ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບທີ 6

2345

ຈົດໝາຍຂ່າວສະບັບນີ້ ແມ່ນ ສະບັບທີ 6 ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ປະຈໍາໄຕມາດ ເດືອນ ມັງກອນ – ມີນາ 2019. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ. 

ເນື້ອໃນເດັ່ນໃນຈົດໝາຍຂ່າວສະບັບນີ້ ແມ່ນ:

  • ກອງເລຂາ LIWG ລົງພື້ນທີ່ຢ້ຽມຢາມ ໂຄງການ COPE ຂອງ ອົງກອນ Helvetas Laos ແລະ ອົງກອນ CCLໃນແຂວງຜົ້ງສາລີ
  • ງານແລກປ່ຽນບົກຮຽນກ່ຽວກັບ ການວາງແຜນທາງດ້ານພູມິສາດຢ່າງມີຍຸດທະສາດ ສໍາລັບເສັ້ນໂຄງການເສັ້ນ ທາງລົດໄຟລາວ-ຈີນ
  • ການຝຶກອົບຮົມ Do Not Harm ໃນການຄຸ້ມຄອງທີ່ດິນ
  • ກອງປະຊຸມໃຫຍ່ປະຈໍາປີ 2019 ຂອງເຄືອຂ່າຍ LIWG (AGM)  
  • ກຸ່ມທີ່ປຶກສາ ກ່ຽວກັບການປັບປຸງກົດໝາຍທີ່ດິນຮວບຮວມ ບັນດາຄໍາແນະນໍາເພື່ອນໍາສະເໜີໃນການປັບປຸງ ກົດໝາຍທີ່ດິນ
  • ເພື່ອພັດທະນາຄູ່ມື ຄວາມຮັບຜິດຊອບຂອງພາກເອກະຊົນໃນການດຳເນີນທຸລະກິດໃຫ້ ແກ່ໂຄງການ Luras
  • ບົດຄວາມ 5 ຫົວຂໍ້ ກ່ຽວກັບການຄຸ້ມຄອງທີ່ດິນໃນ ສປປ ລາວ ໂດຍ Kyoto Review of Southeast Asia
  • ການນໍາສະເໜີປະເດັນເດັ່ນໃນ ເຟຈເພສບຸກຂອງ LIWG

ດາວໂລດຈົດໝາຍຂ່າວສະບັບນີ້: ສະບັບພາສາລາວ   ສະບັບພາສາອັງກິດ