
By LIWG
ເມື່ອບໍ່ດົນມານີ້, LIWG ຮ່ວມກັບທີມງານຊຸມແຫ່ງການຮຽນຮູ້ (CoP) ສິດທີ່ດິນຂອງແມ່ຍິງ (WLR) ໄດ້ພັດທະະນາ 2 ວິດີໂອເເອນິເມຊັ່ນ ເຊິ່ງເປັນເຄື່ອງມື ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບຍິງ-ຊາຍ ໃນຊຸມຊົນ. ວິດີໂອ ທີໜື່ງ ນຳສະເໜີກ່ຽວກັບປະສົບການຂອງແມ່ຍິງທີ່ໄດ້ຮັບຜົນກະທົບຈາກການສູນເສຍທີ່ດິນ ແລະ ຍັງໄດ້ສະໜອງຂໍ້ມູນ ແລະ ບັນດາຄຳແນະນຳຕ່າງໆ. ວິດີໂອ ທີສອງ ໄດ້ນຳສະເໜີກ່ຽວກັບປະສົບການຂອງແມ່ຍິງ ໃນການມີສ່ວນຮ່ວມ ແລະ ຕັດສິນໃຈ ກ່ຽວກັບການຄຸ້ມຄອງທີ່ດິນ ແລະ ປ່າໄມ້ຊຸມຊົນ. ນອກຈາກນີ້ ຍັງເປັນການສົ່ງເສີມແມ່ຍິງ ເພື່ອໃຫ້ມີສ່ວນຮ່ວມໃນການເຂົ້າຮ່ວມປະຊຸມ, ຕັດສິນໃນ ແລະ ວາງແຜນ ໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ ແລະ ປ່າໄມ້ບ້ານ. ນອກຈາກນີ້ ທີມງານ CoP ໄດ້ພັດທະນາວິດີໂອນຳສະເໜີກ່ຽວກັບເຄື່ອງມື ເຊິ່ງໄດ້ສາທິດວິທີການນຳໃຊ້ຄູ່ມືສຳລັບຜູ້ອຳນວຍຄວາມສະດວກ ແລະ ຂັ້ນຕອນປະຕິບັດກິດຈະກຳທັງໝົດ.

ປະຈຸບັນ, ທ່ານສາມາດຕິດຕາມວິດີໂອດັ່ງກ່າວ ຜ່ານຊ່ອງທາງສື່ຂໍ້ມູນຂ່າວສານຂອງ LIWG ດັ່ງລຸ່ມນີ້:
- ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບຍິງ-ຊາຍ ໃນຊຸມຊົນ – ພາກທີ 1: https://youtu.be/7U31ak-IrS0
- ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບຍິງ-ຊາຍ ໃນຊຸມຊົນ – ພາກທີ 2: https://youtu.be/Hr__vTdnXf0
- ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບຍິງ-ຊາຍ ໃນຊຸມຊົນ – ການນຳສະເໜີເຄື່ອງມື: https://youtu.be/uiPPy-tQF7Y
