ຂ່າວຫຼ້າສຸດ
ກອງປະຊຸມປຶກສາຫາລືຂອງທີມງານຜະລິດປະຕິທິນກົດໝາຍ ປີ 2023
ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
ໃນລະຫວ່າງວັນທີ 29 ມີຖຸນາ ຫາ 1 ກໍລະກົດ ປີ 2022, ກຸ່ມແລກປ່ຽນຂໍ້ມູນລື່ອງທີ່ດິນ ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບທີມງານຜະລິດປະຕິທິນກົດໝາຍ ປີ 2023 ຢູ່ ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ ເພື່ອປືກສາຫາລື, ຄົ້ນຄ້ວາ, ຊອກຫາຂໍ້ມູນ-ແຫຼ່ງທີ່ມາ ຂອງເນື້ອໃນກົດໝາຍນິຕິກໍາຕ່າງໆ ທີ່ຈະນໍາມາປະກອບໃສ່ໃນແຕ່ລະຫົວຂໍ້ປະຕິທິນ ແລະ ການສະເກັດຮູບພາບສໍາລັບການຜະລິດປະຕິທິນສໍາລັບປີ 2023. ເຊິ່ງສະມາຊິກຂອງທີມງານຜະລິດປະຕິທິນກົດໝາຍ ປີ 2023 ນີ້ແມ່ນຜູ້ຕາງໜ້າທີ່ມາຈາກຫຼາຍກວ່າ 14 ພາກສ່ວນ ທັງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ແລະ ພາກລັດ.
ຕະຫຼອດໄລຍະເວລາ 3 ມື້ ຂອງການເຮັດວຽກຂອງທີມງານປະຕິທິນ...
ກອງປະຊຸມວ່າດ້ວຍ ສິດທິມະນຸດ ແລະ ການດຳເນີນທຸລະກິດດ້ວຍຄວາມຮັບຜິດຊອບ ແຫ່ງສະຫະປະຊາຊາດ, ອາຊີ-ປາຊີຟິກ ຄັ້ງທີ 4
ໂດຍ ແອັດມິນ
ກອງປະຊຸມວ່າດ້ວຍ ສິດທິມະນຸດ ແລະ ການດຳເນີນທຸລະກິດດ້ວຍຄວາມຮັບຜິດຊອບ ແຫ່ງສະຫະປະຊາຊາດ, ອາຊີ-ປາຊີຟິກ ຄັ້ງທີ 4 (RBHR Forum) ໄດ້ເປີດໃຫ້ ລົງທະບຽນ ແລ້ວ! ກອງປະຊຸມນີ້ຈະຈັດຂື້ນຢູ່ ບາງກອກ, ປະເທດໄທ ພ້ອມທັງຮູບແບບຖ່າຍທອດສົດ ໃນລະຫວ່າງວັນທີ 20-22 ກັນຍາ 2022.
ພາຍໃຕ້ຫົວຂໍ້ “Harnessing Levers of Change”, ກອງປະຊຸມດັ່ງກ່າວຈະຄົ້ນຫາວິທີທາງເພື່ອສົ່ງເສີມຄວາມເຄົາລົບດ້ານທຸລະກິດຕໍ່ກັບສິດທິມະນຸດ ແລະ ສິ່ງແວດລ້ອມ, ພ້ອມທັງຍຸດທະສາດໃໝ່ທີ່ຈະນໍາໃຊ້ເພື່ອເພີ່ມຄວາມກ້າວໜ້າໃນຂອບເຂດອາຊີ-ປາຊີຟິກນີ້ ຈາກການເຂົ້າຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງໃນທົ່ວພາກພື້ນ.
ກອງປະຊຸມປີນີ້ແມ່ນຈັດຂຶ້ນໂດຍອົງການແຮງງານສາກົນ (ILO), ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ (IOM), ຫ້ອງວ່າການສຳນັກງານໃຫຍ່ດ້ານສິດທິມະນຸດ...
ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 2 ຂອງໂຄງການ PIASVC “ການມີສ່ວນຂອງຄວາມຫຼາກຫຼາຍ ແລະເພດພາວະໃນສັງຄົມ & ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ”
ໂດຍ LIWG
ໃນລະຫວ່າງວັນທີ 6-10 ມີຖຸນາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ການມີສ່ວນຂອງຄວາມຫຼາກຫຼາຍ ແລະເພດພາວະໃນສັງຄົມ & ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ ແລະ ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ເຊີ່ງສະໜອງການຝຶກອົບຮົມ ໂດຍ ທ່ານ ນາງ ເພັດສາຄອນ ສົມຟອງບຸດຕະຂັນ, ທີ່ປຶກສາທາງດ້ານຄວາມສະເໝີພາບທາງເພດ, ຮ່ວມກັບ ທີມງານຊຸມແຫ່ງການຮຽນຮູ້ກ່ຽວກັບກຳມະກິດທີ່ດິນຂອງແມ່ຍິງ, ແລະ ເຂົ້າຮ່ວມໂດຍ...
ປະຕິທິນກົດໝາຍ
ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນ: ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ – ມີຖຸນາ 2022
ໂດຍ ແອັດມິນ
ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ-ມີຖຸນາ ປີ 2022 ນຳສະເໜີຫົວຂໍ້ “ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງ” ໂດຍມີຈຸດປະສົງເພື່ອສະແດງເຖິງ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດໃນຫລາຍຮູບແບບ ບໍ່ວ່າຈະເປັນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄຟໄໝ້ລາມປ່າ, ເກີດລົມພາຍຸທີ່ຮຸນແຮງ, ຝົນຕົກບໍ່ຖືກຕາມລະດູການ ແລະ ຮູບແບບອື່ນໆ ໂດຍມີສາເຫດມາຈາກການທໍາລາຍສິ່ງແວດລ້ອມ ເປັນຕົ້ນແມ່ນ ການທຳລາຍປ່າໄມ້, ການຖິ້ມຂີ້ເຫຍື້ອຊະຊາຍ, ການປ່ອຍອາຍພິດອອກສູ່ຊັ້ນບັນຍາກາດເຊັ່ນ: ອາຍເສຍຈາກໂຮງງານ, ການຈູດປ່າ...
ການມີສ່ວນຮ່ວມຂອງປະຊາຊົນ ໃນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ: ປະຕິທິນກົດໝາຍ ປະຈຳເດືອນ ມີນາ – ເມສາ 2022
ໂດຍ ແອັດມິນ LIWG
ປະຕິທິນກົດໝາຍ ປະຈຳເດືອນ ມີນາ-ເມສາ ປີ 2022 ນຳສະເໜີຫົວຂໍ້ “ການມີສ່ວນຮ່ວມຂອງປະຊາຊົນ ໃນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ” ໂດຍມີຈຸດປະສົງເພື່ອສະແດງເຖິງ ການມີສ່ວນຮ່ວມຂອງປະຊາຊົນທີ່ຫຼາກຫຼາຍ ໃນການໃຫ້ເຊົ່າ ຫຼື ສໍາປະທານ ທີ່ດິນ ເພື່ອສົ່ງເສີມຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ ໃນຂະບວນການດໍາເນີນກິດຈະການເຊົ່າ ຫຼື ສໍາປະທານທີ່ດິນ, ເນື່ອງຈາກເຂົາເຈົ້າເປັນຜູ້ທີ່ຢູ່ໃນທ້ອງຖິ່ນ ເຊິ່ງຈະໄດ້ຮັບຜົນປະໂຫຍດ ແລະ ຜົນກະທົບໂດຍກົງ ປະຊາຊົນຈຶ່ງຄວນຮັບຮູ້ຂໍ້ມູນຕ່າງໆ ແລະ ມີສ່ວນຮ່ວມໃນການຕັດສິນໃຈ...
Case Study: A Glimpse into Women’s Customary Forest Tenure Practices in Lao PDR
By LIWG
Access, Use and Management Rights of Women...
Briefing Note: Women’s Access and Land Security in Customary Forest Tenure Systems in Lao P.D.R.
By LIWG
Land, forests, and water are the most valuable...
ບົດສະຫຼຸບຫຍໍ້: ການຮັບປະກັນໃນກໍລະນີເກີດມີການສູນເສຍທີ່ດິນ ຫຼື ການເວນຄືນ
ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
ບົດສະຫຼຸບຫຍໍ້ສະບັບນີ້ “ການຮັບປະກັນໃນກໍລະນີເກີດມີການສູນເສຍທີ່ດິນ ຫຼື ການເວນຄືນ” ແມ່ນຖືກຜະລິດໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ຮ່ວມກັນພັດທະນາໂດຍຜ່ານກຸ່ມທີ່ປຶກສາກົດຫມາຍທີ່ດິນ,...
ອັບເດດໂຄງການ LIFE
ຜົນການຝຶກອົບຮົມຂອງໂຄງການ ໄລຟ໌ໃນການເປັນຜູ້ອຳ ນວຍຄວາມສະດວກ ແລະ ສິດຕາມປະເພນີ ແລະ ການນຳໃຊ້ໃນກິດຈະກຳ ຂອງ ອົງການ ມິດຕະພາບເມັນໂນນາຍ
ກໍລະນີສຶກສານີ້ ແມ່ນມີຂື້ນ ເພື່ອທໍາຄວາມເຂົ້າໃຈກ່ຽວກັບ ສິດຄອບຄອງທີ່ດິນຕາມປະເພນີ ໃນ 3 ບ້ານເປົ້າໝາຍ ຂອງອົງການ MCC ທີ່ແຂວງຊຽງຂວາງ ແລະ ກໍ່ເພື່ອເປັນການສຶກສາເຖິງຜົນໄດ້ຮັບຈາກການຝຶກອົບຮົມຂອງໄລຟ໌ໃຫ້ແກ່ພະນັກງານໂຄງການ ແລະ ຄູ່ຮ່ວມງານພາກລັດ ແລະ ການນໍາໃຊ້ຄວາມຮູ້ຈາກການຝຶກອົບຮົມ ເພື່ແເຜີຍແຜ່ຕໍ່ຊຸມຊົນ.
ແນວທາງໃນການປູກຈິດສໍານຶກເພື່ອສະໜັບສະໜູນການຮັບຮູ້ການຄອບຄອງຕາມປະເພນີ ໃນສາມປະເພດປ່າ ທີ່ແຂວງຄໍາມ່ວນ, ປະເທດລາວ
ກໍລະນີສຶກສານີ້ ນໍາສະແດງໃຫ້ເຫັນເຖິງບາງບັນ ຫາທີ່ກ່ຽວຂ້ອງ ທີ່ເກີດຂື້ນໃນຂັ້ນບ້ານ, ອະທິບາຍເຖິງວຽກການການເຜີຍແຜ່ ແລະ ປູກຈິດສໍານຶກ ພ້ອມທັງສະເໜີຂໍ້ແນະນໍາ ເພື່ອເປັນແນວທາງໃຫ້ກັບໂຄງການໃນອະນາຄົດ.