ກອງເລຂາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ລົງພາກສະໜາມຢ້ຽມຢາມອົງກອນສະມາຊິກ ຢູ່ ເມືອງ ຊຳເໜືອ, ແຂວງ ຫົວພັນ

630

ໂດຍ LIWG

ໃນລະຫວ່າງ ວັນທີ  14 ຫາ ວັນທີ 17 ມີນາ 2023, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຫົວພັນ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງສະມາຊິກ ກໍຄື ໂຄງການ ສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານໄກ່ເກ່ຍຂັ້ນບ້ານ ທີ່ທາງ ອົງການ ມິດຕະພາບ ເມັນໂນນາຍ (MCC) ໃຫ້ການຊ່ວຍເຫຼືອ ທີ່ ບ້ານ ນາຈອງ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ໃນວັນທີ 16 ມີນາ 2023, ເຊິ່ງໄດ້ຮັບການຕ້ອນຮັບໂດຍ ພະແນກຍຸຕິທຳ ແຂວງ ຫົວພັນ ແລະ ພະນັກງານປະຈຳໂຄງການ ຈາກ MCC.

ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອຮຽນຮູ້ການປະຕິບັດວຽກງານໂຄງການຂອງສະມາຊິກໃນຂັ້ນທ້ອງຖິ່ນ ເພຶ່ອຈະໄດ້ມີຄວາມເຂົ້າໃຈເຖິງສະພາບ ແລະ ຜົນໄດ້ຮັບຈາກການປະຕິບັດໂຄງການ ໂດຍ ຜ່ານການລົງຢ້ຽມຢາມບ້ານເປົ້າໝາຍ ຂອງໂຄງການທີ່ຢູ່ເມືອງຊໍາເໜືອ ແຂວງຫົວພັນ ແລະ ເພື່ອນໍາເອົາບົດຮຽນນັ້ນມາແລກປ່ຽນໃນເຄືອຂ່າຍ.

ໃນການລົງຢ້ຽມຢາມຄັ້ງນີ້, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຮຽນຮູ້ກ່ຽວກັບວຽກງານໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຮ່ວມກັບຄູຝຶກຂັ້ນແຂວງ, ຂັ້ນເມືອງ ແລະ ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ເຊິ່ງໄດ້ຮັບການແລກປ່ຽນບົດຮຽນໂດຍ ຄູຝຶກຈາກພະແນກຍຸຕິທໍາແຂວງ, ຄູຝຶກຈາກພະນັກງານອົງການ MCC ປະຈໍາແຂວງ ຫົວພັນ, ຄູຝຶກຈາກຫ້ອງການຍຸຕິທໍາ ເມືອງ, ຈາກຫ້ອງການສະຫະພັນແມ່ຍິງ ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຫ້ອງການກະສິປ່າໄມ້ເມືອງ.

ນອກຈາກນີ້, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ພ້ອມກັບຕ່າງໜ້າຈາກພະແນກຍຸຕິທໍາແຂວງ, ຕ່າງໜ້າຈາກຫ້ອງການຍຸຕິທໍາເມືອງ ແລະ ພະນັກງານໂຄງການປະຈໍາແຂວງຫົວພັນ ໄດ້ເດີນທາງໄປ ບ້ານ ນາຈອງ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ເຊິ່ງເປັນໜື່ງໃນພື້ນທີ່ໂຄງການຂອງ MCC ເພື່ອແລກປ່ຽນບົດຮຽນກັບໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ. ພວກເຮົາຍັງໄດ້ສ້າງບົດຄວາມກໍລະນີສຶກສາຜ່ານການສຳພາດໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ຕ່າງໜ້າຈາກພະນັກງານໂຄງການ. ເຊິ່ງບົດຄວາມຕ່າງໆ ແມ່ນຈະເຜີຍແຜ່ໃຫ້ທຸກທ່ານໄດ້ອ່ານພາຍຫຼັງ.