ກອງປະຊຸມປຶກສາຫາລືຂອງທີມງານຜະລິດປະຕິທິນກົດໝາຍ ປີ 2023

775

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນລະຫວ່າງວັນທີ 29 ມີຖຸນາ ຫາ 1 ກໍລະກົດ ປີ 2022, ກຸ່ມແລກປ່ຽນຂໍ້ມູນລື່ອງທີ່ດິນ ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບທີມງານຜະລິດປະຕິທິນກົດໝາຍ ປີ 2023 ຢູ່ ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ ເພື່ອປືກສາຫາລື, ຄົ້ນຄ້ວາ, ຊອກຫາຂໍ້ມູນ-ແຫຼ່ງທີ່ມາ ຂອງເນື້ອໃນກົດໝາຍນິຕິກໍາຕ່າງໆ ທີ່ຈະນໍາມາປະກອບໃສ່ໃນແຕ່ລະຫົວຂໍ້ປະຕິທິນ ແລະ ການສະເກັດຮູບພາບສໍາລັບການຜະລິດປະຕິທິນສໍາລັບປີ 2023. ເຊິ່ງສະມາຊິກຂອງທີມງານຜະລິດປະຕິທິນກົດໝາຍ ປີ 2023 ນີ້ແມ່ນຜູ້ຕາງໜ້າທີ່ມາຈາກຫຼາຍກວ່າ 14 ພາກສ່ວນ ທັງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ແລະ ພາກລັດ.

ຕະຫຼອດໄລຍະເວລາ 3 ມື້ ຂອງການເຮັດວຽກຂອງທີມງານປະຕິທິນ ປີ 2023 ແມ່ນໄດ້ເນັ້ນການເຮັດວຽກເປັນກຸ່ມ ແລະ ການມີສ່ວນຮ່ວມຂອງສະມາຊິກທຸກຄົນ ເຊິ່ງໄດ້ສຸມໃສ່ການຄັດເລືອກຫົວຂໍ້ປະຕິທິນ, ຄົ້ນຄວ້າ-ຊອກຫາຂໍ້ມູນແລະ ແຫຼ່ງທີ່ມາຂອງເນື້ອໃນກົດໝາຍນິຕິກໍາ ແລະ ເນື້ອໃນນະໂຍບາຍກົດໝາຍທີ່ຈະເອົາມາປະກອບໃສ່ໃນແຕ່ລະຫົວຂໍ້ປະຕິທິນ.

ຫຼັງຈາກນີ້, ທີມງານປະຕິທິນກົດໝາຍ ປີ 2023 ຈະມີການຈັດປະຊຸມເພີ່ມເຕີມເພື່ອການແລກປ່ຽນ ແລະ ປັບປຸງລະຫວ່າງທີມງານ ແລະ ນັກແຕ້ມ-ນັກອອກແບບ. ເຊິ່ງຂໍ້ມູນຕ່າງໆແມ່ນຈະໄດ້ນຳສະເໜີຫຼັງຈາກກອງປະຊຸມຄັ້ງຕໍ່ໄປ.

ທ່ານສາມາດຕິດຕາມຂໍ້ມູນເພີ່ມເຕີມກ່ຽວກັບປະຕິທິນກົດໝາຍປີຕ່າງໆໄດ້ຕາມເວັບໄຊທ໌ຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ https://laolandinfo.org/category/resource/legal-calendar/