ກອງປະຊຸມ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈຳປີ 2023

669

ໂດຍ LIWG

ໃນຕອນເຊົ້າຂອງວັນທີ 24/02/23, LIWG ໄດ້ຈັດກອງປະຊຸມປະຈຳປີ AGM ເພື່ອນຳສະເໜີປະເດັນສຳຄັນເຊັ່ນ: ການປັບແກ້ຍຸດທະສາດໃຫມ່ຂອງ LIWG, ແຜນວຽກປະຈຳປີ 2023, ວຽກງານການສື່ສານ, ການອັບເດດ ແລະ ແລກປ່ຽນບົດຮຽນຈາກສະມາຊິກ, ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ Kaspar Grossenbacher, ຄະນະຊີ້ນຳວຽກງານ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແລະ ຜູ້ອຳນວຍການ ອົງການ ເຮວວີຕັດ ປະຈຳລາວ, ແລະ ເຂົ້າຮ່ວມໂດຍ ອຳນວຍການ, ປະທານ ແລະ ພັກນັກງານຕົວແທນຈາກບັນດາອົງກອນສະມາຊິກຂອງ LIWG, ທີ່ ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ.