ວິດີໂອ: ການຂຶ້ນທະບຽນອອກໃບຕາດິນ/Video: Land title registration (ພາສາລາວ/Lao)

1489

ໂດຍ LIWG

ໃນປະຕິກົດໝາຍປີ 2021 ໄດ້ມີການນໍາສະເໜີຂັ້ນຕອນການຂຶ້ນທະບຽນທີ່ດິນໂດຍອີງໃສ່ກົດ ໝາຍວ່າດ້ວຍທີ່ດິນເລກທີ 70/ສພຊ ປີ 2019 ມາດຕາ 99-101, ສະນັ້ນ ໃນປີນີ້ເພື່ອເປັນການສືບຕໍ່ລົງເລິກລາຍລະອຽດຂັ້ນຕອນຂອງການຂຶ້ນທະບຽນອອກໃບຕາດິນໂດຍອີງໃສ່ນິຕິກໍາລຸ່ມກົດໝາຍທີ່ອອກໃໝ່ຄື່ ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14 ກຸມພາ 2022.

ເພື່ອສະແດງໃຫ້ເຫັນເຖິງຂັ້ນຕອນການຂຶ້ນທະບຽນອອກໃບຕາດິນ ແລະ ລາຍລະອຽດຂອງແຕ່ລະຂັ້ນຕອນວ່າມີການດໍາເນີນການຄືແນວໃດ ເຊັ່ນ:

  1. ການຂຶ້ນທະບຽນອອກໃບຕາດິນ ແບບເປັນລະບົບ ແມ່ນຈະມີການກະກຽມຄື: ການແຈ້ງໃຫ້ມວນຊົນຮັບຊາບ-ການປະ ຊາສໍາພັນ – ການນັດໝາຍຜູ້ຄອບຄອງ ແລະ ນໍາໃຊ້ທີ່ດິນ;
  2. ການຂຶ້ນທະບຽນອອກໃບຕາດິນ ຕາມການສະເໜີ ແມ່ນຍື່ນຄໍາຮ້ອງຂໍຂຶ້ນທະບຽນອອກໃບຕາດິນຕໍ່ຫ້ອງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ບ່ອນທີ່ດິນຕັ້ງຢູ່.