ກອງປະຊຸມປຶກສາຫາລືເພື່ອ​ຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ດ້ານການ​ປູກ​ຈິດ​ສຳ​ນຶກ ເພື່ອໃຊ້ເຂົ້າໃນໂຄງການ PIASVC

751

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນວັນທີ 23-24 ພຶດສະພາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອ​ຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ດ້ານການ​ປູກ​ຈິດ​ສຳ​ນຶກ ເພື່ອໃຊ້ເຂົ້າໃນໂຄງການ PIASVC ໃຫ້ແກ່ອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ນາງ ວິໂອເລັນ ໂຟຣິວ, ຜູ້ປະສານງານສາກົນ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແລະ ເປັນປະທານຮ່ວມໂດຍ ທ່ານ ວໍຣະສອນ ແດງກາຍະພິຈິດ, ຜູ້ປະສານງານພາຍໃນ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ. ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນ ນຳພາຈັດຕັ້ງປະຕິບັດການຄັດເລືອກເຄື່ອງມືໂດຍ ທ່ານ ສຸກກະເສມ ຫຼໍ່ມາດມະນີວົງ ຮ່ວມກັບ ທ່ານ ນາງ ເພັດສາຄອນ ສົມຟອງບຸດຕະຂັນ.

ການເຮັດວຽກກຸ່ມເພື່ອຄັດເລືອກເຄື່ອງມື

ຕາງໜ້າສະມາຊິກຈາກບັນດາອົງກອນທີ່ຖືກຄັດເລືອກໃຫ້ຮັບທຶນ ແລະ ຕາງໜ້າຈາກພາກລັດ ກໍ່ຄື ກົມທີ່ດິນ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືນີ້ຕະຫຼອດໄລຍະເວລາ 2 ວັນ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ. ພາຍໃນກອງປະຊຸມ, ຜູ້ນຳພາ ເປີດເວທີຈັດກຸ່ມໃຫ້ແກ່ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບເຄື່ອງມື ທີ່ຮວບຮວມມາຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກັບບົດບາດ ຍິງ-ຊາຍ, ການມີສ່ວນຮ່ວມທາງສັງຄົມ/ຊຸມຊົນ, ສິດພື້ນຖານດ້ານທີ່ດິນ, ແລະ ສິດຄອບຄອງທີ່ດິນຕາມປະເພນີ. ນອກຈາກນີ້ ຍັງມີຂັ້ນຕອນການສັງລວມ ແລະ ນຳສະເໜີປະເດັນຕ່າງໆທີ່ຜູ້ເຂົ້າຮ່ວມຈາກບັນດາອົງກອນໄດ້ປະສົບລະຫວ່າງການດຳເນີນກິດຈະກຳໃນຊຸມຊົນຜ່ານໂຄງການຕ່າງໆທີ່ຜ່ານມາ ເພື່ອເປັນບົດຮຽນ ແລະ ກໍລະນີສຶກສາ ໃຫ້ແກ່ຜູ້ເຂົ້າຮ່ວມຄົນອື່ນໆໄດ້ຮັບຮູ້ ແລະ ປະກອບຄຳຄິດເຫັນຕໍ່ບັນຫາດັ່ງກ່າວ.

ຜູ້ເຂົ້າຮ່ວມໄດ້ຕັ້ງໜ້າຕັ້ງຕາໃນການປະກອບສ່ວນໃນການຄັດສັນເຄື່ອງມືທີ່ຜູ້ນຳພາໄດ້ນຳສະເໜີຕໍ່ກອງປະຊຸມ ເຊິ່ງຈະຖືກນຳໃຊ້ເປັນເຄື່ອງມືໃຫ້ແກ່ອົງກອນທີ່ຈະຮັບທຶນຈາກໂຄງການ PIASVC ເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ກ່ຽວຂ້ອງກັບການປູກຈິດສຳນຶກໃນພື້ນທີ່ໂຄງການໃນຕໍ່ໜ້າ.