreet Kaur, ຜູ້ຊ່ຽວຊານດ້ານທຸລະກິດ ແລະ ສິດທິມະນຸດ, UNDP (harpreet.kaur@undp.org), ກ່ຽວກັບສໍາເນົາເອກະສານຕິດຕໍ່ Kevin Lehmann, ນັກວິເຄາະທຸລະກິດ ແລະ ສິດທິມະນຸດ, UNDP (kevin.lehmann@undp.org).