ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 3 ຂອງໂຄງການ PIASVC  ຫົວຂໍ້ “ການໃຫ້ຄໍາປຶກສາບແບບຄຼີນິກກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທຳໃນຂົງເຂດທີ່ດິນ ແລະ ຊັບພະຍາກອນທຳມະຊາດ”

755
ໂດຍ LIWG

ໃນລະຫວ່າງວັນທີ 11-15 ກໍລະກົດ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ການໃຫ້ຄໍາປຶກສາທາງດ້ານກົດໝາຍ ໃນຮູບແບບຄຼີນິກກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທຳໃນຂົງເຂດທີ່ດິນ ແລະ ຊັບພະຍາກອນທຳມະຊາດ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ເຊີ່ງນຳພາການຝຶກອົບຮົມ ໂດຍ ບໍລິສັດ ກົດໝາຍ ແລະ ການພັດທະນາ ການຮ່ວມມື ຈຳກັດ (LDP) ຮ່ວມໂດຍ ອົງການ ເມັນໂນນາຍ (MCC Laos) ແລະ ອົງການ ແບັບຊິໂຄ (BABSEACLE Laos) ແລະ ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ຂອງແຕ່ລະອົງການ.

Small Group Working

ການຝຶກອົບຮົມຄັ້ງນີ້ແມ່ນ ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບການໃຫ້ຄຳປຶກສາທາງດ້ານກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທຳ ໃນຂົງເຂດທີ່ດິນ ແລະ ຊັບພະຍາກອນທຳມະຊາດ, ເຊີ່ງເນື້ອຫາຂອງການຝຶກອົບຮົມແມ່ນແນໃສ່ ສິດ ແລະ ບັນຫາກ່ຽວກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ ທາງດ້ານກົດໝາຍ, ກົນໄກການຮ້ອງທຸກ, ກົນໄກການຕິດຕາມກວດກາ, ການໄກ້ແກ້ໄຂຂໍ້ຂັດແຍ່ງ, ເງື່ອນໄຂ ແລະ ບົດບາດ ຂອງອາສາສະໝັກດ້ານກົດໝາຍປະຈຳບ້ານ ແລະ ຈິດອາສາທາງດ້ານກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍ.

Refreshment Activity

ຈຸດພິເສດຂອງການຝຶກອົບຮົມໃນຄັ້ງນີ້ແມ່ນການຮ່ວມມືຂອງບັນດາຄູຝືກຈາກຫຼາຍພາກສ່ວນ ເຊັ່ນ: ບໍລິສັດ LDP, ອົງການ MCC ແລະ ອົງການ BABSEACLE Laos ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ປະສົບການທີ່ຫຼາກຫຼາຍຈາກ ເນື້ອໃຈບົດຮຽນ, ກໍລະນີສຶກສາ ແລະ ເຄື່ອງມືຕ່າງໆທີ່ບັນດາຄູຝຶກໄດ້ຈັດກຽມໄວ້ ເພື່ອແບ່ງປັນໃນວາລະຕ່າງໆ ຕະຫຼອດໄລຍະ 5 ມື້.

ນອກຈາກນີ້ ການຝຶກອົບຮົມ (ToT) ຄັ້ງຕໍ່ໄປຂອງໂຄງການ PIASVC ແມ່ນຈະຈັດຂື້ນໃນເດືອນ ສິງຫາ 2022 ນີ້ ກ່ຽວກັບ ສັນຍາກະສິກຳ. ເຊິ່ງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການຝຶກອົບຮົມແມ່ນຈະເຜີຍແຜ່ຜ່ານຊ່ອງທາງການຕິດຕາມ ຂອງ LIWG ພາຍຫຼັງ.

– ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ PIASVC: https://laolandinfo.org/en/category/blog/news-update/  

Awarding certificates and closing ceremony