
- ເສີມສ້າງຂີດຄວາມສາມາດຂອງອຳນາດການປົກຄອງຂັ້ນບ້ານ ໃນການຕີຄວາມ ແລະ ນຳໃຊ້ກົດໝາຍທີ່ດິນ
- ເພີ່ມຄວາມເຂົ້າໃຈເກືອບກັບສິດ ແລະ ຂອບເຂດການນຳໃຊ້ທີ່ດິນ
- ຊ່ວຍປ້ອງກັນຄວາມສ່ຽງການເສຍສິດນຳໃຊ້ທີ່ດິນໃນອະນາຄົດ
- ເສີມສ້າງທັກສະໃຫ້ໜ່ວຍໄກ່ເກ່ຍຂັ້ນບ້ານ ສາມາດຈັດການ ແລະ ບັນທຶກຄະດີໄດ້ໂດຍອີງໃສ່ຫຼັກຖານຕ່າງໆ ຢ່າງມີລະບົບ
- ສ້າງຄວາມເຂັ້ມແຂງກົນໄກແກ້ໄຂຂໍ້ຂັດແຍ່ງໃນລະດັບຊຸມຊົນ ກ່ອນຈະຂະຫຍາຍໄປສູ່ຂັ້ນຕໍ່ໄປ
- ສົ່ງເສີມການລົງທຶນກະສິກຳຢ່າງຮັບຜິດຊອບ ແລະ ຄຳນຶງເຖິງສິດຊຸມຊົນ
- ສົ່ງເສີມຄວາມຍືນຍົງທາງອຳນາດການປົກຄອງຂັ້ນຕາແສງ ຜ່ານການຖ່າຍທອດຄວາມຮູ້ທາງດ້ານກົດໝາຍ ແລະ ນະໂຍບາຍ
ຈາກລະດັບສູນກາງສູ່ລະດັບທ້ອງຖິ່ນ ຜ່ານການຝຶກອົບຮົມຄັ້ງນີ້ ໂຄງການມີຄວາມເຊື່ອໝັ້ນວ່າ ອຳນາດການປົກຄອງຂັ້ນບ້ານ ມີຄວາມໝັ້ນໃຈຫຼາຍຂຶ້ນໃນການໃຫ້ຄຳແນະນຳກົດໝາຍ ແລະ ຊ່ວຍຫຼຸດຜ່ອນຂໍ້ຂັດແຍ່ງ ເພື່ອສ້າງຊຸມຊົນທີ່ເຂັ້ມແຂງ ແລະ ຍືນຍົງ


