ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ເມສາ – ສິງຫາ 2022 

644

ໂດຍ ແອັດມິນ

LIWG ມີຄວາມຍິນດີທີ່ຈະແບ່ງປັນ ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ເມສາ – ສິງຫາ 2022 ແກ່ບັນດາທ່ານ ເຊິ່ງນີ້ແມ່ນຈົດໝາຍຂ່າວສະບັບທີ 15 ຂອງພວກເຮົາ, ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ຈົດໝາຍຂ່າວສະບັບນີ້ ແມ່ນມີໃນສໍາຄັນຄື:

  • ງານເປີດໂຕ 5 ບົດຄັດຫຍໍ້ກ່ຽວກັບປະເດັນທີ່ດິນ ໃນ ສປປ ລາວ
  • ເຄື່ອງມືສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ (WLR)  
  • ທີມງານປະຕິທິນກົດໝາຍປີ 2023  
  • ການອັບເດດຂໍ້ມູນຂ່າວສານກ່ຽວກັບ ໂຄງການ PIASVC
  • ໜ່ວຍງານວິຊາການ ຂະແໜງການຍ່ອຍທີ່ດິນ
  • ກິດຈະກໍາຂອງສະມາຊິກ ແລະ ຄູ່ຮ່ວມງານ
  • ບົດຄວາມແນະນຳອ່ານ
  • ເວັບໄຊທ໌ແຫຼ່ງຄວາມຮູ້ ແລະ ສື່ສິ່ງພິມແນະນຳອ່ານ
  • ຂ່າວເດັ່ນປະຈຳໄຕມາດ

ທ່ານສາມາດອ່ານເນື້ອໃນທັງໝົດໃນສະບັບເຕັມໄດ້ທີ່:

ພາສາລາວ: https://laolandinfo.org/wp-content/uploads/2022/11/Final-Lao-LIWG-E-newsletter-april-august-2022.pdf

ພາສາອັງກິດ:  https://laolandinfo.org/wp-content/uploads/2022/11/Final-Eng-LIWG-E-newsletter-april-august-2022.pdf