ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຕ້ອງການ “ຜູ້ຊ່ວຍວຽກງານບໍລິຫານຫ້ອງການ” 1 ຕຳແໜ່ງ

1180

ໂດຍ LIWG

ກ່ຽວກັບພວກເຮົາ

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແມ່ນເຄືອຂ່າຍໜຶ່ງຂອງອົງການຈັດຕັ້ງທາງສັງຄົມທີ່ໄດ້ເກີດຂຶ້ນໃນ ສປປ ລາວ ນັບແຕ່ປີ 2007 ເປັນຕົ້ນມາ. ສະມາຊິກຂອງ LIWG ປະກອບມີອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ລວມທັງສ່ວນບຸກຄົນທີ່ເຮັດວຽກດ້ານທີ່ດິນຢູ່ໃນ ສປປ ລາວ. ພາຍໃນເຄືອຂ່າຍປະກອບມີສະມາຊິກຫຼັກຫຼາຍກວ່າ 80 ທ່ານ ເຊິ່ງເປັນຕົວແທນຈາກອົງການຈັດຕັ້ງ ເກືອບ 40 ອົງການ ແລະ ສະມາຊິກສະໜັບສະໜູນແມ່ນມີຫຼາຍກວ່າ 180 ທ່ານ.    ບັນດາກິດຈະກຳຕ່າງໆຂອງ LIWG  ແມ່ນມີການດຳເນີນການໂດຍຜ່ານກອງເລຂາ ແລະ ຊີ້ນໍາໂດຍຄະນະກຳມະການເຊິ່ງເປັນຄະນະທີ່ມາຈາກການລົງຄະແນນເລືອກຕັ້ງ ໂດຍບັນດາສະມາຊິກຂອງ LIWG . 

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຖືກສ້າງຕັ້ງຂຶ້ນເພື່ອວ່າບັນດາສະມາຊິກຈະສາມາດແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນໄດ້ກ່ຽວກັບປະ ເດັນເລື່ອງທີ່ດິນໂດຍສະເພາະ ແມ່ນປະເດັນທີ່ກຳລັງເກີດຂື້ນຢ່າງແຜ່ຫຼາຍ ທີ່ກ່ຽວຂ້ອງກັບບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ ແລະ ຄວາມກັງວົນກ່ຽວກັບຜົນກະທົບດ້ານລົບ ຕໍ່ການດຳລົງຊີວິດຂອງບັນດາຊຸມຊົນໃນເຂດຊົນນະບົດ; ແລະ  ກໍ່ເພື່ອການລິເລີ່ມຮ່ວມກັນໃນການພັດທະນາຊ່ອງທາງການແກ້ໄຂບາງປະເດັນດັ່ງກ່າວນັ້ນ. ວຽກງານພື້ນຖານຂອງ LIWG ແມ່ນການຮ່ວມມືກັບຫລາຍພາກສ່ວນທີ່ກ່ຽວ ຂ້ອງເຊັ່ນ: ອົງການຈັດຕັ້ງທາງສັງຄົມ, ພາກສ່ວນລັດຖະບານ, ບັນດາອົງການຄູ່ຮ່ວມພັດທະນາ, ຂະແໜງການເອກະຊົນ ແລະ  ສິ່ງສຳຄັນແມ່ນບັນດາຊຸມຊົນທ້ອງຖິ່ນ.

ປະຈຸບັນ, ພວກເຮົາກຳລັງຊອກຫາເພື່ອນຮ່ວມງານ 1 ຕຳແໜ່ງ “ຜູ້ຊ່ວຍວຽກງານບໍລິຫານຫ້ອງການ” ປະຈຳຢູ່ ນະຄອນຫຼວງວຽງຈັນ.

ຄຸນນະສົມບັດທີ່ເໝາະສົມ:

  • ປະສົບການໃນການເຮັດວຽກ ຢ່າງໜ້ອຍ 2 ປີ ໃນຂະແໜງການບໍລິຫານ ທີ່ພົວພັນກັບ ການເງິນ.
  • ຈົບການສຶກສາປະລິນຍາຕີໃນສາຂາ ຫຼື ມີປະສົບການເຮັດວຽກທີ່ກ່ຽວຂ້ອງກັບການບໍລິຫານ.

ກະລຸນາອ່ານລາຍລະອຽດກ່ຽວກັບໜ້າວຽກເພີ່ມເຕີມຕາມເອກະສານອ້າງອີງດ້ານລຸ່ມ.

ເອກະສານອ້າງອີງ

ສຳລັບຜູ້ທີ່ມີຄວາມສົນໃຈ, ກະລຸນາສົ່ງ CV ແລະ Cover letter ໄປທີ່ ອີເມວ asc@laolandinfo.org, ບໍ່ເກີນວັນທີ 1 ກໍລະກົດ 2022.