ການສ້າງຈິດສຳນຶກທາງກົດໝາຍ ຊ່ວຍປັບປ່ຽນສິດທິທີ່ດິນ ແລະ ຄວາມສຳພັນໃນຄອບຄົວ ຢູ່ໃນຊຸມຊົນຄືແນວໃດ

17

ໃນຂອບເຂດ 20 ບ້ານເປົ້າໝາຍ ທີ່ນຳພາໂດຍ ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ (PDDA), ສຳລັບຊຸມຊົນຊົນນະບົດຫຼາຍແຫ່ງ ທີ່ດິນບໍ່ແມ່ນພຽງແຕ່ບ່ອນຢູ່ອາໄສ ແຕ່ມັນຄືແຫຼ່ງທຳມາຫາກິນດຽວຂອງຊາວບ້ານທີ່ສ່ວນໃຫຍ່ປະກອບອາຊີບຊາວກະສິກອນເປັນຫຼັກ. ເຖິງຢ່າງໃດກໍຕາມ, ໃນບ້ານແກວເລິກ—ໜຶ່ງໃນບ້ານເປົ້າໝາຍ—ກົດລະບຽບການຄຸ້ມຄອງຊັບພະຍາກອນທີ່ສຳຄັນນີ້ ບາງຄັ້ງແມ່ນຖືກກຳນົດໂດຍຮີດຄອງປະເພນີທີ່ບໍ່ເປັນທາງການ, ເຊິ່ງເຮັດໃຫ້ຄວາມໝັ້ນຄົງທາງຊັບສິນມັກຈະມີຊ່ອງວ່າງໃຫ້ເຫັນ, ລວມໄປເຖິງສິດທິຂອງແມ່ຍິງນຳອີກ.

ກ່ອນການນຳສະເໜີໂຄງການບໍລິການຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກສຳລັບຊຸມຊົນທີ່ມີຄວາມສ່ຽງ (PIASVC), ການຮຽກຮ້ອງສິດທິທີ່ດິນມັກຈະອີງໃສ່ຄວາມເຊື່ອສ່ວນບຸກຄົນ ຫຼາຍກວ່າການອີງໃສ່ຂອບເຂດທີ່ດິນຢ່າງເປັນທາງການ. ປະຊາຊົນບໍ່ຄ່ອຍສົນໃຈເລື່ອງກົດໝາຍ,” ຊາວບ້ານຄົນໜຶ່ງເລົ່າຄືນ. ເວລາມີຂໍ້ຂັດແຍ່ງເວົ້າກັນກະຍາກ. ປະຊາຊົນມັກຈະຈັບຈອງດິນຕາມຄວາມຕ້ອງການຂອງຕົນເອງ, ໂດຍປາສະຈາກການສຳຫຼວດຢ່າງເປັນທາງການ, ການຈັດສັນຈາກລັດ, ຫຼື ການເຫັນດີຈາກນາຍບ້ານ.”

ຄວາມບໍ່ຊັດເຈນນີ້ໄດ້ສ້າງສະພາບແວດລ້ອມທີ່ຂໍ້ຂັດແຍ່ງສາມາດເກີດຂຶ້ນໄດ້ທຸກເມື່ອ, ເຊິ່ງສົ່ງຜົນກະທົບໂດຍສະເພາະຕໍ່ແມ່ຍິງໃນຊຸມຊົນຊົນເຜົ່າ, ບ່ອນທີ່ບັນທັດຖານທາງສັງຄົມແບບດັ້ງເດີມທີ່ຜູ້ຊາຍເປັນໃຫຍ່ ມັກຈະຕັດພວກເຂົາອອກຈາກການຕັດສິນໃຈເລື່ອງກຳມະສິດທີ່ດິນ.

ແນວໃດກໍຕາມ, ໃນປັດຈຸບັນ ໂຄງການໄດ້ຈັດຕັ້ງປະຕິບັດກິດຈະກຳປູກຈິດສຳນຶກກ່ຽວກັບການຮັບຮູ້ສິດທິທີ່ດິນຕາມປະເພນີ ແລະ ຄວາມສະເໝີພາບຍິງ-ຊາຍໃນການຄຸ້ມຄອງທີ່ດິນ. ພາຍໃຕ້ການນຳພາຂອງ PDDA, ມີຜູ້ເຂົ້າຮ່ວມຫຼາຍກວ່າພັນຄົນໄດ້ມີສ່ວນຮ່ວມ ແລະ ໄດ້ຮັບຂໍ້ມູນຈາກໂຄງການ. ການຝຶກອົບຮົມທາງກົດໝາຍແບບເຈາະຈົງ, ເຊິ່ງເນັ້ນໜັກໃສ່ສິດນຳໃຊ້ທີ່ດິນ, ຂັ້ນຕອນການໄກ່ເກ່ຍທີ່ເປັນທາງການຕາມກົດໝາຍ, ແລະ ຄວາມສະເໝີພາບຍິງ-ຊາຍ, ກຳລັງເປັນຈຸດເລີ່ມຕົ້ນຂອງການປ່ຽນແປງວິທີການຮັບຮູ້ສິດທິພື້ນຖານໃນໝູ່ບ້ານເຫຼົ່ານີ້.
ຕາງໜ້າຊຸມຊົນຂຶ້ນສະແດງຄວາມຄິດເຫັນຕໍ່ຮູບພາບ ທີ່ສະທ້ອນໃຫ້ເຫັນວ່າບາງໜ້າວຽກອາດສ້າງອຸປະສັກໃຫ້ແກ່ແມ່ຍິງໃນຊີວິດປະຈຳວັນແນວໃດ, ພ້ອມທັງລະດົມຄວາມຄິດວ່າຜົວເມຍຈະສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນແນວໃດໃນອະນາຄົດ. ຮູບພາບໂດຍ: @helvetas/Soukkanhya Phommalangsy

ການສ້າງຄວາມສະເໝີພາບພາຍໃນຄອບຄົວ ສິ່ງທີ່ໂດດເດັ່ນທີ່ສຸດແມ່ນ ການປ່ຽນແປງໃນທາງບວກທີ່ສັງເກດເຫັນໄດ້ໃນລະດັບຄອບຄົວ. ໂດຍການນຳພາກິດຈະກຳທີ່ຊັດເຈນກ່ຽວກັບແນວຄວາມຄິດທາງກົດໝາຍເລື່ອງ ຊັບສິນສົມສ້າງ ແລະ ສິດໃນການມີຊື່ທັງຜົວ ແລະ ເມຍໃນໃບຕາດິນ, ໂຄງການໄດ້ຊ່ວຍປູກຈິດສຳນຶກກ່ຽວກັບສິດທິພື້ນຖານຂອງແມ່ຍິງ ແລະ ຊ່ວຍສ້າງຄວາມເຄົາລົບເຊິ່ງກັນ ແລະ ກັນພາຍໃນຄອບຄົວ.

ຂ້ອຍເຄີຍຮູ້ສຶກກັງວົນ, ຢ້ານ, ແລະ ອີ່ຕົນສົງສານເມຍທີ່ຕົກເປັນເຫຍື່ອ,” ຊາວບ້ານຍິງຄົນໜຶ່ງແບ່ງປັນ. ແຕ່ການຝຶກອົບຮົມໄດ້ເນັ້ນໜັກວ່າ ແມ່ຍິງກໍເປັນເພດທີ່ຄວນໄດ້ຮັບການເບິ່ງແຍງ, ປົກປ້ອງ, ແລະ ມີສິດເທົ່າທຽມກັນພາຍໃຕ້ກົດໝາຍ.”ກຸ່ມແມ່ຍິງກຳລັງລະດົມຄວາມຄິດກ່ຽວກັບອຸປະສັກ ແລະ ສິ່ງທ້າທາຍທີ່ຜ່ານມາທີ່ກ່ຽວຂ້ອງກັບຄວາມສະເໝີພາບຍິງ-ຊາຍ, ເພື່ອນຳສະເໜີ ແລະ ໃຫ້ກຸ່ມຜູ້ຊາຍໄດ້ຮັບຮູ້. ຮູບພາບໂດຍ: @helvetas/Soukkanhya Phommalangsy

ຊາວບ້ານອີກທ່ານໜຶ່ງກ່າວວ່າ: “ຂ້ອຍເຊື່ອວ່າການຝຶກອົບຮົມຈາກໂຄງການນີ້ ຈະຊ່ວຍໃຫ້ຜົວເມຍເຫັນຄວາມສຳຄັນຂອງກັນ ແລະ ກັນ ແລະ ຊ່ວຍເຫຼືອກັນຫຼາຍຂຶ້ນ. ທຸກຄົນ, ບໍ່ວ່າຈະເປັນເພດໃດກໍຕາມ, ຄວນຮູ້ກົດໝາຍເພື່ອປົກປ້ອງທີ່ດິນໄວ້ໃຫ້ລູກຫຼານໃນອະນາຄົດ.”

ການສ້າງຄວາມເຂັ້ມແຂງໃຫ້ອຳນາດການປົກຄອງ ເພື່ອນຳພາດ້ວຍກົດໝາຍ ສຳລັບນາຍບ້ານແກວເລິກ, ການໄກ່ເກ່ຍຂັ້ນບ້ານແມ່ນປະຕູສຳຄັນທີ່ນຳໄປສູ່ລະບົບຍຸຕິທຳ. ໃນອະດີດ, ຖ້າປະຊາຊົນບໍ່ຮູ້ກົດໝາຍໃນລະຫວ່າງທີ່ມີຂໍ້ຂັດແຍ່ງ, ພວກເຂົາມັກຈະໂຕ້ຖຽງກັນໂດຍອີງໃສ່ຄວາມຄິດເຫັນຂອງຕົນເອງ ແລະ ປະຕິເສດທີ່ຈະຮັບຟັງຄົນອື່ນ,” ທ່ານອະທິບາຍ.
ຊາວບ້ານກຳລັງຈັດລຽງແຜ່ນຮູບພາບທີ່ອະທິບາຍເຖິງພາລະບົດບາດ ແລະ ໜ້າທີ່ປະຈຳວັນລະຫວ່າງຍິງ ແລະ ຊາຍ. ສິ່ງນີ້ຊ່ວຍໃຫ້ຊຸມຊົນໄດ້ທົບທວນຄືນການປະຕິບັດໃນອະດີດ ແລະ ພິຈາລະນາເຖິງການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍຂຶ້ນພາຍໃນຄອບຄົວ. ຮູບພາບໂດຍ: @helvetas/Soukkanhya Phommalangsy

ສິດທິໃນການຄຸ້ມຄອງທີ່ດິນແມ່ນມີຄວາມຈຳເປັນຢ່າງຍິ່ງສຳລັບຊຸມຊົນທີ່ເຮັດການກະສິກຳເປັນຫຼັກ. ໂຄງການປະສົບຜົນສຳເລັດໃນການສະໜອງເຄື່ອງມື ແລະ ໂປສເຕີທີ່ຫຼາກຫຼາຍ ເຊິ່ງກວມເອົາຫົວຂໍ້ກ່ຽວກັບສິດທິທີ່ດິນຢ່າງກວ້າງຂວາງ, ລວມທັງການເຂົ້າເຖິງຄວາມຍຸຕິທຳ. ຜົນຈາກການປະຕິບັດດັ່ງກ່າວ, ປັດຈຸບັນຄະນະກຳມະການບ້ານມີຄວາມພ້ອມຫຼາຍຂຶ້ນໃນການແກ້ໄຂຂໍ້ຂັດແຍ່ງ.

“ດຽວນີ້ພວກເຮົາມີແຜນທີ່ຈະສ້າງມາດຕະການໃໝ່ ໂດຍອີງໃສ່ກົດໝາຍເປັນຫຼັກ, ເຊິ່ງຈະຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມຢ່າງຫ້າວຫັນ ແລະ ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງມີຄວາມຍຸຕິທຳ ແລະ ງ່າຍຂຶ້ນ,” ທ່ານນາຍບ້ານກ່າວສະຫຼຸບ.

ນອກຈາກນີ້, ຫຼັງຈາກໄດ້ຮັບການຝຶກອົບຮົມ, ປັດຈຸບັນຊາວບ້ານເຫັນໄດ້ຢ່າງຊັດເຈນເຖິງຄວາມສຳຄັນຂອງໃບຕາດິນ. ສິ່ງນີ້ໄດ້ຖືກເນັ້ນຢໍ້າເມື່ອນາຍບ້ານກ່າວເຖິງແຜນການໃນອະນາຄົດວ່າ: “ໃນຂັ້ນຕອນຕໍ່ໄປ, ຖ້າເປັນໄປໄດ້, ພວກເຮົາວາງແຜນທີ່ຈະປະສານງານກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ເພື່ອດຳເນີນການສຳຫຼວດວັດແທກຕົວຈິງ, ເຊິ່ງຈະນຳພາຊຸມຊົນກ້າວອອກຈາກການຈັບຈອງທີ່ດິນແບບຊະຊາຍ ໄປສູ່ການມີສິດຄຸ້ມຄອງທີ່ດິນທີ່ປອດໄພ ແລະ ຖືກຮັບຮອງຈາກລັດຖະບານ.”

ຜົນປະໂຫຍດຮ່ວມກັນ ທັງປະຊາຊົນ ແລະ ລັດຖະບານ (A “Win-Win” for Citizens and the State) ຄວາມສຳເລັດໃນລະດັບຊຸມຊົນຮາກຖານ ເຊັ່ນດຽວກັບບ້ານແກວເລິກ ໄດ້ດຶງດູດຄວາມສົນໃຈຈາກຄູ່ຮ່ວມງານພາກລັດ. ຕົວແທນຈາກພະແນກຍຸຕິທຳແຂວງ ໄດ້ຍົກໃຫ້ເຫັນວ່າໂຄງການນີ້ສະໜັບສະໜູນເປົ້າໝາຍຂອງລັດຖະບານໂດຍກົງແນວໃດ:

“ການທີ່ໂຄງການລົງມາຊ່ວຍປູກຈິດສຳນຶກດ້ານກົດໝາຍ ແມ່ນຊ່ວຍແບ່ງເບົາພາລະຂອງລັດຖະບານ, ໂດຍສະເພາະດ້ານງົບປະມານໃນການເຜີຍແຜ່ນິຕິກຳໃນຊຸມຊົນທີ່ຫ່າງໄກ. ຖ້າປະຊາຊົນສາມາດເຂົ້າເຖິງຂໍ້ມູນທາງກົດໝາຍໄດ້, ມັນຈະເຮັດໃຫ້ພວກເຂົາຕື່ນຕົວ ແລະ ຫຼີກລ່ຽງການລະເມີດກົດລະບຽບ—ຕົວຢ່າງເຊັ່ນ: ການບໍ່ບຸກລຸກພື້ນທີ່ຫວງຫ້າມ ເຊັ່ນ: ປ່າສະຫງວນ. ສິ່ງນີ້ຈະຊ່ວຍໃຫ້ປະເທດຂອງພວກເຮົາສາມາດອະນຸລັກຊັບພະຍາກອນທຳມະຊາດຮ່ວມກັນເພື່ອອະນາຄົດ.”

ຄູ່ຮ່ວມງານພາກລັດລະດັບເມືອງ ນຳພາຊຸມຊົນຄົ້ນຫາບັນຫາຕົ້ນຕໍຜ່ານກິດຈະກຳ ຕົ້ນໄມ້ບັນຫາ‘ (Problem Tree), ເພື່ອສຳຫຼວດຫາສາເຫດຫຼັກຂອງຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາຄວາມສະເໝີພາບ. ຮູບພາບໂດຍ: @helvetas/Soukkanhya Phommalangsy

ການສ້າງຮາກຖານທີ່ຍືນຍົງສຳລັບອະນາຄົດ ເຖິງແມ່ນວ່າຜົນໄດ້ຮັບໃນເບື້ອງຕົ້ນຈະເປັນທີ່ໜ້າພໍໃຈຫຼາຍ, ແຕ່ເຈົ້າໜ້າທີ່ທ້ອງຖິ່ນຍັງຄົງມີມຸມມອງທີ່ຢູ່ບົນພື້ນຖານຄວາມເປັນຈິງວ່າ ການປ່ຽນແປງຮີດຄອງປະເພນີທີ່ຝັງເລິກມາແຕ່ດົນນານ ບໍ່ສາມາດເກີດຂຶ້ນໄດ້ພາຍໃນຂ້າມຄືນ.

“ພວກເຮົາເຂົ້າໃຈວ່າການປ່ຽນແປງທັດສະນະຄະຕິແບບດັ້ງເດີມນັ້ນບໍ່ງ່າຍ; ການຈະເຮັດໃຫ້ເກີດຂຶ້ນທັນທີນັ້ນເປັນໄປບໍ່ໄດ້ ແລະ ມັນຕ້ອງຄ່ອຍໆຊຶມຊັບໄປເທື່ອລະກ້າວ,” ຕົວແທນຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໃຫ້ຂໍ້ສັງເກດຫຼັງຈາກເຂົ້າຮ່ວມການຝຶກອົບຮົມ. “ແຕ່ພວກເຮົາກໍກຳລັງເຫັນເຖິງການປ່ຽນແປງ. ເມື່ອມີການເຜີຍແຜ່ຂໍ້ມູນ, ຊາວບ້ານມີຄວາມສົນໃຈ, ຕັ້ງຄຳຖາມຫຼາຍ, ແລະ ສ່ວນໃຫຍ່ກໍໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຕາມ.”

ດ້ວຍການປ່ຽນຂໍ້ມູນທາງກົດໝາຍທີ່ເປັນທາງການ—ເຊິ່ງຄັ້ງໜຶ່ງເຄີຍເປັນອຸປະສັກສຳລັບຊຸມຊົນທີ່ມີຄວາມສ່ຽງ—ໃຫ້ກາຍເປັນຄວາມຮູ້ທີ່ເຂົ້າເຖິງງ່າຍ ແລະ ເປັນມິດກັບຊຸມຊົນ, ໂຄງການ PIASVC ໄດ້ວາງຮາກຖານສຳລັບອະນາຄົດ ທີ່ປະຊາຊົນມີຄວາມເຂົ້າໃຈໃນສິດທິພື້ນຖານຂອງຕົນເອງໄດ້ດີຂຶ້ນ. ຂະນະທີ່ຊາວບ້ານກັບຄືນສູ່ບ້ານເຮືອນ ແລະ ແບ່ງປັນສິ່ງທີ່ພວກເຂົາໄດ້ຮຽນຮູ້, ພວກເຂົາກຳລັງກາຍເປັນພົນລະເມືອງທີ່ເຂັ້ມແຂງ, ພ້ອມທີ່ຈະປົກປ້ອງຄອບຄົວ, ທີ່ດິນ, ແລະ ອະນາຄົດຂອງພວກເຂົາເອງ.

ໂຄງການ PIASVC ຈັດຕັ້ງປະຕິບັດໂດຍ ອົງການ ເຮວເວຕັສ ລາວ ແລະ ກົມຄຸ້ມຄອງທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີການຈັດສັນທຶນຍ່ອຍໃຫ້ແກ່ ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ (PDDA). ໄດ້ຮັບການສະໜັບສະໜູນທຶນຈາກ ອົງການພັດທະນາ ແລະ ການຮ່ວມມືປະເທດສະວິດ (SDC) ແລະ ກອງທຶນພັດທະນາສັງຄົມຍີ່ປຸ່ນ (JSDF) ທີ່ຄຸ້ມຄອງໂດຍ ທະນາຄານໂລກ