ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ກໍລະກົດ – ກັນຍາ 2021

1166

ໂດຍ LIWG admin


ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ 12 ປະຈໍາໄຕມາດ ເດືອນກໍລະກົດ – ກັນຍາ 2021 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ກອງປະຊຸມ ສືບຕໍ່ພັດທະນາປະຕິທິນປີ 2022 ຂອງທີມງານສ້າງປະຕິທິນ
  • ຊຸມຊົນແຫ່ງການຮຽນຮູ້ ກ່ຽວກັບ ກໍາມະສິດທີ່ດິນຂອງແມ່ຍິງ
  • ແຜນວຽກງານສະໜັບສະໜູນຂອງ LIWG ເພື່ອຊຸກຍູ້ການປັບປຸງນະໂຍບາຍ ແລະ ນິຕິກໍາ ໃນຂະແໜງການທີ່ດິນ ໃນປະເທດລາວໃຫ້ດີຂື້ນ
  • ການຝຶກອົບຮົມ ຄວາມໄພທາງດ້ານດິຈິຕອລ ແລະ ການນໍາໃຊ້ອິນເຕີເນັດ
  • ກອງປະຊຸມ ໜ່ວຍງານວິຊາການ ຂະແໜງການຍ່ອຍທີ່ດິນ
  • ກິດຈະກໍາຕ່າງໆຂອງ ໂຄງການໄລຟ໌ ແລະ ສະມາຊິກ
  • ບົດຄວາມ, ບົດສຶກສາ ແລະ ວິດີໂອ ແນະນໍາ
  • ຂ່າວເດັ່ນກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ ປະຈໍາໄຕມາດ
  • ແຈ້ງກ່ຽວກັບກິດຈະກໍາໃນໄຕມາດຖັດໄປ

ດາວໂລດຈົດໝາຍຂ່າວສະບັບນີ້:

ພາສາລາວ
ພາສາອັງກິດ