ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ຕຸລາ – ທັນວາ 2020

1702

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ 9 ປະຈໍາໄຕມາດ ເດືອນ ຕຸລາ – ທັນວາ 2020 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ງານເປີດໂຕປະຕິທິນກົດໝາຍປະຈໍາປີ 2021
  • ງານນໍາສະເໜີຜົນໄດ້ຮັບຈາກບົດສຶກສາ ສິດທິຕໍ່ທີ່ດິນຂອງແມ່ຍິງໃນ ສປປ ລາວ
  • ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບເລື່ອງທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດ
  • ກິດຈະກໍາການຝຶກອົບຮົມແກ່ຄູ່ຮ່ວມງານຂອງໂຄງການໄລຟ໌ ກ່ຽວກັບສິດທິທີ່ດິນຕາມປະເພນີ ແລະ ການແກ້ໄຂຂໍ້ຂັດແຍ້ງ ແລະ ການຂື້ນທະບຽນທີ່ດິນ
  • ງານແລກປ່ຽນບົດຮຽນຂອງໄວໜຸ່ມ ໂຄງການ ການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
  • ການຝຶກອົບຮົມ ການນໍາໃຊ້ປະຕິທິນກົດໝາຍ ເພື່ອເຜີຍແຜ່ຂໍ້ມູນດ້ານທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
  • ງານເປີດໂຕປະຕິທິນກົດໝາຍປີ 2021 ທີ່ແຂວງສະຫວັນນະເຂດ
  • ບົດອ່ານແນະນໍາ ແລະ ຂ່າວເດັ່ນກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ

ດາວໂລດຈົດໝາຍຂ່າວສະບັບນີ້:
ພາສາລາວ
ພາສາອັງກິດ