ຖາມ-ຕອບບັນຫາທີ່ດິນ: ການໄດ້ຮັບສິດໃຫ້ຄຸ້ມຄອງ ແລະ ນໍາໃຊ້ທີ່ດິນຂອງລັດ ແມ່ນແນວໃດ?

2625

ແຫຼ່ງຂໍ້ມູນຈາກ ວາລະສານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະບັບເດືອນຕຸລາ 2020

ໃນໄລຍະຜ່ານມາຈະເຫັນວ່າສັງຄົມຕ່າງກໍ່ໃຫ້ຄວາມສົນໃຈໃນເລື່ອງຂອງການຄຸ້ມຄອງທີ່ດິນລັດ ໂດຍສະເພາະກໍລະນີທີ່ມີການມອບ ຫຼື ໂອນສິດນໍາໃຊ້ທີ່ດິນນັ້ນໃຫ້ກັບບຸກຄົນອື່ນ ຫຼື ພາກສ່ວນອື່ນ ເພື່ອຄຸ້ມຄອງ ແລະ ນໍາໃຊ້ ໂດຍສະເພາະ ທີ່ເປັນໂຄງການພັດທະນາ.

ເພື່ອເປັນການຕອບບາງຄໍາຖາມເຫຼົ່ານັ້ນ ພວກເຮົາໄດ້ຄັດເອົາຄໍາຕອບບາງຕອນ ຈາກວາລະສານ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະບັບເດືອນຕຸລາ 2020 ວ່າ ການໄດ້ຮັບສິດໃຫ້ຄຸ້ມຄອງ ແລະ ນໍາໃຊ້ທີ່ດິນຂອງລັດ ແມ່ນແນວໃດແທ້ ແລະ ອົງການຈັດຕັ້ງໃດແດ່ທີ່ກ່ຽວຂ້ອງຕໍ່ກັບປະເດັນດັ່ງກ່າວ.  

ການຂຶ້ນບັນຊີ  ແລະ  ການຄຸ້ມຄອງທີ່ດິນຂອງລັດ ຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຄວນເຮັດແນວໃດ?ຂະແຫນງການອື່ນທີ່ບໍ່ກ່ຽວຂ້ອງ ມີສິດມອບສິດນໍາໃຊ້ທີ່ດິນນັ້ນ ໃຫ້ບຸກຄົນ ຫຼື ພາກສ່ວນອື່ນ ຄຸ້ມຄອງ ແລະ ນໍາໃຊ້ ໄດ້ ຫຼື ບໍ? ອົງການຈັດຕັ້ງລັດ ແລະ ບຸກຄົນທີ່ໄດ້ຮັບສິດໃຫ້ຄຸ້ມຄອງ ແລະ ນໍາໃຊ້ທີ່ດິນຂອງລັດ ຈະຖືກຖອນສິດນໍາໃຊ້ທີ່ດິນຂອງລັດນັ້ນຄືນໄດ້ ຫຼືບໍ່?

ຕາມລັດຖະທໍາມະນູນ  ແລະ  ກົດຫມາຍແລ້ວ ຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສິນ  ແລະ  ຄໍາພິພາກສາ ຂອງສານປະຊາຊົນ ທີ່ໃຊ້ໄດ້ຢ່າງເດັດຂາດ ທຸກອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ; ບຸກຄົນ ແລະ ອົງການ ຈັດຕັ້ງທີ່ມີສ່ວນກ່ຽວຂ້ອງ ຕ້ອງປະຕິບັດຢ່າງເຂັ້ມງວດ; ຄໍາສັ່ງ, ຄໍາຊີ້ຂາດ, ຄໍາຕັດສິນ ແລະ ຄໍາພິພາກສາຂອງສານປະ ຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ບໍ່ສາມາດປ່ຽນແປງໄດ້ແຕ່ຢ່າງໃດ ເວັ້ນເສຍແຕ່ໃນກໍລະນີ ທີ່ມີການຮື້ຟື້ນຄະດີ.

ຄໍາຕົກລົງກ່ຽວກັບການດໍາເນີນຄະດີຂອງອົງການໄອຍະການປະຊາຊົນ ແລະ ຄໍາຕົກລົງຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລ້ວນັ້ນ ອົງການນິຕິບັດຍັດ (ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ) ແລະ ອົງການ ບໍລິຫານ (ລັດ ຖະບານ ແລະ ອົງ ການປົກຄອງທ້ອງຖິ່ນ) ຈະບໍ່ມີສິດຍົກເລີກຄໍາຕົກລົງດັ່ງກ່າວ. 

ກ່ຽວກັບທີ່ດິນ ທີ່ສານຕັດສິນຮີບເປັນຂອງລັດ ຫຼື ໃຫ້ລັດເປັນຜູ້ຄຸ້ມຄອງທີ່ດິນ ຫຼັງຈາກມີຄໍາຕັດສິນ ຫຼື ຄໍາພິ ພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ແມ່ນຫນ້າທີ່ຂອງຫ້ອງການ ຫຼື ຫນ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເປັນຜູ້ປະຕິບັດຄໍາຕັດສິນດັ່ງກ່າວຕາມຂັ້ນຕອນຂອງກົດຫມາຍ ເມື່ອການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານໄດ້ສິ້ນສຸດແລ້ວຫ້ອງການ ຫຼື ຫນ່ວຍງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະອອກຄໍາສັ່ງ ປິດສໍານວນຄະດີ ແລະ ແຈ້ງໃຫ້ຂະແຫນງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ເມືອງ ບ່ອນທີ່ດິນຕັ້ງຢູ່ ເພື່ອຂຶ້ນຊີເປັນຊັບສິນຂອງລັດ ແລະ ຄຸ້ມຄອງຕາມກົດຫມາຍ. ຊັບສິນປະເພດທີ່ດິນໃຫ້ຂຶ້ນທະບຽນກ່ອນແລ້ວຈຶ່ງລາຍງານຂັ້ນເທິງພິຈາລະນາກ່ຽວກັບການໃຫ້ເຊົ່າ, ໃຫ້ສໍາປະທານ ເພື່ອເກັບລາຍຮັບເຂົ້າງົບປະມານ ຫຼື ນໍາໃຊ້ເຂົ້າໃນວຽກງານລວມຂອງລັດ,ຊັບສິນປະເພດນີ້ບໍ່ອະນຸຍາດໃຫ້ມອບສິດໃຫ້ແກ່ບຸກຄົນເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດເຫັນດີຈາກລັດຖະບານ.

ໃນກໍລະນີຂະແຫນງການອື່ນ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ບໍ່ມີສິດອໍານາດຕາມກົດຫມາຍ ຫາກອອກຂໍ້ຕົກລົງມອບສິດນໍາໃຊ້ທີ່ດິນໃຫ້ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງໃດຫນຶ່ງ ຄຸ້ມຄອງນໍາໃຊ້ ຖືວ່າການຕົກລົງດັ່ງກ່າວ  ແມ່ນບໍ່ ຖືກຕ້ອງ ແລະ ສອດຄ່ອງກັບກົດຫມາຍ  ເພາະບໍ່ແມ່ນພາລະບົດບາດຂອງພາກສ່ວນດັ່ງກ່າວ.  ຖ້າມີການຕົກລົງຕ້ອງໄດ້ສະເຫນີຍົກເລີກ ຫຼື ລົບລ້າງ ຕາມມາດຕາ 84 ຂອງກົດຫມາຍວ່າດ້ວຍ ທີ່ດິນ ສະບັບປັບປຸງປີ 2019.

ອົງການຈັດຕັ້ງລັດ ແລະ ບຸກຄົນທີ່ໄດ້ຮັບສິດໃຫ້ຄຸ້ມຄອງ ແລະ ນໍາໃຊ້ທີ່ດິນຂອງລັດ ຈະຖືກຖອນສິດນໍາໃຊ້ ທີ່ດິນຂອງລັດນັ້ນຄືນ ໄດ້ ຫຼື ບໍ່ ?

ລັດ ສາມາດຖອນສິດນໍາໃຊ້ທີ່ດິນຂອງລັດຄືນຈາກອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ລວມທັງການຈັດຕັ້ງລວມຫມູ່ ແລະ ລັດວິສາຫະກິດ ແລະ ບຸກຄົນ, ນິຕິບຸກ ຄົນ ຫຼື ການຈັດ ຕັ້ງພາຍໃນ ແລະ ຕ່າງປະເທດ ຕາມກໍລະນີດັ່ງນີ້:

  1. ສໍາລັບ ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ລວມທັງການຈັດຕັ້ງລວມຫມູ່ ແລະ ລັດວິສາຫະກິດທີ່ໄດ້ຮັບສິດນໍາໃຊ້ທີ່ດິນຂອງລັດ ຫາກບໍ່ວາງແຜນ ການນໍາໃຊ້ທີ່ດິນ, ນໍາໃຊ້ທີ່ດິນບໍ່ຖືກຕ້ອງຕາມເປົ້າຫມາຍ  ແລະ  ບໍ່ເສຍຄ່າທໍານຽມການນໍາໃຊ້ທີ່ດິນ ພາຍໃນເວລາ ສາມປີ ຈະເສຍສິດນໍາໃຊ້ທີ່ດິນດັ່ງກ່າວ;
  2. ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ມີການນໍາໃຊ້ຕົວຈິງ  ຫຼື  ນໍາໃຊ້ບໍ່ຖືກຕ້ອງ  ຕາມກົດຫມາຍ ຫຼື ສັນຍາ ເປັນຕົ້ນ ການຂາຍສິດເຊົ່າ ຫຼື ສໍາປະທານໃຫ້ຜູ້ອື່ນ ໂດຍບໍ່ໄດ້ຮັບອະນຸຍາດ.

ອົງການທີ່ມີສິດຕົກລົງຖອນສິດນໍາໃຊ້ທີ່ດິນຂອງລັດຄືນ ໃນກໍລະນີເທິງນີ້ມີຄື:

ລັດຖະບານ ຕົກລົງຖອນສິດນໍາໃຊ້ທີ່ດິນຂອງລັດຄືນຈາກອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນລວມທັງການຈັດຕັ້ງລວມຫມູ່ ແລະ ລັດວິສາຫະກິດຂັ້ນສູນກາງ ຕາມການສະເຫນີຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕົກລົງຖອນສິດນໍາໃຊ້ທີ່ດິນຂອງລັດຄືນຈາກອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ລວມທັງການ ຈັດຕັ້ງລວມຫມູ່  ແລະ ລັດວິສາ ຫະກິດຂັ້ນທ້ອງຖິ່ນ ຕາມການສະເຫນີຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.

ສໍາລັບການຖອນສິດນໍາໃຊ້ທີ່ດິນຂອງລັດ ຕາມກໍລະນີທີ ສອງ ເທິງນີ້ ຂະແຫນງການຊັບພະຍາກອນທໍາມະຊາດ  ແລະ  ສິ່ງແວດລ້ອມ ເປັນຜູ້ພິຈາລະນາຄົ້ນຄວ້າ ສະເຫນີລັດຖະບານ  ຫຼື  ອົງການປົກຄອງຂັ້ນແຂວງ ພິຈາລະນາຖອນ ບົນພື້ນຖານການເປັນເອກະພາບກັບຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

——————————–
ແຫຼ່ງຂໍ້ມູນອ້ງອີງຈາກ: MONRE ກຊສ, ໜ້າທີ 30-31, ຖາມ-ຕອບ ບັນຫາທີ່ດິນ, ວາລະສານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະບັບເດືອນ ຕຸລາ 2020: https://bit.ly/36zZpNQ