ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 4 ຂອງໂຄງການ PIASVC ຫົວຂໍ້ “ການລົງທຶນທາງດ້ານກະສິກຳດ້ວຍຄວາມຮັບຜິດຊອບ”

645

ໂດຍ LIWG

ໃນລະຫວ່າງວັນທີ 8-12 ສິງຫາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ການລົງທຶນທາງດ້ານກະສິກຳຢ່າງມີຄວາມຮັບຜິດຊອບ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ ແລະ ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ເຊີ່ງນຳພາການຝຶກອົບຮົມ ໂດຍທີມງານຄູຝຶກຫຼັກ ຈາກໂຄງການ ໄລຟ໌ (LIFE project) ທີມງານປະສານງານຄູຝຶກໂດຍ ບໍລິສັດ ກົດໝາຍ ແລະ ການພັດທະນາຮ່ວມມື ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ຂອງແຕ່ລະອົງການ.

ການຝຶກອົບຮົມຄັ້ງນີ້ແມ່ນ ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບການລົງທຶນທາງດ້ານກະສິກຳດ້ວຍຄວາມຮັບຜິດຊອບ. ເຊີ່ງເນື້ອຫາຂອງການຝຶກອົບຮົມແມ່ນແນໃສ່ ຫຼັກການການລົງທຶນທາງດ້ານກະສິກຳດ້ວຍຄວາມຮັບຜິດຊອບໃນ ສປປ ລາວ, ການທົດແທນຄ່າເສຍຫາຍ, ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ນະໂຍບາຍທາງດ້ານແຮງງານ, ການປຶກສາຫາລື ແລະ ການມີສ່ວນຮ່ວມຂອງປະຊາຊົນ, ບົດບາດຂອງແມ່ຍິງຕໍ່ນະໂຍບາຍ ແລະ ນິຕິກຳ, ການເຊົ່າ ແລະ ສຳປະທານທີ່ດິນ, ແລະ ຫຼັກການການສ້າງຄວາມເຫັນດີເຫັນພ້ອມ, ສະໝັກໃຈ ແລະ ໄດ້ຮັບຂໍ້ມູນລ່ວງໜ້າ (FPIC) ແລະ ອື່ນໆ.

ຈຸດພິເສດຂອງການຝຶກອົບຮົມໃນຄັ້ງນີ້ແມ່ນການລົງຢ້ຽມຢາມບ້ານເປົ້າໝາຍ ເຊັ່ນ ບ້ານ ນ້ຳງາດ ແລະ ບ້ານ ນາມອນເໜືອ, ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບັນຫາ ແລະ ກໍລະນີສຶກສາຕົວຈິງຈາກຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການໃນພື້ນທີ່. ນີ້ຈະເປັນປະສົບການໃຫ້ແກ່ຜູ້ເຂົ້າຮ່ວມ ໃນລົງປະຕິບັດກິດຈະກຳໃນພື້ນທີ່ໂຄງການຂອງພວກເຂົາ.

ນອກຈາກນີ້ ການຝຶກອົບຮົມ ຄັ້ງຕໍ່ໄປຂອງໂຄງການ PIASVC ແມ່ນຈະຈັດຂື້ນໃນເດືອນ ກັນຍາ 2022 ນີ້ ກ່ຽວກັບ ສັນຍາກະສິກຳ. ເຊິ່ງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການຝຶກອົບຮົມແມ່ນຈະເຜີຍແຜ່ຜ່ານຊ່ອງທາງການຕິດຕາມ ຂອງ LIWG ໃນໄວໆນີ້.

– ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ PIASVC: https://laolandinfo.org/en/category/blog/news-update/