ວິດີໂອ: ປະຕິທິນກົດໝາຍ ເພື່ອການຮຽນຮູ້ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

2655

ໂດຍ: LIWG

ປະຕິທິນກົດໝາຍ ແມ່ນພາກສ່ວນໜຶ່ງໃນການສື່ສານທາງນິຕິກຳ ເຊັ່ນ: ລັດຖະທຳມະນູນ, ກົດໝາຍ,ດຳລັດ ແລະ ບົດແນະນຳໃນຂົງເຂດທີ່ດິນ, ປ່າໄມ້, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບົດບາດຍິງ-ຊາຍ ແລະ ສົນທິສັນຍາ ເພື່ອໃຫ້ຊາວບ້ານສາມາດເຂົ້າເຖີງຂໍ້ມູນຂ່າວສານດັ່ງກ່າວ, ຮັບຮູ້ຂະບວນການປົກປ້ອງສິດຜົນປະໂຫຍດຂອງຕົນທາງດ້ານກົດໝາຍ, ການມີສ່ວນຮ່ວມໃນວຽກງານໂຄງການພັດທະນາຕ່າງໆ.

ປະຕິທິນໃຫ້ຂໍ້ມູນທາງດ້ານກົດໝາຍ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2009 ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ພາຍໃຕ້ຈຸດປະສົງອັນດຽວກັນຂອງບັນດາອົງການຈັດຕັ້ງທາງສັງຄົມລາວ ແລະ ສາກົນ ໃນການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທຳມະຊາດ. ໃນປະຕິທິນກົດໝາຍ ແມ່ນປະກອບດ້ວຍຮູບພາບ ແລະ ເນື້ອໃນສື່ໃຫ້ເຫັນເຖິງການພົວພັນວຽກງານດ້ານທີ່ດິນ ແລະ ຊັບພະຍາ ກອນທໍາມະຊາດ ເຊິ່ງຫົວຂໍ້ຫຼັກຂອງແຕ່ລະໜ້າ ມີເນື້ອໃນສາມາດນໍາໃຊ້ໄດ້ທາງດ້ານກົດໝາຍ ແລະ ນະໂຍບາຍ ທີ່ເຂົ້າໃຈງ່າຍເໝາະສົມກັບປະຊາຊົນໃນແຕ່ລະທ້ອງຖິ່ນທົ່ວປະເທດ.

ກວ່າ 10 ປີ ທີ່ຜ່ານມາ ປະຕິທິນກົດໝາຍໄດ້ມີການແຈກຢາຍ ແລະ ເຜີຍແຜ່ແກ່ຫຼາຍຊຸມຊົນໂດຍບັນດາສະມາຊິກ ແລະ ຄູ່ຮ່ວມງານຂອງ LIWG. ສະນັ້ນ ວິດີໂອນີ້ແມ່ນໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຜົນໄດ້ຮັບຈາກການເຜີຍແຜ່ປະຕິທິນກົດໝາຍແກ່ປະຊາຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອການຮັບຮູ້ກ່ຽວກັບກົດໝາຍກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນໄລຍະຜ່ານມາ.

ເບິ່ງວິດີໂອ ເປັນພາສາອັງກິດທີ່: https://youtu.be/2Xmv7cfC3jk


ເບິ່ງລາຍລະອຽດກ່ຽວກັບປະຕິທິນກົດໝາຍຂອງພວກເຮົາໄດ້ທີ່: https://laolandinfo.org/category/resource/legal-calendar/