ເປັນຫຍັງຄົນທີ່ຜະລິດອາຫານໃຫ້ຄົນສ່ວນໃຫຍ່ໃນໂລກບໍລິໂພກ ຈຶ່ງເປັນຄົນທີ່ອຶດຫິວທີ່ສຸດ?

2206

ໃນຊ່ວງ ວັນອາຫານໂລກ ຄົນທົ່ວມຸມໂລກຕ່າງກໍ່ມີທັງການສະເຫລີມສະຫຼອງ ແລະ ມີບາງກຸ່ມຄົນທີ່ອອກມາຮຽກຮ້ອງໃຫ້ມີການປ່ຽນແປງ ໂດຍສະເພາະ ຄວາມໝັ້ນຄົງທາງດ້ານອາຫານຂອງຊາວກະສິກອນຜູ້ເຊິ່ງເປັນຜູ້ຜະລິດອາຫານໃຫ້ຄົນທັງໂລກບໍລິໂພກນັ້ນເອງ.


ແປຂ່າວຈາກ BBC News Thai

ຜ່ານມາ ອົງການສະຫະປະຊາຊາດ (ສປຊ) ໄດ້ລະບຸວ່າ ແຕ່ລະປີຄົນຫລາຍກວ່າ 820 ລ້ານຄົນ ທົ່ວໂລກ ຕ້ອງປະເຊີນກັບຄວາມອຶດຫີວ ແຕ່ໃນຂະນະດຽວກັນກໍ່ມີຄົນທີ່ມີນໍ້າໜັກເກີນເພີ່ມຂື້ນ.

ສະຖິຂອງ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໄດ້ລະບຸວ່າ ອາຫານທີ່ຖືກຜະລິດຂື້ນໃນໂລກນີ້ພຽງພໍຕໍ່ການລ້ຽງດູຄົນເຖິງ 10,000 ລ້ານຄົນ ແຕ່ແລ້ວເປັນຫຍັງຈຶ່ງເກີດບັນຫາ ຄວາມອຶດຫິວ ນີ້ຂື້ນ?

ທ່ານລອງຈິນຕະນາການເບິ່ງວ່າ ທ່ານຄືຜູ້ຜະລິດອາຫານ ແຕ່ຕ້ອງນອນໃນສະພາຍທ້ອງກິ່ວ, ອັນນີ້ມັນຄືຄວາມຂັດແຍ້ງ.

ຄົນທີ່ເຮັດວຽກໃນຂະແໜງການດ້ານກະສິກໍາມີສັດສ່ວນ 1 ໃນ 3 ຂອງແຮງງານໃນໂລກ.

ການກະສິກຳໃນເຂດຊົນນະບົດແມ່ນ ຜະລິດອາຫານເຖິງ 80% ທີ່ບໍລິໂພກກັນໃນປະເທດກຳລັງພັດທະນາ ແຕ່ເບິ່ງຄືວ່າຄົນກຸ່ມນີ້ພັດເປັນຜູ້ທີ່ອຶດຫີວ ທີ່ສຸດ.

ຄວາມຍາກຈົນນຳໄປສູ່ຄວາມອຶດຫິວ

ຊາວກະສິກອນບາງຄົນແມ່ນບໍ່ສາມາດແມ້ນແຕ່ຈະຊື້ອາຫານທີ່ເປັນຜົນຜະລິດຜົນຂອງຕົນເອງ ໂດຍທີ່ໃນປະເທດກຳລັງພັດທະນາຄ່າອາຫານອາດສູງເຖິງ 50% ຂອງລາຍໄດ້.

ອົງການ ສປຊ ລະບຸວ່າ ຄົນທົ່ວໂລກປະມານ 1 ໃນ 9 ຄົນ ແມ່ນບໍ່ມີອາຫານກິນຢ່າງພຽງພໍທີ່ຈະເຮັດໃຫ້ມີຊີວິດຢູ່ຢ່າງມີສຸຂະພາບທີ່ດີ ແລະ ມີຄວາມກະຕືລືລົ້ນ.
ຄົນຈໍານວນຫລາຍມີລາຍໄດ້ໃນການດຳລົງຊີວິດຕໍ່າກວ່າເສັ້ນແບ່ງຄວາມຍາກຈົນຂອງນານາຊາດ ເຊິ່ງຄຳນວນແມ່ນບໍ່ໄດ້ຮອດ 57 ບາດ (ປະມານ 16,500 ກີບ) ຕໍ່ຄົນ ຕໍ່ວັນ. ເຖິງຢ່າງໃດກໍ່ຕາມ ຄວາມອຶດຫິວ ແລະ ຄວາມຍາກຈົນ ບໍ່ໄດ້ເກີດຂື້ນໃນປະເທດກຳລັງພັດທະນາເທົ່ານັ້ນ.
ໃນປີ 2018 ປະຊາຊົນໃນປະເທດສະຫະລັດອາເມຣິກາ ຫລາຍກວ່າ 37 ລ້ານຄົນ ບໍ່ມີເງິນຊື້ອາຫານກິນຢ່າງພຽງພໍ.

“ມີອາຫານເຫລືອຖິ້ມຫລາຍຂື້ນ ຄວາມອຶດຫີວຍິ່ງມີຫລາຍຂື້ນ”

ອົງການ ສປຊ ລະບຸວ່າ ໂລກເຮົາມີອາຫານພຽງພໍລ້ຽງດູຄົນໃນໂລກເຖິງ 10 ລ້ານຄົນ ແລ້ວເກີດຫຍັງຂື້ນ ກັບອາຫານເຫຼົ່ານັ້ນ. ອາຫານທີ່ຜະລິດໄດ້ໃນແຕ່ລະປີກວ່າ 1 ໃນ 3 ທີ່ເນົ່າເສຍ ຫລື ຖືກນຳເອົາໄປຖິ້ມ ສ່ວນໃຫຍ່ເປັນອາຫານເຫລືອຈາກຄົວເຮືອນ ເຊິ່ງເຫດຜົນຂອງອາຫານເນົ່າເສຍແມ່ນ ການເກັບຮັກສາ ແລະ ຂົນສົ່ງບໍ່ດີ ໂດຍທີ່ອາຫານທີ່ເຫລືອຖິ້ມນັ້ນມີມູນຄ່າສູງເຖິງ 30 ລ້ານ ລ້ານບາດ.

ອົງການ ສປຊ ແລະ ອົງການ FAO ລະບຸວ່າ ຫາກຫລຸດປະລິມານອາຫານເນົ່າເສຍ ຫລື ຫລຸດການຖິ້ມອາຫານລົງໄດ້ 25% ກໍາພໍທີ່ຈະລ້ຽງດູຜູ້ຄົນທີ່ປະເຊີນກັບໄພອຶດຫິວໄດ້ອີກ 870 ລ້ານຄົນ. 

ຜູ້ຍິງຄືຜູ້ທີໄດ້ຮັບຜົນກະທົບຫລາຍທີ່ສຸດ

ຄວາມເທົ່າທຽມກັນທາງດ້ານບົດບາດຂອງເພດ ເປັນຫົວໃຈສຳຄັນໃນການກຳຈັດຄວາມອຶດຫິວໃນທຸກໆພູມິພາກຂອງໂລກ ເນື່ອງຈາກວ່າ ຜູ້ຍິງມີໂອກາດທີ່ຈະຕົກຢູ່ໃນສະພາບຄວາມອຶດຫີວຫຼາຍກວ່າ ຜູ້ຊາຍ ເຊິ່ງເຫັນໄດ້ວ່າ ຊາວກະສິກອນທີ່ເປັນຜູ້ຍິງ ແມ່ນໄດ້ຮັບຄ່າແຮງງານໜ້ອຍກວ່າຜູ້ຊາຍ ແຕ່ພັດເຮັດວຽກໃນສະພາບທີ່ຫຍຸ້ງຍາກກວ່າ.  

ອົງການ ສປຊ ລະບຸວ່າ ຄວາມອຶດຫີວໃນໂລກຈະຫຼຸດລົງເຖິງ 150 ລ້ານຄົນ ຖ້າຊາວກະສິກອນທີ່ເປັນແມ່ຍິງ ເຂົ້າເຖິງຊັບພະຍາກອນຕ່າງໆໄດ້ເທົ່າທຽມກັບຜູ້ຊາຍ.

ຕ້ອງບໍ່ລືມເລື່ອງການການປ່ຽນແປງດິນຟ້າອາກາດ

ເລື່ອງນີ້ກໍ່ເປັນສາເຫດສໍາຄັນຂອງຄວາມອຶດຫີວທີ່ເກີດຂື້ນໃນທົ່ວໂລກ, ອຸນຫະພູມທີ່ສູງຂື້ນ ແລະ ສະພາບອາກາດທີ່ຮຸນແຮງຂື້ນນັ້ໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານກະສິກໍາ ອັນເປັນເຫດເຮັດໃຫ້ ຊາວກະສິກອນຫຼາຍຄົນຕ້ອງປະເຊີນກັບສະພາບຜົນຜະລິດທີ່ຕົກຕໍ່າ ແລະ ມີຄຸນນະພາບຫຼຸດລົງ.

ອົງການ ສປຊ ໄດ້ຕັ້ງເປົ້າໝາຍໄວ້ວ່າ ຈະເຮັດໃຫ້ຄວາມອຶດຫີວ ກາຍເປັນສູນ ພາຍໃນປີ 2030 ແຕ່ຜູ້ຊ່ຽວຊານເຕືອນວ່າ ການຈະໄປເຖິງເປົ້າໝາຍແມ່ນບໍ່ແມ່ນເລື່ອງງ່າຍ ເພາະຕະຫຼອດ 3 ປີ ມານີ້ຈໍານວນ ຄົນທີ່ຢູ່ໃນພາວະອຶດຫິວຍັງເພີ່ມຂື້ນ

ແຫຼ່ງຂ່າວ BBC News Thai: https://www.bbc.com/thai/international-50069689

——-

ອ່ານຂ່າວເພີ່ມເຕີມທີ່ນີ້: