ກອງປະຊຸມຝຶກອົບຮົມເປັນຄູຝຶກ (ທວນຄືນ) ຫົວຂໍ້ “ຄວາມສະເໝີພາບທາງເພດ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ”

657

ໂດຍ ແອັດມິນ

ໃນລະຫວ່າງວັນທີ 22-24 ມີນາ 2023 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມເປັນຄູຝຶກ ກ່ຽວກັບ “ຄວາມສະເໝີພາບທາງເພດ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ” ໃຫ້ແກ່ ໂຄງການ PIASVC ເຊິ່ງນຳພາການຝຶກອົບຮົມ ໂດຍ ທ່ານ ນາງ ເພັດສາຄອນ ສົມຟອງບຸດຕະຂັນ, ຜູ້ຊ່ຽວຊານດ້ານຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມທາງສັງຄົມ ແລະ ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ໄດ້ຮັບທຶນຍ່ອຍຈາກໂຄງການ PIASVC ເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ທົ່ວ ສປປ ລາວ.

ການຝຶກອົບຮົມຄັ້ງນີ້ແມ່ນ ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບແນວຄວາມຄິດ ແລະ ຄວາມໝາຍຂອງຄວາມສະເໝີພາບທາງເພດ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ ຜ່ານກິດຈະກຳ ແລະ ການຮຽນຮູ້ໃນຫົວຂໍ້ຕ່າງໆ ເຊັ່ນ: ການສ້າງຄວາມເຂົ້າໃຈກ່ຽວກັບຄວາມຫຼາກຫຼາຍທາງເພດ ແລະ ການເປັນຕົວຕົນຂອງຄວາມຫຼາກຫຼາຍ, ຄວາມຫຼາກຫຼາຍທາງດ້ານອໍານາດ ລະຫວ່າງ ຕົນເອງ, ຜູ້ອື່ນ ແລະ ກຸ່ມທີ່ແຕກຕ່າງ, ເພດພາວະ (ບົດບາດຍິງ-ຊາຍ) ແລະ ຜົນສະທອນກັບຄວາມບໍ່ສະເໝີພາບທາງເພດ, ຄວາມສະເໝີພາບທາງເພດ ແລະ ຄວາມທ່ຽງທຳ, ການມີສ່ວນຮ່ວມທາງສັງຄົມ, ຫຼັກການວັດແທກຄວາມສະເໝີພາບ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ ແລະ ການບໍ່ເຮັດໃນສິ່ງທີ່ເປັນທາງລົບຕໍ່ຜູ່ອື່ນ, ຕົ້ນໄມ້ບັນຫາ ແລະ ການວິເຄາະກ່ຽວກັບ ຄວາມສະເໝີພາບທາງເພດ ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມທາງສັງຄົມ.

ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ ຮຽນຮູ້ ແລະ ສາທິດການນຳໃຊ້ເຄື່ອງມື ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ (WLR) ເຊິ່ງປະກອບມີຄູ່ມື, ຮູບພາບ, ໂພສເຕີ ແລະ ວິດີໂອ ແລະ ເປັນເຄື່ອງມືທີ່ມີເໝາະສົມໃນການປູກຈິດສຳນຶກໃຫ້ແກ່ການປະຕິດບັດກິດຈະກຳໃນຂັ້ນຊຸມຊົນ. ຜ່ານການເຮັດກິດຈະກຳດັ່ງກ່າວ, ມີຫຼາຍຜູ້ເຂົ້າຮ່ວມທີ່ສົນໃຈ ແລະ ໝູນໃຊ້ເຄື່ອງມືດັ່ງກ່າວເຂົ້າໃນການປະຕິບັດກິດຈະກຳໃນພື້ນທີ່ໂຄງການຂອງຕົນ ເນື່ອງຈາກເຫັນວ່າເຄື່ອງມື ເຂົ້າໃຈງ່າຍ ແລະ ສາມາດສ້າງກະທົບໃນທາງທີ່ດີຕໍ່ຊຸມຊົນໄດ້.

– ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ PIASVC: https://laolandinfo.org/en/category/blog/news-update/