ລາວໄດ້ສູນເສຍເນື້ອທີ່ປ່າໄມ້ກວ່າ 945,000 ເຮັກຕາ ໃນຊ່ວງປີ 2000 – 2015 ທີ່ຜ່ານມາ

2713

ຈາກ ບົດສຶກສາ ການສູກເສຍເນື້ອທີ່ປ່າໄມ້ຈາກການປູກພືດເປັນສິນຄ້າ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍອົງການ USAID  ໃຫ້ຮູ້ວ່າໃນຫຼາຍ ປະເທດໃນອາຊີຕາເວັນອອກສ່ຽງໃຕ້ ແມ່ນມີການສູນເສຍເນື້ອທີ່ປ່າໄມ້ຢ່າງຫຼວງຫຼາຍ ແລະ ບາງປະເທດເຖິງຂັ້ນວິກິດ ໃນຊ່ວງປີ 2000 – 2015 ທີ່ຜ່ານມາ. ເຊິ່ງບົດລາຍງານນີ້ມີການເຜີຍແຜ່ໃນຊ່ວງຕົ້ນເດືອນ ກຸມພາ 2021 ທີ່ຜ່ານມານີ້.

ໃນບົດສຶກສານີ້ແມ່ນໃຊ້ເວລາໃນການສຶກສາ 2 ປີໃນການທໍາການສຶກສາຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ  ໂດຍໄດ້ມີການເຈາະຈົງພື້ນທີ່ການສຶກສາ ໃນ 7 ປະເທດ ຄື: ກໍາປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ.

ສະເພາະໃນປະເທດລາວ ບົດສຶກສານີ້ໄດ້ໃຫ້ຮູ້ວ່າ ປະຊາກອນກວ່າ 70% ໃນປະເທດລາວ (ປະມານ 6.6 ລ້ານຄົນ) ໄດ້ອາໄສປ່າໄມ້ ແລະ ແມ່ນໍ້າ ເພື່ອການດໍາລົງຊີວິດ ແລະ ສ້າງລາຍໄດ້ໃຫ້ກັບຄອບຄົວ. ແຕ່ຕະຫຼອດໄລຍະເວລາ 15 ປີ (ແຕ່ປີ 2000 -​2015)ທີ່ຜ່ານມາ ປະເທດລາວໄດ້ສູນເສຍເນື້ອທີ່ປ່າໄມ້ເກືອບລ້ານເຮັກຕາ ເຊິ່ງການສູນເສຍເນື້ອທີ່ຂອງປ່າໄມ້ແມ່ນມີຜົນກະທົບໂດຍກົງຕໍ່ກັບດໍາລົງຊີວິດຂອງປະຊາ ຊົນລາວ ແລະ ການເຊື່ອມໂຊມສະພາບແວດລ້ອມດ້ວຍ.

ຈາກບົດລາຍງານ ໄດ້ນໍາສະເໜີໃຈຄວາມສໍາຄັນກ່ຽວກັບເນື້ອທີ່ປ່າໄມ້ໃນປະເທດລາວຄື:

  • ລາວໄດ້ສູນເສຍເນື້ອທີ່ປ່າໄມ້ກວ່າ 945,000 ເຮັກຕາ ໃນຊ່ວງປີ 2000 – 2015 ເຊິ່ງ 500,000 ກວ່າເຮັກຕາຈາກຈໍານວນດັ່ງກ່າວແມ່ນຖືກປ່ຽນໄປເປັນພື້ນທີ່ການເຮັດກະສິກໍາ
  • ທີ່ດິນປ່າໄມ້ກວ່າ 50% ທີ່ຖືກປ່ຽນເປັນເນື້ອທີ່ກະສິກໍານັ້ນ ສ່ວນໃຫຍ່ແມ່ນເປັນການປູກພືດດ່ຽວ ເຊັ່ນ:  ສາລີ, ມັນຕົ້ນ ແລະ ອ້ອຍ. ສ່ວນທີ່ເຫຼືອແມ່ນ ປູກຕົ້ນໄມ້ອຸດສາຫະກໍາ ເຊັ່ນ ຢາງພາລາ ແລະ ຕົ້ນໄມ້ເພື່ອຜະລິດເປັນເຈ້ຍ
  • ປະລິມານຊີວະມວນການເກັບກັກຄາຣບອນທັງໝົດ ຂອງເນື້ອທີ່ປ່າ ເທິງໜ້າດິນ ຖືກແທນທີ່ດ້ວຍ ພືດປູກ (ພືດດ່ຽວ) ກວ່າ 9.1 ລ້ານໂຕນ ເຊິ່ງໝາຍຄວາມວ່າ ການຕັດໄມ້ທໍາລາຍປ່າແມ່ນເຮັດໃຫ້ປະລິມານຄາຣບອນຫຼຸດລົງ ເຖິງ 84% (ຈາກຈໍານວນເກັບກັກທັງໝົດ)

ຊັບພະຍາກອນທໍາມະຊາດໃນລາວເປັນແຫຼ່ງຊັບພະຍາກອນຕົ້ນຕໍທີ່ໄດ້ຖືກໃຊ້ ເພື່ອພັດທະນາທາງດ້ານເສດຖະກິດຂອງປະເທດ  ເຊິ່ງສິ່ງດັ່ງກ່າວກໍ່ເຮັດໃຫ້ປ່າໄມ້ທໍາມະຊາດຫຼຸດລົງເຖິງ 41% ໃນຊ່ວງຕົ້ນຊຸມປີ 2000 ທີ່ຜ່ານມາ. ໃນປັດຈຸບັນ ປ່າໄມ້ປົກຄຸມໃນລາວແມ່ນເປັນປ່າໄມ້ປະສົມປະສານລະຫວ່າງ ປ່າຂັ້ນສອງ ຫຼື ປ່າທີ່ເກີດຂື້ນໃໝ່ (Secondary forests), ພື້ນທີ່ປູກພືດອຸດສາຫະກໍາ ແລະ ປ່າໄຜ່.  

ເຂດບ້ານໜຶ່ງ ໃນຊ່ວງທີ່ນໍ້າທາຂອດແຫ້ງ ທີ່ເມືອງນໍ້າທາ ແຂວງຫຼວງນໍ້າທາ. ພາບໂດຍ LIWG

ຕໍ່ກັບປະເດັນດັ່ງກ່າວ ລັດຖະບານລາວໄດ້ມີຄວາມພະຍາຍາມ ທີ່ຈະມີເນື້ອທີ່ປົກຫຸມປ່າໄມ້ 70% ໃນທົ່ວປະເທດ ເຊິ່ງໄດ້ມີການນໍາສະເໜີໄວ້ວ່າ ຈະໃຫ້ບັນລຸໃຫ້ໄດ້ໃນປີ 2020 ທີ່ຜ່ານມາ ແຕ່ການປະເມີນອັດຕາການປົກຫຸ້ມຂອງປ່າໄມ້ຢູ່ລາວ ຄັ້ງຫລ້າສຸດ ທີ່ຈັດຂຶ້ນໃນປີ 2015 ຜ່ານມາ ຂອງະຊວງກະສິກໍາ ແລະ ປ່າໄມ້ ແມ່ນສະແດງໃຫ້ເຫັນວ່າ ອັດຕາການປົກຫຸ້ມຂອງປ່າໄມ້ຢູ່ລາວໃນເວລານັ້ນກວມ 58% ຂອງເນື້ອທີ່ທົ່ວປະເທດ, ສ່ວນການປະເມີນໃນປີ 2020 ລັດຖະບານຄາດວ່າ ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ຈະຢູ່ທີ່ກ່ວາ 60% ເທົ່ານັ້ນ ແຕ່ຈະບໍ່ບັນລຸ 70% ຕາມທີ່ລັດຖະບານໄດ້ວາງຄາດໝາຍເອົາໄວ້.

ການທໍາຄວາມເຂົ້າໃຈຄືນໃໝ່ກ່ຽວກັບຂອບເຂດຄວາມສາມາດໃນການປ່ອຍກາສເຮືອນແກ້ວ ຫຼື ການຫຼຸດລົງ ອັນເນື່ອງມາຈາກການປ່ຽນແປງການນໍາໃຊ້ທີ່ດິນ  ແມ່ນສິ່ງທີ່ສໍາຄັນເປັນອັນດັບຕົ້ນໆ ທີ່ຈະຊ່ວຍໃຫ້ປະເທດ ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້.

ຕໍ່ກັບບັນຫາທີ່ເກີດຂື້ນໃນໄລຍະທີ່ຜ່ານມາ ລັດຖະບານລາວກໍ່ໄດ້ມີບາດກ້າວທີ່ສໍາຄັນໃນຄວາມພະຍາຍາມເພີ່ມເນື້ອທີ່ຂອງປ່າໄມ້ພາຍໃນປະເທດ ແລະ ມີການສະໜັບສະໜູນການຈັດຕັ້ງປະຕິບັດປ່າໄມ້ບ້ານ (ໃຫ້ບ້ານເປັນຜູ້ຄຸ້ມຄອງປ່າພາຍໃນບ້ານ). ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງມີຫຼາຍຢ່າງທີ່ຕ້ອງມີການປັບປຸງແນວທາງນະໂຍບາຍການຢຸດຕິຖາງປ່າຂອງລັດຖະບານລາວ ໂດຍເນັ້ນໃຫ້ເບິ່ງການເຮັດໄຮ່ໝູນວຽນ ພ້ອມກັບການປະສົມປະສານການເພີ່ມຕົ້ນໄມ້ທີ່ແທດເໝາະກັບພູມິທັດໃນພື້ນທີ່ທີ່ມີການເຮັດໄຮ່.

ການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ, ການວາງແຜນໄລຍະຍາວ, ການມີສ່ວນຮ່ວມຈາກພາກປະຊາສັງຄົມນັ້ນ ແມ່ນເປັນແນວທາງທີ່ຈະເຮັດໃຫ້ການຄຸ້ມຄອງປ່າໄມ້ ສາມາດເຮັດໄດ້ໃນໄລຍະຍາວ ແລະ ມີຄວາມຍືນຍົງ.

ປ້າຍຄໍາສຸພາສິດຕິດໄວ້ຕົ້ນໄມ້ຢູ່ທາງເຂົ້າບ້ານແຫ່ງໜຶ່ງໃນເມືອງ ສະພັງທອງ, ແຂວງສະຫວັນນະເຂດ. ພາບໂດຍ LIWG

ໃນບົດສຶກສານີ້ ກໍ່ຍັງໄດ້ມີຂໍ້ສະເໜີແນະທີ່ສໍາຄັນແກ່ປະເທດລາວ ຕໍ່ກັບການຄຸ້ມຄອງປ່າໄມ້ທີ່ຍືນຍົງເຊັ່ນ ການເພີ່ມການສະໜັບສະໜູນຊາວກະສິກອນຂະໜາດນ້ອຍທີ່ດໍາເນີນການປູກກາເຟ, ການປັບວິທີໃນການປູກຢາງພາລາ (ເຊັ່ນໃຫ້ປູກໃນພື້ນທີ່ດິນທີ່ເຊື່ອມໂຊມ ພ້ອມນໍາໃຊ້ວິທີການນິເວດກະສິກໍາໄປນໍາ), ສົ່ງເສີມການເຮັດກະສິກໍາທີ່ເນັ້ນການອະນຸລັກ, ມີການບັນທຶກເກັບຂໍ້ມູນ ແລະ ຮັບປະກັນການຄອບຄອງນໍາໃຊ້ທີ່ດິນຂອງຊາວກະສິກອນ, ສະໜັບສະໜູນດ້ານການເງິນ, ການສ້າງສະຫະກອນໃນວຽກງານກະສິກຳ ແລະ ການເຂົ້າເຖິງຕະຫຼາດ ແລະ ອື່ນໆ.

ໝາຍເຫດ: ນີ້ແມ່ນສ່ວນໜຶ່ງທີ່ພວກເຮົາໄດ້ຄັດຈ້ອນຈາກບົດສຶກສາ ດັງກ່າວ ເຊິ່ງການແປເນື້ອຫານີ້ແມ່ນບໍ່ໄດ້ຢູ່ໃນຄວາມຮັບຜິດຊອບຂອງ
USAIDແຕ່ຢ່າງໃດ, ບົດສຶກສາຕົ້ນສະບັບນີ້ ແມ່ນເປັນພາສາອັງກິດ
(This part of translation was not created by the U.S. Agency for International Development. USAID is not responsible for the content or accuracy of this translation. The original English edition shall be the authoritative edition).


ແຫຼ່ງທີ່ມາຂອງຂໍ້ມູນ:

  • ບົດສຶກສາ ການສູກເສຍເນື້ອທີ່ປ່າໄມ້ຈາກການປູກພືດເປັນສິນຄ້າ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ໂດຍ ອົງການ USAID ເຊິ່ງທ່ານສາມາດອ່ານໄດ້ທີ່: ບົດລາຍງານສະບັບເຕັມ: https://bit.ly/3tLhhPU (ສະເພາະປະເທດລາວແມ່ນເບິ່ງໜ້າທີ 51 – 68) ແລະ ບົດສະຫຼຸບຫຍໍ້: https://bit.ly/3tQm5Ub
  • ຂ່າວສານປະເທດລາວ: ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ຈະບໍ່ບັນລຸຕາມຄາດໝາຍ 70% ໃນປີ 2020 ຕາມທີ່ຄາດໝາຍໄວ້: http://bit.ly/2OWIlN6