
ໂຄງການ PIASVC ໄດ້ຈັດກອງປະຊຸມປິດໂຄງການຂຶ້ນສຳເລັດທີ່ ໂຮງແຮມ ຮໍລິເດອິນ (Holiday Inn), ນະຄອນຫຼວງວຽງຈັນ, ໂດຍໄດ້ເຕົ້າໂຮມເອົາບັນດາຄູ່ຮ່ວມງານຈາກພາກລັດ, ອົງການຈັດຕັ້ງສາກົນເພື່ອການພັດທະນາ, ຕົວແທນຈາກອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຂອງໂຄງການ ເພື່ອຮ່ວມກັນທົບທວນຄືນເຖິງການເດີນທາງຕະຫຼອດໄລບະທີ່ສ້າງຜົນກະທົບອັນຍິ່ງໃຫຍ່ຮ່ວມກັນ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ (DLAM) ຮ່ວມມືກັບ ອົງການ ເຮວເວີຕັດ ລາວ (Helvetas Laos), ແລະ ໄດ້ຮັບການສະໜັບສະໜູນຈາກ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG). ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມໂດຍຕົວແທນຜູ້ຊົງຄຸນວຸດທິ: ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ທ່ານ ດຣ. ວິລລ່ຽມ ວານ ເດີ ມົວ (Willem Van Der Muur), ຊ່ຽວຊານອາວຸໂສດ້ານການຄຸ້ມຄອງທີ່ດິນ ຈາກທະນາຄານໂລກ; ທ່ານ ອານເດຣັສ ເຈີຣິດສ໌ (Andreas Gerrits), ຮອງຜູ້ອຳນວຍການ ອົງການພັດທະນາ ແລະ ການຮ່ວມມືປະເທດສະວິດ (SDC); ແລະ ທ່ານ ເຈສເປີ ເອລຽສ ລໍຣິດເຊັນ (Jesper Elias Laudrisen), ຜູ້ອຳນວຍການອົງການເຮວເວີຕັດ ປະຈຳລາວ.
ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກ ຄະນະກຳມະການຊີ້ນຳການຈັດຕັ້ງປະຕິບັດໂຄງການ (IMC) ເຊິ່ງລວມມີ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງຍຸຕິທຳ, ສູນກາງສະຫະພັນແມ່ຍິງລາວ, ສູນກາງແນວລາວສ້າງຊາດ, ພ້ອມດ້ວຍອົງການຈັດຕັ້ງທີ່ໄດ້ຮັບທຶນຍ່ອຍທັງ 4 ພາກສ່ວນ. ພາຍໃນງານໄດ້ມີການນຳສະເໜີຜົນສຳເລັດຂອງໂຄງການນັບຕັ້ງແຕ່ປີ 2023 ຫາ 2026, ໂດຍໄດ້ຍົກໃຫ້ເຫັນ:
- ຜົນກະທົບທາງບວກທີ່ເກີດຂຶ້ນໃນຊຸມຊົນເປົ້າໝາຍ
- ການເຂົ້າເຖິງຢ່າງກວ້າງຂວາງ ຜ່ານສື່ຕ່າງໆ ແລະ ແຄມເປນໃນສື່ສັງຄົມອອນລາຍ
- ເລື່ອງລາວທີ່ສ້າງແຮງບັນດານໃຈ ແລະ ສຽງຕອບຮັບຈາກຜູ້ໄດ້ຮັບຜົນປະໂຫຍດຕົວຈິງ
- ຜົນການປະເມີນໂຄງການ PIASVC ຕອນທ້າຍ (Endline evaluation) ຈາກບໍລິສັດເອກະລາດ
ເນື່ອງຈາກໂຄງການ PIASVC ໃກ້ຈະສິ້ນສຸດການຈັດຕັ້ງປະຕິບັດລົງ, ກອງປະຊຸມຄັ້ງນີ້ຈຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງຜູ້ຈັດຕັ້ງປະຕິບັດໂຄງການ ລວມເຖິງຄູ່ຮ່ວມງານທຸກພາກສ່ວນ. ກອງປະຊຸມໄດ້ເປັນເວທີອັນສຳຄັນສຳລັບພາກສ່ວນກ່ຽວຂ້ອງໃນທຸກລະດັບ, ນັບຕັ້ງແຕ່ສະຖາບັນຂັ້ນສູນກາງ ຈົນຮອດຕົວແທນຂັ້ນເມືອງ ແລະ ຂັ້ນບ້ານ, ເພື່ອຮ່ວມກັນສະເຫຼີມສະຫຼອງຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຮ່ວມກັນ.
ໃນຊ່ວງເປີດໂອກາດໃຫ້ສົນທະນາ, ພະນັກງານຈາກກະຊວງຍຸຕິທຳ ທີ່ໄດ້ສະໜັບສະໜູນໂຄງການມາໂດຍຕະຫຼອດ ໄດ້ກ່າວຄວາມຮູ້ສຶກທີ່ໜ້າປະທັບໃຈວ່າ: “ໂຄງການນີ້ໄດ້ສ້າງເຄື່ອງມື ແລະ ສື່ຕ່າງໆຢ່າງຫຼວງຫຼາຍ ເຊັ່ນ: ປຶ້ມຄູ່ມື, ໂປສເຕີ, ແລະ ວິດີໂອສັ້ນທັງພາສາລາວ ແລະ ພາສາຊົນເຜົ່າ. ຂ້າພະເຈົ້າສາມາດເວົ້າໄດ້ເລີຍວ່າ ໂຄງການນີ້ມີຊຸດສື່ການຝຶກອົບຮົມທີ່ສົມບູນແບບຫຼາຍ ແລະ ເຊື່ອໝັ້ນວ່າຊຸມຊົນ ລວມເຖິງອຳນາດການປົກຄອງທ້ອງຖິ່ນຈະສືບຕໍ່ນຳໃຊ້ສື່ເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດແນ່ນອນ.” ເຊິ່ງສື່ເຫຼົ່ານີ້ຈະຍັງຄົງຢູ່ເພື່ອສະໜັບສະໜູນໂຄງການອື່ນໆທີ່ກ່ຽວຂ້ອງຕໍ່ໄປ.
ໃນຕອນທ້າຍ, ໜຶ່ງໃນປະທານຮ່ວມໄດ້ກ່າວປິດກອງປະຊຸມດ້ວຍຄຳເວົ້າທີ່ມີຄວາມໝາຍຄວາມສຳຄັນວ່າ: “ພວກເຮົາໄດ້ເຫັນຫຼັກຖານ ແລະ ຜົນໄດ້ຮັບທີ່ຊັດເຈນຈາກການປະຕິບັດໂຄງການຜ່ານການນຳສະເໜີຂໍ້ມູນໃນມື້ນີ້, ໂດຍສະເພາະແມ່ນຕົວເລກການເຂົ້າເຖິງແຄມເປນໃນສື່ສັງຄົມອອນລາຍທີ່ສູງເຖິງ 3 ລ້ານກວ່າວິວ. ມັນເປັນສິ່ງທີ່ໜ້າປະທັບໃຈຫຼາຍ ແລະ ພວກເຮົາຄວນຈະຮັກສາຍຸດທະສາດທີ່ປະສົບຜົນສຳເລັດນີ້ໄວ້ໃນອະນາຄົດ.”
ຜົນສຳເລັດເຫຼົ່ານີ້ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຫາກປາສະຈາກຄວາມພະຍາຍາມ, ການຮ່ວມມື ແລະ ການສະໜັບສະໜູນຈາກທຸກຄູ່ຮ່ວມງານທີ່ກ່ຽວຂ້ອງ. ພວກເຮົາໄດ້ຮ່ວມກັນສ້າງຮາກຖານທີ່ເຂັ້ມແຂງ ເຊິ່ງສາມາດສ້າງແຮງບັນດານໃຈ ແລະ ເປັນຂໍ້ມູນໃຫ້ແກ່ຂໍ້ລິເລີ່ມວຽກງານການຄຸ້ມຄອງທີ່ດິນໃນລາວ ໃນອະນາຄົດ.


