ການເຮັດວຽກຮ່ວມກັບຊຸມຊົນໃນການສ້າງວັງສະຫງວນເພື່ອອະນຸລັກສັດນໍ້າ: ຄວາມສໍາຄັນຂອງການມີສ່ວນຮ່ວມ ແລະ ການຕັດສິນໃຈຂອງຊຸມຊົນ

592

ໂດຍ ທີມງານກອງເລຂາ LIWG & ທີມງານວິຊາການປະຈໍາ ແຂວງສະຫວັນນະເຂດ ຈາກອົງການ WWF Laos


“ການປຶກສາຫາລື ກັບຊຸມຊົນ ຕໍ່ວຽກງານອະນຸລັກ ເປັນໜຶ່ງໃນສິ່ງທີ່ອົງການ WWF-Laos ໃຫ້ຄວາມສໍາຄັນທີ່ພວກ ເຮົາຕ້ອງເຮັດ ເພື່ອໃຫ້ໝັ້ນໃຈວ່າປະຊາຊົນມີສ່ວນຮ່ວມ ແລະ ເຂົ້າໃຈກ່ຽວກັບສິ່ງທີ່ ພວກເຮົາຈະເຮັດຮ່ວມກັນ ແລະ ຜົນປະໂຫຍດທີ່ຊຸມຊົນຈະໄດ້ຮັບ”

ທ່ານກົງແສງ ວັນນະຈອມຈັນ, ພະນັກງານວິຊາການປະມົງຊຸມຊົນ ອົງການ WWF-Laos ປະຈໍາແຂວງ ສະຫວັນນະເຂດ ກ່າວ.

ໃນຊ່ວງຕົ້ນເດືອນ ເມສາທີ່ຜ່ານມາ ພວກເຮົາໄດ້ມີໂອກາດໄປຮຽນຮູ້ວຽກງານຂອງອົງການກອງທຶນອະນຸລັກທໍາມະຊາດ ໂລກ ປະຈໍາລາວ (WWF-Laos) ທີ່ໄດ້ມີການດໍາເນີນໂຄງການ ສົ່ງເສີມການຈັດການວຽກງານການປະມົງ ແກ່ບັນ ດາຊຸມຊົນທີ່ຢູ່ລຽບຕາມແຄມແມ່ນໍ້າຂອງ ທີ່ແຂວງສະຫວັນນະເຂດ. ຈາກການສົນທະນາກັບ ພະນັກງານວິຊາການຂອງ ໂຄງການ, ພະນັກງານພາກສະໜາມ ແລະ ປະຊາຊົນ ທີ່ໄດ້ເຂົ້າຮ່ວມການປະຕິບັດ ໂຄງການດັ່ງກ່າວ ແມ່ນພວກເຮົາໄດ້ ຮຽນຮູ້ຫຼາຍປະເດັນ ໂດຍສະເພາະ ຄວາມສໍາຄັນຂອງການມີສ່ວນຮ່ວມຂອງປະຊາຊົນ ແລະ ການຕັດສິນໃຈຮ່ວມກັນ ໃນການປະຕິບັດໂຄງການ. ສະນັ້ນໃນບົດຄວາມນີ້ ພວກເຮົາໄດ້ສະເໜີບາງບົດຮຽນ ແລະ ຂໍ້ມູນທີ່ສໍາຄັນທີ່ພວກ ເຮົາ ໄດ້ຮູ້ຈາກ ທີມງານໂຄງການ ແລະ ຈາກການໂອ້ລົມກັບປະຊາຊົນ ບ້ານນາພານ ເມືອງໄຊພູທອງ ແຂວງ ສະຫວັນນະ ເຂດ ເຊິ່ງເປັນໜຶ່ງໃນບ້ານເປົ້າໝາຍທີ່ເຂົ້າຮ່ວມປະຕິບັດໂຄງການດັ່ງກ່າວ.

ໂຄງການນີ້ ມີຄວາມສໍາຄັນແນວໃດ ເປັນຫຍັງຈຶ່ງມີການຈັດຕັ້ງປະຕິບັດໂຄງການນີ້?

ແມ່ນໍ້າຂອງເປັນແມ່ນໍ້າທີ່ສໍາຄັນ ຕໍ່ການດໍາລົງຊີວິດຂອງປະຊາຊົນລາວ ໂດຍສະເພາະປະຊາຊົນທີ່ອາໄສຢູ່ ຕາມລຽບ ແຕ່ນໍ້າຂອງ ແລະ ແລະ ແມ່ນໍ້າສາຂາ. ຈາກຂໍ້ມູນສະຖິຕິ ປີ 2011 ປະຊາຊົນທີ່ອາໄສຢູ່ລຽບຕາມແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ 78% ແມ່ນຍຶດຖືອາຊີບການຫາປາ (ການປະມົງ) ເປັນຫຼັກ. ຂໍ້ມູນດັ່ງກ່າວ ແມ່ນສະແດງ ໃຫ້ເຫັນ ເຖິງຄວາມສໍາຄັນຂອງແມ່ນໍ້າຂອງຕໍ່ການດໍາລົງຊີວິດຂອງປະຊາຊົນ ທັງເລື່ອງຂອງຄວາມໝັ້ນຄົງ ທາງດ້ານອາຫານ ແລະ ການສ້າງລາຍຮັບພາຍໃນຄອບຄົວ.

ແມ່ນໍ້າຂອງ ເປັນບ່ອນທີ່ຢູ່ອາໄສຂອງປາຫຼາກຫຼາຍຊະນິດ ເຊິ່ງເປັນປັດໄຈທີ່ສໍາຄັນທີ່ຊ່ວຍໃຫ້ມີການແຜ່ຂະຫຍາຍ ແນວພັນປານໍ້າຈືດທີ່ໃຫຍ່ທີ່ສຸດໃນໂລກ. ໃນໄລຍະຫຼາຍປີມານີ້ ການພັດທະນາເສດຖະກິດ ແລະ ການຂະຫຍາຍຕົວ ຂອງປະເທດ ແມ່ນໄດ້ສົ່ງຜົນກະທົບ ຕໍ່ແມ່ນໍ້າຂອງໃນຫຼາຍດ້ານ ແລະ ການປ່ຽນແປງທາງດ້ານລະບົບນິເວດວິທະຍາ ເຮັດໃຫ້ປະຊາກອນປາຫຼຸດລົົງ ແລະ ຍັງກໍ່ໃຫ້ເກີດມີຄວາມສ່ຽງຕໍ່ການສູນພັນຂອງ ປາຫຼາຍຊະນິດໃນແມ່ນໍ້າຂອງ. ດ້ວຍເຫດຜົນດັ່ງກ່າວ ທາງອົງການ WWF-Laos ຮ່ວມກັບກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ແຂວງສະຫວັນນະເຂດຈຶ່ງໄດ້ມີການຈັດຕັ້ງປະຕິບັດໂຄງການໄລຍະສອງ ‘ໂຄງການ ສົ່ງເສີມການຈັດການ ວຽກງານການປະມົງ ຢູ່ລຽບຕາມແຄມແມ່ນ້ຳຂອງ, ແຂວງ ສະຫວັນນະເຂດ’ ເພື່ອແນໃສ່ ການຄຸ້ມຄອງ ການປະມົງ ແບບມີສ່ວນຮ່ວມ,​ ການນໍາໃຊ້ແບບຍືນຍົງ ແລະ ແນໃສ່ເພີ່ມປະຊາກອນສັດນໍ້າ ເພື່ອຄວາມອຸດົມສົມບູນ ທາງທໍາມະ ຊາດໃຫ້ຢູ່ຄຽງຄູ່ກັບຊີວິດການເປັນຢູ່ຂອງຊຸມຊົນ ທີ່ດໍາລົງຊີວິດ ລຽບຕາມແຄມແມ່ນໍ້າຂອງ ໃນແຂວງສະຫວັນນະເຂດ.

ກິດຈະກໍາຫຼັກຂອງໂຄງການມີຫຍັງແດ່?

ໂຄງການນີ້ ແມ່ນມີໄລຍະການປະຕິບັດໂຄງການ ເລີ່ມຕົ້ນແຕ່ເດືອນ ກຸມພາ 2021 – ທັນວາ 2022 ເຊິ່ງຈະມີການຈັດ ຕັ້ງປະຕິ ບັດຢູ່ 2 ເມືອງຄື: ເມືອງໄຊບູລີ ແລະ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເຊິ່ງກວມເອົາເຂດ 10 ບ້ານເປົ້າ ໝາຍທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າຂອງ. ໃນນີ້ກິດຈະກໍາຫຼັກຂອງໂຄງການປະກອບມີ: 

  • ສ້າງແຜນຄຸ້ມຄອງ ແລະ ຜັນຂະຫຍາຍລະບຽບການ, ກົດໝາຍ ເພື່ອຄຸ້ມຄອງການປະມົງ ແລະ ອະນຸລັກາສັດນໍ້າ ໃນເຂດບ້ານເປົ້າໝາຍ
  • ສົ່ງເສີມການປັບປຸງຊີວິດການເປັນຢູ່ ແລະ ການພັດທະນາທາງເລືອກ ໃນການສ້າງລາຍຮັບເພື່ອຫຼຸດຜ່ອນການ ເອື່ອຍອີງໃສ່ຊັບພະຍາກອນສັດນໍ້າໃນເຂດບ້ານເປົ້າໝາຍ
  • ປັບປຸງການຈັດຕັ້ງປະຕິບັດນິຕິກໍາກ່ຽວກັບການປະມົງທ້ອງຖິ່ນ ໂດຍການສ້າງຄວາມເຂົ້າໃຈໃຫ້ແກ່ອໍານາດ ການ ປົກຄອງ ແລະ ປະຊາຊົນໃນເຂດບ້ານເປົ້າໝາຍ.
  • ການສ້າງວັງສະຫງວນ ແມ່ນແນໃສ່ເພື່ອປະກອບສ່ວນເຂົ້າໃນການອະນຸລັກສັດນໍ້າໂດຍສະເພາະໃຫ້ເປັນບ່ອນ ວາງໄຂ່, ຫາກິນ ແລະ  ຫຼີ້ຊົ້ນຈາກການຫາປາ
  • ການຕິດຕາມກວດກາໜ້ານໍ້າ ຂອງເຈົ້າໜ້າທີ່ຄຸ້ມຄອງການປະມົງຂັ້ນບ້ານ ແມ່ນເພື່ອຜັນຂະຫຍາຍ ແລະ ນໍາໃຊ້ກົດໝາຍການປະມົງ ໂດຍສະເພາະລະບຽບຄຸ້ມຄອງ ວັງສະຫງວນ ທີ່ໄດ້ມາຈາກຊຸມຊົນ ແລະ ຖືກຮັບ ຮອງເຫັນດີນໍາໃຊ້
  • ການສົ່ງເສີມປັບປຸງຊີວິດການເປັນຢູ່ ໃຫ້ກັບຊຸມຊົນໃນເຂດໂຄງການເພື່ອສະໜອງທາງເຫຼືອກໃໝ່ຂອງວິຖີ ຊີ ວິດແບບຍືນຍົງ, ໝັ້ນຄົງ ແລະ ເປັນມິດກັບສິ່ງແວດລ້ອມ ຫັນມາເຮັດກະສິກໍາ ທີ່ມີຄວາມຍືນຍົງ ແລະ ໝັ້ນ ຄົງກວ່າ.

“ກ່ອນໜ້າທີ່ພວກເຮົາຈະປະຕິບັດໂຄງການນີ້ ພວກເຮົາໄດ້ມີການລົງເກັບຂໍ້ມູນພື້ນຖານຂອງບ້ານເປົ້າໝາຍ ເພື່ອສຶກສາ ແລະ ທໍາຄວາມເຂົ້າໃຈໃນເຂດພື້ນທີ່ດັ່ງກ່າວກ່ອນ ທັງສະພາບພື້ນທີ່ ແລະ ການປຶກສາຫາລື ກັບປະຊາຊົນເພື່ອສ້າງ ຄວາມເຂົ້າໃຈ ເຖິງຄວາມເປັນໄປໄດ້ ແລະ ຄວາມຕ້ອງການຂອງຊຸມຊົນ ເມື່ອມີການປະຕິບັດໂຄງການນີ້”

ທ່ານ ກົງແສງ ວັນນະຈອມຈັນ, ພະນັກງານວິຊາການປະມົງຊຸມຊົນ ອົງການ WWF-Laos ປະຈໍາແຂວງ ສະຫວັນນະເຂດ ກ່າວ.

ຄວາມສາມັກຄີຂອງຊຸມຊົນ ຄືໝາກຫົວໃຈສໍາຄັນ

 ຈາກການສົນທະນາກັບທີມງານຂອງອົງການ ປະຈໍາໃນແຂວງສະຫວັນນະເຂດ ກ່ອນທີ່ພວກເຮົາຈະລົງໄປຢ້ຽມຢາມ ພື້ນ ທີ່ໄດ້ບອກໃຫ້ພວກເຮົາຮູ້ເຖິງປັດໄຈສໍາຄັນ ນັ້ນກໍຄື ຄວາມສາມັກຄີຂອງຊຸມຊົນ ໃນການຮ່ວມກັນປະຕິບັດ ໂຄງການ. ຄວາມສາມັກພາຍໃນຂອງຊຸມຊົນ ແມ່ນມີຄວາມສໍາຄັນ ເພື່ອຮັບປະກັນ ວ່າທຸກຄົນໃນຊຸມຊົນ ຈະຮ່ວມກັນ ໃນການພິຈາລະນາ ແລະ ປະກອບຄໍາຄິດເຫັນຕໍ່ກັບການປະຕິບັດໂຄງການ. ສິ່ງນີ້ ແມ່ນເຫັນໄດ້ ຢ່າງຊັດເຈນໃນເວລາ ທີ່ພວກເຮົາລົງໄປເຖິງພື້ນທີ່ ບ້ານທີ່ມີການປະຕິບັດໂຄງການ. ບ້ານາພານ ທີ່ເມືອງ ໄຊພູທອງ ເປັນໜຶ່ງໃນ 10 ບ້ານ ເປົ້າໝາຍ ຂອງພື້ນທີ່ໆ ມີການດໍາເນີນກິດຈະກໍາຂອງໂຄງການ.

ໃນມື້ທີ່ພວກເຮົາໄດ້ມີການໂອ້ລົມກັບປະຊາຊົນບ້ານດັ່ງກ່າວ ເຖິງຈະເປັນເວລາອັນສັ້ນ ແຕ່ພວກເຮົາກໍເຫັນເຖິງ ຄວາມ ພ້ອມພຽງກັນ ແລະ ການອະທິບາຍຂໍ້ມູນຂອງສະມາຊິກພາຍໃນບ້ານທີ່ສາມາດນໍາສະເໜີກ່ຽວກັບ ຄວາມຄິດເຫັນຂອງ ພວກເຂົາເຈົ້າຕໍ່ກັບໂຄງການໄດ້ເປັນຢ່າງດີ.

ມາຮອດປັດຈຸບັນ ໂຄງການ ພ້ອມດ້ວຍຄູ່ຮ່ວມງານຂັ້ນສູນກາງ ຂັ້ນແຂວງ ກໍ່ຄືພະແນກກະສິກໍາ ແລະ ປ່າໄມ້ ແຂວງສະ ຫວັນນະເຂດ ພ້ອມດ້ວຍເມືອງໄຊພູທອງ ແລະ 10 ບ້ານແມ່ນໄດ້ສໍາເລັດການຜ່ານກົດລະບຽບຕ່າງໆ ທີ່ກ່ຽວຂ້ອງກັບ ການສ້າງວັງສະຫງວນແລ້ວ ເຊິ່ງໃນບ້ານແມ່ນຈະມີ ປະຊາຊົນ 10 ທ່ານ ທີ່ເປັນຄະນະຮັບຜິດຊອບ ຫຼັກກັບວຽກງານ ວັງສະຫງວນບ້ານ.

ປະຊາຊົນມີສ່ວນຮ່ວມໃນການຕັດສິນໃຈຄືແນວໃດຕໍ່ກັບການປະຕິບັດໂຄງການສ້າງວັງສະຫງວນຂອງບ້ານ?

“ການຮັບຟັງສຽງຈາກປະຊາຊົນຕໍ່ກັບໂຄງການເປັນສິ່ງທີ່ສໍາຄັນ ແລະ ເຮົາຕ້ອງໃຫ້ເວລາຊຸມຊົນໃນການພິຈາລະນາ ແລະ ມີການຕັດສິນໃຈກັນເອງພາຍໃນບ້ານຫຼັງຈາກທີ່ພວກເຮົາລົງໄປໃຫ້ຂໍ້ມູນກ່ຽວກັບໂຄງການ”

ທ່ານ ກົງແສງ ວັນນະ ຈອມຈັນ, ພະນັກງານວິຊາການປະມົງຊຸມຊົນ ອົງການ WWF-Laos ປະຈໍາແຂວງ ສະຫວັນນະເຂດກ່າວ.

ທີມງານປະຈໍາແຂວງ ສະຫວັນນະເຂດຍັງໄດ້ກ່າວວ່າ ການໃຫ້ຂໍ້ມູນນັ້ນເປັນສິ່ງທີ່ສໍາຄັນທີ່ສຸດ ເພື່ອຮັບປະກັນວ່າປະ ຊາຊົນເຂົ້າໃຈກ່ຽວກັບຈຸດປະສົງຂອງໂຄງການແຕ່ຫົວທີ ແລະ ໃຫ້ຮູ້ເຖິງທີ່ໄປທີ່ມາຂອງຂໍ້ມູນວ່າ ເປັນຫຍັງຈຶ່ງມີການ ປະຕິບັດໂຄງການນີ້. ໃນການປະຕິບັດໂຄງການນີ້ ທາງໂຄງການໄດ້ເອົາໃຈໃສ່ຫຼາຍ ຕໍ່ການມີສ່ວນຮ່ວມ ຂອງປະຊາຊົນ ແລະ ການສະໜອງຂໍ້ມູນທີ່ຄົບຖ້ວນຂອງໂຄງການ ຕໍ່ບ້ານເປົ້າໝາຍທີ່ຈະມີການປະຕິບັດໂຄງການ ເຊິ່ງຂະບວນການ ໜຶ່ງທີ່ສໍາຄັນໃນຂັ້ນທໍາອິດຂອງໂຄງການກໍຄືການດໍາເນີນ“ຂະບວນການເຫັນດີເຫັນພ້ອມດ້ວຍຄວາມ  ສະໝັກໃຈ  ໂດຍຮັບຮູ້ຂໍ້ມູນລ່ວງໜ້າ ແລະ ພຽງພໍ Free Prior Inform Consent (FPIC)”. ຂະບວນການນີ້ ເປັນຫຼັກການສາກົນໜຶ່ງທີ່ມີຄວາມສໍາຄັນ ໂດຍສະເພາະຄວາມຈໍາເປັນ ທີ່ຈະຕ້ອງມີການດໍາເນີນຂະບວນການນີ້ ກ່ອນທີ່ ຈະມີການປະຕິບັດໂຄງການ (ໂດຍສະເພາະ ການປະຕິບັດໂຄງການ ທີ່ຈະເຮັດໃຫ້ຊຸມຊົນມີການປ່ຽນແປງ ທາງດ້ານວິຖີ ຊີວິດ, ສິ່ງແວດລ້ອມ, ສັງຄົມ ແລະ ວັດທະນາທໍາ). ໃນການປະຕິບັດກິດຈະກໍາການສ້າງວັງສະຫງວນ ໂຄງການໄດ້ມີ ການພັດທະນາຄູ່ມືແນະນໍາ ໃນການດໍາເນີນ ຂະບວນ FPIC ສໍາລັບໂຄງການນີ້ ໂດຍກ່ອນທີ່ຈະລົງໄປພື້ນທີ່ ທາງໂຄງ ການກໍ່ໄດ້ມີການຈັດຝຶກອົບຮົມ ໃຫ້ພະນັກງານຜູ້ຮັບ ຊອບເຊິ່ງກໍປະກອບມີພະນັກງານໂຄງການ ແລະ ພະນັກງານພາກ ລັດຜູ້ທີ່ຮັບຜິດຊອບໃຫ້ເຂົ້າໃຈກ່ຽວກັບຂະບວນການນີ້ຢ່າງລະອຽດ ກ່ອນທີ່ຈະລົງພື້ນທີ່ບ້ານ. ການຝຶກອົບຮົມແກ່ຜູ້ ຮັບຜິດຊອບວຽກໂຄງການເປັນສິ່ງທີ່ສໍາຄັນເພາະຂະບວນການ FPIC ເປັນວຽກງານທີ່ລະອຽດອ່ອນ ສະນັ້ນຈຶ່ງມີ ຄວາມສໍາຄັນຢ່າງຍິ່ງທີ່ຜູ້ຮັບຜິດຊອບ ຕ້ອງເຂົ້າໃຈຂະບວນການດັ່ງກ່າວນີ້ຢ່າງດີ ກ່ອນທີ່ຈະມີການລົງໄປນໍາສະເໜີໂຄງ ການ ໃນພື້ນທີ່ເປົ້າໝາຍ.

ຈາກການໂອ້ລົມກັບທີມງານໂຄງການ ໄດ້ໃຫ້ຮູ້ວ່າ ການດໍາເນີນຂະບວນການ FPIC ຂອງໂຄງການໂດຍລວມແລ້ວ ແມ່ນໄດ້ດໍາເນີນ ຫຼາຍຂັ້ນຕອນ ເຊິ່ງແຕ່ລະຂັ້ນຕອນກໍຈະມີລາຍລະອຽດໃນການວາງແຜນ ແລະ ການປະຕິບັດໂດຍ ສະເພາະແມ່ນ:

  • ຂັ້ນຕອນການແນະນໍາຂໍ້ມູນໂຄງການທີ່ຈະຕ້ອງໃຫ້ຂໍ້ມູນທີ່ຄົບຖ້ວນຕໍ່ປະຊາຊົນໂດຍສະເພາະໄປທີ່ມາຂອງ ໂຄງການ, ຜູ້ໃຫ້ທຶນ, ຄູ່ຮ່ວມງານພາກລັດ, ກິດຈະກໍາທີ່ຈະດໍາເນີນຂອງໂຄງການ, ໄລຍະເວລາຂອງໂຄງການ ແລະ ທີມງານຜູ້ຮັບຜິດຊອບໂຄງການ
  • ຫຼັງຈາກອະທິບາຍເຖິງຂໍ້ມູນຂອງໂຄງການແກ່ຊຸມຊົນແລ້ວ ທີມງານໂຄງການກໍໃຫ້ເວລາບ້ານປະມານ 1-2 ອາ ທິດເພື່ອໃຫ້ພວກເຂົາປະຊຸມກັນພາຍໃນບ້ານເພື່ອປຶກສາຫາລືກ່ຽວກັບໂຄງການວ່າ ມີຄວາມຄິດເຫັນແນວ ໃດຕໍ່ກັບໂຄງການ. ການໃຫ້ເວລາຊຸມຊົນໃນການຕັດສິນໃຈແມ່ນເປັນຂັ້ນຕອນໜຶ່ງທີ່ສໍາຄັນເພາະ ປະຊາຊົນ ພາຍໃນບ້ານຈະໃຊ້ເວລານີ້ ໃນການໂອ້ລົມກັນເຖິງຜົນດີ-ຜົນເສຍຂອງໂຄງການຕໍ່ປະຊາຊົນທຸກຄົນພາຍໃນ ບ້ານກ່ອນທີ່ຈະໃຫ້ຄໍາຕອບກັບທີມງານໂຄງການ ເຊິ່ງຜ່ານການປຶກສາຫາລືພາຍໃນບ້ານ ເຂົາເຈົ້າສາມາດ ແຈ້ງຮັບເອົາໂຄງການ ຫຼື ປະຕິເສດຮັບເອົາໂຄງການໄດ້.
  • ໃນກໍລະນີທີ່ປະຊາຊົນຕອບຕົກລົງຮັບເອົາໂຄງການແລ້ວທີມງານໂຄງການກໍ່ຈະເຂົ້າໄປບ້ານເປົ້າໝາຍ ອີກເພື່ອອະທິບາຍເຖິງຜົນປະໂຫຍດຈາກໂຄງການ, ການມີສ່ວນຮ່ວມການປະຕິບັດໂຄງການຂອງປະຊາຊົນ ແລະ ໃຫ້ປະຊາຊົນເລືອກກິດຈະກໍາທີ່ເຂົາເຈົ້າຢາກເຮັດ ໂດຍສະເພາະແມ່ນກຸ່ມແມ່ຍິງ. ນອກນັ້ນ ທີມງານໂຄງ ການກໍໄດ້ອະທິບາຍເຖິງ ກົນໄກການລາຍງານພາຍໃນບ້ານ ເພື່ອໃຫ້ປະຊາຊົນລາຍງານຕໍ່ກັບໂຄງການໄດ້ ຫາກ ພວກເຂົາເຫັນຄວາມຜິດປົກກະຕິໃນການປະຕິບັດໂຄງການ ຫຼື ທີມງານໂຄງການ.
  • ຫຼັງຈາກທີ່ມີການອະທິບາຍຊັດເຈນກ່ຽວກັບໂຄງການແກ່ປະຊາຊົນແລ້ວ ທີມງານໂຄງການ ພ້ອມກັບ ຄູ່ຮ່ວມ ງານພາກລັດກໍໄດ້ອະທິບາຍເຖິງບົດບາດຂອງແຕ່ລະໜ້າວຽກຂອງແຕ່ລະພາກສ່ວນວ່າເຮັດຫຍັງ ມີໜ້າທີ່ຫຍັງ ແດ່ ແລະ ຊາວບ້ານຈະເຮັດຫຍັງ ເຊິ່ງການເຮັດແບບນີ້ແມ່ນເພື່ອໃຫ້ໝັ້ນໃຈວ່າ ທຸກຝ່າຍເຂົ້າໃຈ ໄປໃນທິດ ທາງດຽວກັນຂອງບົດບາດຕົນໃນໂຄງການ.
  • ຫຼັງຈາກນັ້ນ ທີມງານໂຄງການ ໄດ້ມີການຄົ້ນຄວ້າຫາຄູ່ມືທີ່ເໝາະສົມ ເພື່ອນໍາໃຊ້ໃນການໃຫ້ຄວາມຮູ້ ແລະ ປຶກຫາສາລືກັບຊຸມຊົນ. ການເລືອກເຄື່ອງມື ຫຼື ຄູ່ມືໃນການປະຕິບັດໂຄງການໃຫ້ເໝາະສົມກັບຊຸມຊົນເປັນ ສິ່ງທີ່ສໍາຄັນ ໂດຍສະເພາະໃນພື້ນທີ່ ທີ່ອາດມີປະຊາຊົນບາງຄົນບໍ່ສາມາດອ່ານອອກ ຫຼື ບໍ່ເຂົ້າໃຈພາສາທາງການ. ສະນັ້ນທີມງານໂຄງການ ຕ້ອງຊອກເຄື່ອງມືທີ່ແທດເໝາະ ເພື່ອໃຫ້ທຸກໆຄົນສາມາດ ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງຂອງໂຄງການຢ່າງເທົ່າທຽມກັນ.

ທີມງານໂຄງການໄດ້ໃຫ້ຮູ້ອີກວ່າໜຶ່ງໃນກຸ່ມເປົ້າໝາຍທີ່ສໍາຄັນໃນການເນັ້ນການມີສ່ວນຮ່ວມໃຫ້ຫຼາຍທີ່ສຸດໃນແຕ່ລະຂັ້ນຕອນ ແມ່ນກຸ່ມແມ່ຍິງ ແລະ ປະຊາຊົນທີ່ທຸກຍາກພາຍໃນບ້ານ ເພື່ອໃຫ້ເຂົາເຈົ້າສາມາດສະ ແດງຄວາມຄິດເຫັນຕໍ່ກັບ ໂຄງການ ແລະ ຄວາມກັງວັນທີ່ອາດເກີດຂື້ນຫຼັງຈາກມີປະຕິບັດໂຄງການ ໂດຍສະເພາະການໃຫ້ພື້ນທີ່ແມ່ຍິງໃນການສະ ເໜີເລືອກການປະຕິບັດກິດຈະກໍາ ທີ່ເຂົາເຈົ້າສາມາດປະຕິບັດໄດ້. 

ຈາກການໄດ້ໂອລົ້ມກັບປະຊາຊົນບ້ານ ນາພານ ປະຊາຊົນທີ່ເຂົ້າຮ່ວມການສົນທະນາກັບພວກເຮົາກໍໄດ້ບອກ ເຖິງເຫດຜົນທີ່ເຂົາເຈົ້າຮັບເອົາໂຄງການນີ້ວ່າ ຫຼັງຈາກທີ່ມີການສຶກສາເຖິງຜົນໄດ້ຮັບ ແລະ ຜົນກະທົບທີ່ເກີດຂື້ນແລ້ວ ປະຊາຊົນ ເຫັນວ່າ ໂຄງການມີຜົນກະທົບໜ້ອຍຕໍ່ປະຊາຊົນບ້ານ ໂດຍສະເພາະແມ່ນແມ່ນການຈໍາກັດຂອບເຂດພື້ນທີ່ ການຫາປາ ແຕ່ເມື່ອທຽບກັບຜົນປະໂຫຍດທີ່ຈະເກີດຂື້ນກັບບ້ານ ຂອງການສ້າງວັງສະຫງວນນີ້ ເຫັນວ່າມີຜົນດີຫຼາຍກວ່າ ເນື່ອງ ຈາກການສ້າງວັງສະຫງວນ ແມ່ນເພື່ອການອະນຸລັກຮັກສາ ພື້ນທີ່ແຜ່ພັນຂອງປາ ເພື່ອບໍ່ໃຫ້ປາດັບສູນ ແລະ ຈະເຮັດ ໃຫ້ລູກຫຼານຮຸ້ນຕໍ່ໄປສາມາດອາໄສເພື່ອການທໍາມາຫາກິນຕໍ່ໄປໄດ້.

“ການຮັບປະກັນການມີສ່ວນຮ່ວມ ແລະ ໃຫ້ທຸກຄົນໄດ້ສະແດງຄໍາຄິດເຫັນຕໍ່ກັບໂຄງການກ່ອນການຈັດຕັ້ງປະຕິບັດ ໂຄງການແມ່ນເປັນສິ່ງທີ່ສໍາຄັນ ໂດຍສະເພາະ ຫາກມີກໍລະນີ ທີ່ມີບາງຄົນຫາກບໍ່ເຫັນດີ ຫຼື ບໍ່ເຂົ້າໃຈ ກ່ຽວກັບໂຄງການ ຈະຕ້ອງລົງໃກ້ຊິດ ເພື່ອຮັບຟັງເຫດຜົນຂອງເຂົາເຈົ້າ ແລະ ອະທິບາຍເພີ່ມເຕີມໃຫ້ເຂົາເຈົ້າຕື່ມອີກ ເພື່ອໃຫ້ແນ່ໃຈວ່າເຂົາ ເຈົ້າໄດ້ຮັບຮູ້ຂໍ້ມູນຢ່າງຄົບຖ້ວນ ແລະ ຫຼັງຈາກນັ້ນກໍໃຫ້ເວລາເຂົາເຈົ້າຕັດສິນໃຈເອງອີກ ກ່ອນທີ່ຈະລົງມະຕິໃນການຮັບ ຫຼື ບໍ່ຮັບເອົາໂຄງການ ທີ່ຈະມີການດໍາເນີນຢູ່ໃນບ້ານນັ້ນໆ”

ທ່ານນາງ ລັດຕິກາ ພາພີບຸນ, ພະນັກງານຮັບຜິດຊອບວຽກ ງານປັບປຸງຊີວິດການເປັນຢູ່, ອົງການ WWF-Laos ປະຈໍາແຂວງ ສະຫວັນນະເຂດ ກ່າວ.


ຂໍ້ມູນກ່ຽວກັບ ອົງການ WWF-Laos

ພາລະກິດຫຼັກຂອງອົງການ WWF ແມ່ນເພຶ່ອຢັບຢັ້ງຄວາມເຊື່ອມໂຊມຄຸນນະພາບ ຂອງສິ່ງແວດລ້ອມ ແລະ ປະກອບ ສ່ວນໃນການສ້າງອະນາຄົດທີ່ມະນຸດ ແລະ ທໍາມະຊາດ ສາມາດອາໄສຢູ່ຮ່ວມກັນໄດ້ຢ່າງກົມກຽວ.

ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາລາວ (WWF-Laos) ຄືອົງການຈັດຕັ້ງສາກົນ ທີ່ເຮັດວຽກກ່ຽວ ກັບການອະນຸລັກທໍາມະຊາດ ໂດຍສະເພາະຕໍ່ການສະໜັບສະໜູນວຽກງານຄຸ້ມຄອງ ແລະ ອະນຸລັກປ່າໄມ້, ສັດນໍ້າ-ສັດ ປ່າ ແລະ ຊັບພະຍາກອນທໍາມະຊາດ ເພື່ອຄວາມອຸດົມສົມບູນ.

ໃນ ສປປ ລາວ, WWF-Laos ຕັ້ງ 3 ແຜນຍຸດທະສາດຫຼັກ ຂອງວຽກງານອະນຸລັກ ໃນລາວ ລະຫວ່າງປີ 2021-2025 ໂດຍຈະສຸມໃສ່  1) ປ່າໄມ້, 2) ສັດປ່າ 3) ນໍ້າຈືດ (ສັດນໍ້າ) ໂດຍແນ່ໃສ່ການສະໜັບສະໜູນ ເຮັດວຽກ ຮ່ວມກັບພາກລັດ ແລະ ຊຸມຊົນ ຕໍ່ການຄຸ້ມຄອງ ແລະ ປົກປັກຮັກສາທໍາມະຊາດ ໃຫ້ຢູ່ຄຽງຄູ່ກັບ ການນໍາໃຊ້/ຊົມໃຊ້ ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງ ແລະ ເພື່ອອະນາຄົດທີ່ຄົນເຮົາ ສາມາດອາໄສ ຢູ່ຮ່ວມກັນກັບທໍາມະຊາດ ໄດ້ຢ່າງກົມກຽວ.

ອົງການ WWF ໄດ້ປະຕິບັດວຽກງານຢູ່ໃນ ສປປ ລາວ ນັບແຕ່ທ້າຍປີ 1980 ເປັນຕົ້ນມາ ແລະ ໄດ້ຮັບການອະນຸ ມັດໃຫ້ສ້າງຕັ້ງຫ້ອງການປະຈໍາ ສປປ ລາວ ຢ່າງເປັນທາງການ ໃນປີ 2001. ໃນປະຈຸບັນ, ຫ້ອງການໃຫ່ຍຂອງອົງການ WWF-Laos ແມ່ນຕັ້ງຢູ່ນະຄອນຫຼວງ ວຽງຈັນ ແລະ ມີຫ້ອງການປະສານງານປະຈໍາຢູ່ແຂວງສະຫວັນນະເຂດ, ຈໍາປາສັກ, ສາລະວັນ ແລະ ເຊກອງ.

ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ກ່ຽວກັບ WWF-Laos ໄດ້ທີ່: https://www.wwf.org.la/