Our Earth: Securing Indigenous guardianship of vital ecosystems

968

ໂດຍ LIWG

ຄົນຊົນເຜົ່າ ຄວນຈະຢູ່ໃນທ້ອງຖິ່ນບ້ານເກີດຂອງພວກເຂົາໃນປ່າ ຫຼື ຄວນຈະໃຫ້ພວກເຂົາອອກມາຢູ່ນອກປ່າ ແລ້ວກັນເອົາພື້ນທີ່ດັ້ງເດີມຂອງພວກເຂົານັ້ນເປັນເຂດສະຫງວນ, ທ່ານຄິດວ່າອັນໃດເປັນວິທີທີ່ດີກວ່າກັນ?

ນີ້ເປັນຄໍາຖາມທີ່ບໍ່ແມ່ນສະເພາະທ້ອງຖິ່ນໃດທ້ອງຖິ່ນໜຶ່ງເທົ່ານັ້ນ ແຕ່ເປັນຄໍາຖາມທີ່ມີການຖາມ ແລະ ໂຕ້ຖຽງກັນມາຢ່າງຍາວນານໃນຫຼາຍພື້ນທີ່ທົ່ວໂລກ ຈົນເຮັດໃຫ້ມີອົງກອນໜຶ່ງເກີດຂື້ນມາທີ່ຊື່ວ່າ  Nia Tero.

ການດໍາລົງຊີວິດຂອງຊົນເຜົ່າ ຢາໂນມາມິ ໃນເຂດປ່າອາເມຊອນ ທີ່ປະເທດ ເວເນຊູເອລາ. ພາບຈາກ The New York Times/Reuters

ຄໍາວ່າ Nia Tero (ເນຍ ເທີໂຣ) ເປັນພາສາ ເອສເປຣັນໂຕ (Esperanto) ທີ່ແປວ່າ “ແຜ່ນດິນຂອງເຮົາ” (Our Earth) ເຊິ່ງຜູ້ທີ່ຕໍ່ຕັ້ງອົງກອນດັ່ງກ່າວ ແມ່ນນັກອະນຸລັກທໍາມະຊາດທີ່ມີຊື່ສຽງທີ່ສຸດຄົນໜຶ່ງຄື ທ່ານ ປີເຕີ ຊີລິກແມນ (Peter Seligmann) ໂດຍທ່ານໄດ້ບອກວ່າ ຈຸດປະສົງໃນການເອົາຄໍານີ້ຕັ້ງເປັນຊື່ອົງກອນແມ່ນມີເປົ້າໝາຍເພື່ອການຊຸກຍູ້ໃຫ້ເຫັນເຖິງຄວາມສໍາຄັນ ວ່າການທີ່ໃຫ້ຄົນທີ່ດໍາລົງຊີວິດທີ່ຢູ່ໃນພື້ນທີ່ເປັນຜູ້ທີ່ອະນຸລັກຮັກສາປ່າໄມ້ ແມ່ນເປັນວິທີການທີ່ມີປະສິດທິພາບຫຼາຍກວ່າ ແທນທີ່ຈະຍຶດຕິດກັບ ການອະນຸລັກແບບເກົ່າທີ່ເບິ່ງວ່າຄົນທ້ອງຖິ່ນນັ້ນເປັນຜູ້ທໍາລາຍປ່າ.

ໃນຊ່ວງເດືອນກຸມພາ 2021 ທີ່ຜ່ານມາ ທ່ານ ປີເຕີ ຊີລິກແມນ ໄດ້ໃຫ້ສໍາພາດກັບເວັບໄຊ້ຂ່າວສິ່ງແວດລ້ອມ ທີ່ຊື່ວ່າ Mongabay ວ່າ ແຮງບັນດານໃຈໃນການກໍ່ຕັ້ງ ອົງການ Nia Tero (ເນຍ ເທີໂຣ) ແມ່ນເກີດຂື້ນໃນປີ 2015 ຫຼັງຈາກທີ່ນັກວິທະຍາສາດໄດ້ເຮັດແຜນທີ່ສະຖານທີ່ ທີ່ສໍາຄັນທີ່ສຸດສໍາລັບການແກ້ໄຂບັນຫາສະພາບການປ່ຽນແປງດິນຟ້າອາກາດຕາມທໍາມະຊາດ ຈົນເຮັດໃຫ້ຮູ້ວ່າ ພື້ນທີ່ຫຼາຍກວ່າ 40% ຂອງດິນແດນໂລກ ແມ່ນຢູ່ພາຍໃຕ້ການດູແລຄຸ້ມຄອງໂດຍ ຄົນຊົນເຜົ່າ (ຫຼືພາສາສາກົນ ແມ່ນ ຄົນພື້ນເມືອງ).

ພວກເຂົາຍັງຄົ້ນພົບວ່າ ຢ່າງນ້ອຍໜຶ່ງໃນສາມຂອງ ຄາຣ໌ບອນທີ່ຢູ່ເທິງໜ້າດິນ (AGC) ຫຼື ຊີວະມວນທີ່ກັກເກັບຄາຣ໌ບອນເອົາໄວ້ ແມ່ນຢູ່ໃນພື້ນທີ່ການດໍາລົງຊີວິດຂອງຄົນຊົນເຜົ່າ ແລະ ພວກເຂົາຍັງດໍາລົງຊີວິດຢູ່ໃນພື້ນທີ່ ກວ່າ 80% ທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນໃນທົ່ວໂລກ ແລະ ຢູ່ໃນພື້ນທີ່ຫຼາຍກວ່າ 40% ຂອງລະບົບນິເວດທີ່ດີຕໍ່ສຸຂະພາບຂອງໂລກ. ຈາກຂໍ້ມູນນີ້ຊີ້ໃຫ້ເຫັນວ່າ ເກືອບເຄິ່ງໜຶ່ງຂອງຄວາມອຸດົມສົມບູນຂອງຊີວະນາໆພັນຂອງໂລກ ແມ່ນມາຈາກການຄຸ້ມຄອງ ແລະ ດູແລຂອງຄົນຊົນເຜົ່າ.  

ແຜນທີ່ Global Forest Watch ທີ່ສະແດງພື້ນທີ່ຂອງຄົນຊົນເຜົ່າໃນເຂດປ່າອາເມຊອນ ແລະ ທີ່ອື່ນໆ. ພາບຈາກ IGreen/GFW

ດັ່ງນັ້ນ ໃນປີ 2017 ທ່ານ ຊີລິກແມນ ແລະ ທີມງານຂອງລາວ ຈຶ່ງໄດ້ຕັດສິນໃຈ ຈັດຕັ້ງອົງການໃໝ່ນີ້ຂື້ນມາ ເພື່ອອຸທິດຕົນໃນການສະໜັບ ສະໜູນ ຄົນຊົນເຜົ່າທ້ອງຖິ່ນໃນຄວາມພະຍາຍາມທີ່ຈະປົກປັກຮັກສາວິຖີຊີວິດ ແລະ ພື້ນທີ່ດໍາລົງຊີວິດຂອງພວກເຂົາ ເພາະເຂົາເຈົ້າເຫັນວ່າຊະຕາກໍາຂອງມະນຸດປວງຊົນທັງຊາດໃນໂລກ ແມ່ນຂື້ນຢູ່ກັບຄວາມສາມາດຂອງປະເທດຕ່າງໆ ໃນການສະໜັບສະໜູນສິດທິໃນການຄຸ້ມ ຄອງ ແລະ ປົກປ້ອງພື້ນທີ່ ທີ່ເປັນບ່ອນດໍາລົງຊີວິດຂອງບັນດາຊົນເຜົ່າ.

ສິ່ງທີ່ສໍາຄັນທີ່ທາງອົງການດັ່ງກ່າວຕ້ອງການຢາກຈະສື່ສານກໍ່ຄື ທາງພາກລັດ ຈະຕ້ອງເຂົ້າໃຈຄວາມເຊື່ອ ຂອງບັນດາຊົນເຜົ່າທີ່ຢູ່ອາໄສກັບປ່າ ທີ່ໄດ້ອາໄສຄວາມສໍາພັນເຊິ່ງກັນ ແລະ ກັນ ລະຫວ່າງສິ່ງທີ່ມີຊີວິດທັງໝົດ ກັບ ໂລກ. ທ່ານ ຊີລິກແມນ ກ່າວວ່າ ຄົນຊົນເຜົ່າບໍ່ໄດ້ປະສົບຜົນສໍາເລັດໃນການຮັກສາປ່າ ໂດຍການລ້ອມຮົ້ວປ່າຂັງຕົນເອງໄວ້ໃນນັ້ນ ແຕ່ດ້ວຍວິຖີຊີວິດຂອງພວກເຂົາຄື ວິຖີຊີວິດທີ່ມີສູນກາງຢູ່ທີ່ການແລກປ່ຽນ ແລະ ແບ່ງປັນເຊິ່ງກັນ ແລະ ກັນ ລະຫວ່າງສິ່ງທີ່ມີຊີວິດທີ່ເບິ່ງເຫັນ ແລະ ເບິ່ງບໍ່ເຫັນ ລວມທັງໂລກດ້ວຍ.

ຄວາມເຊື່ອຖືຂອງຄົນຊົນເຜົ່າທີ່ເຊື່ອໃນ ວິນຍານແຫ່ງປ່າ, ການຢູ່ຮ່ວມກັບປ່າຢ່າງເພິ່ນພາອາໄສເຊິ່ງກັນ ແລະ ກັນ, ການຂໍຢືມປ່າໄມ້ເພື່ອດໍາລົງຊີວິດ ໂດຍທີ່ບໍ່ແມ່ນການຄອບຄອງພື້ນທີ່ປ່າ ແລະ ຄວາມເກງໃຈ ຕໍ່ໂລກຂອງພວກເຂົາ ຈຶ່ງເປັນແກນຫຼັກຂອງຂະບວນການນີ້ ເຊິ່ງບໍ່ແມ່ນ ການເຫັນປ່າເປັນວັດຖຸເພື່ອການອະນຸລັກ ແລະ ບໍ່ແມ່ນການໄຈ້ແຍກແບບສຸດໂຕ່ງວ່າ ມະນຸດຄວນຈະຢູ່ຄົນລະທີ່ລະທາງກັບປ່າ.

ພື້ນທີ່ຢູ່ອາໄສຂອງຄົນຊົນເຜົ່າ ໃນ Javari Valley ໃນພື້ນທີ່ປ່າອາເມຊອນ, ປະເທດບຣາຊີລ. ພາບໂດຍ FUNAI. This 2017 photo released by the National Indian Foundation (FUNAI) shows a “maloca,” or long house, in Vale do Javari, Amazonas state, Brazil. Overall, the agency has registered 107 isolated tribes in Latin America’s largest nation. While isolated communities are sometimes captured on video, Funai does not make contact with them. (FUNAI via AP)

ອົງການ Nia Tero ຍັງໄດ້ໃຫ້ການຊ່ວຍເຫຼືອຄົນຊົນເຜົ່າໃນຫຼາຍປະເທດ ເພື່ອເປັນການສະໜັບສະໜູນໃຫ້ຄົນຊົນເຜົ່ານັ້ນສາມາດດໍາລົງຊີວິດຢູ່ກັບປ່າໄດ້ ແລະ ເປັນຄົນທີ່ສາມາດຮັກສາປ່າໄມ້ໃຫ້ມີມີປະສິດທີພາບຫຼາຍກວ່າທີ່ອາໄສແຕ່ການອະນຸລັກແບບເກົ່າ ເຊັ່ນ ໃນເຂດປ່າອາເມຊອນ ທາງອົງການໄດ້ມີການດໍາເນີນໂຄງການຊ່ວຍເຫຼືອກວ່າ 10 ໂຄງການ ເພື່ອສະໜັບສະໜູນໃຫ້ຄົນຊົນເຜົ່າປົກປັກຮັກສາປ່າໃຫ້ມີຄວາມອຸດົມສົມບູນເຖິງ 60 ລ້ານ ເຮັກຕາ ໂດຍສະໜັບສະໜູນໃຫ້ຄົນຊົນເຜົ່າທີ່ອາໄສຢູ່ກັບປ່າສາມາດຢັ້ງຢືນສິດຂອງພວກເຂົາ ເພື່ອສາ ມາດສືບຕໍ່ດໍາລົງຊີວິດໃນປ່າໄດ້.  

ນອກນັ້ນ ພວກເຂົາຍັງປະດິດສ້າງສິ່ງທີ່ເອີ້ນວ່າ Technodigenous ຂື້ນມາເຊິ່ງແມ່ນ ການປະສົມປະສານເທັກໂນໂລຢີ ການອະນຸລັກ ກັບ ພູມປັນຍາທ້ອງຖິ່ນ ເຊັ່ນໃນປີ 2020 ທີ່ຜ່ານມາ ທາງອົງການໄດ້ເຜີຍແຜ່ກ່ຽວກັບ Technodigenous ເພື່ອການຫຼຸດການເພິ່ງພາພະລັງງານຟອສຊີລ ໃນຊຸມຊົນຂອງຄົນຊົນເຜົ່າ ເຊິ່ງປາກົດວ່າ ຄົນຊົນເຜົ່າຈາກທ້ອງຖິ່ນຕ່າງໆໃນເຂດມະຫາສະໝຸດປາຊີຟິກ ຈົນເຖິງ ປ່າອາເມຊອນ ໄດ້ມີການຮ່ວມແລກປ່ຽນທັກສະການດໍາລົງຊີວິດຂອງບັນພະບູລຸດ ກັບ ເທັກໂນໂລຢີສະໄໝໃໝ່ ທີ່ພວກເຂົາປັບໃຊ້ ຜ່ານການປະ ຊຸມທາງອອນລາຍ.

ອົງການ Nia Tero ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອຄົນຊົນເຜົ່າເທົ່ານັ້ນ ແຕ່ຍັງໄດ້ມີການລິເລີ່ມໂຄງການທີ່ຊື່ວ່າ Ocean Kinship ທີ່ໄດ້ແຮງບັນດານໃຈຈາກ ຄົນຊົນເຜົ່າໃນປະເທດນີວຊີແລນ ທີ່ໄດ້ຕໍ່ສູ້ເພື່ອໃຫ້ແມ່ນໍ້າຂອງບັນພະບູລຸດ ມີສະຖານະເປັນນິຕິບຸກຄົນຕາມກົດໝາຍ ໂດຍໂຄງການນີ້ຈະຜັກດັນໃຫ້ໜ່ວຍງານພາກລັດ ມອບສະຖານະນິຕິບຸກຄົນໃຫ້ກັບມະຫາສະໝຸດ, ແມ່ນໍ້າ ແລະ ພູເຂົາ ເພື່ອເປັນການປ້ອງ ກັນການທໍາລາຍຊັບພະຍາກອນຜ່ານລະບົບສໍາປະທານ ຫຼື ລະບົບການຄອບຄອງທີ່ດິນໂດຍບຸກຄົນໃດບຸກຄົນໜຶ່ງ ໂດຍມີຈຸດມຸ້ງຫວັງເພື່ອໃຫ້ມີການຮ່ວມຄຸ້ມຄອງປ່າໄມ້ລະຫວ່າງພາກລັດ ແລະ ຄົນຊົນເຜົ່າທ້ອງຖິ່ນ.

ແນ່ນອນວ່າ ຄົນຊົນເຜົ່າແມ່ນມີບົດບາດຄວາມສໍາຄັນ ໃນການປົກຮັກສາປ່າ ແລະ ທໍາມະຊາດ ແຕ່ສິ່ງທີ່ສໍາຄັນຄື ຈະເຮັດແນວໃດໃຫ້ຄົນໃນທົ່ວສັງຄົມ ເຂົ້າໃຈວ່າ ຄົນທີ່ຢູ່ໃນປ່ານັ້ນ ຄືຄົນທີ່ສາມາດອະນຸລັກປ່າໄດ້ຢ່າງດີ ບໍ່ແມ່ນຄົນທີ່ທໍາລາຍປ່າໄມ້ ຫຼື ສວຍໂອກາດຈາກປ່າໄມ້? ໂດຍເຫັນເຖິງຄວາມສໍາຄັນນີ້ ທາງອົງການ Nia Tero ຈຶ່ງໄດ້ມີການລິເລີ່ມໂຄງການ “ເລົ່າເລື່ອງ” (Storytelling) ເພື່ອເປັນການບອກ ເລົ່າເລື່ອງລາວຂອງຄົນຊົນເຜົ່າກ່ຽວກັບ ການດໍາລົງຊີວິດ, ຄວາມເຊື່ອ, ວິທີການເອົາຕົວລອດຈາກການຄຸກຄາມ ຂອງພວກເຂົາ ແລະ ເປັນຫຍັງພວກເຂົາຈຶ່ງເປັນຜູ້ທີ່ປົກປັກຮັກສາປ່າໄມ້ໄດ້ເປັນຢ່າງດີ ເຊິ່ງເລື່ອງເລົ່າເຫຼົ່ານັ້ນ ໄດ້ມີການນໍາສະເໜີຜ່ານທາງສື່ສາລະຄະດີຕ່າງໆແລ້ວ.

ປະຊາຊົນຊົນເຜົ່າອາໄສແມ່ນໍ້າ ແລະ ປ່າໄມ້ ເພື່ອການດໍາລົງຊີວິດ ຕາມລ້ອງແມ່ນໍ້າອູ ປະເທດລາວ. ພາບຈາກ LIWG

ໃນປະເທດລາວກໍ່ເຫັນວ່າ ການສ້າງຄວາມເຂົ້າໃຈກ່ຽວກັບເລື່ອງນີ້ກໍ່ເປັນສິ່ງທີ່ສໍາຄັນ ເຊິ່ງທີ່ຜ່ານມາກໍ່ມີຫຼາຍອົງການ ແລະ ຫຼາຍພາກສ່ວນ ມີຄວາມພະຍາຍາມທີ່ຈະນໍາສະເໜີ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຄົນຊົນເຜົ່າຕໍ່ກັບການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ການອະນຸ ລັກຮັກສາປ່າ. ເຖິງແມ່ນວ່າຈະມີຄວາມທ້າທາຍຫຼາຍຢ່າງ ແລະ ຕ້ອງໄດ້ອາໄສເວລາ ໃນການທໍາຄວາມເຂົ້າໃຈເລື່ອງນີ້ ແຕ່ພວກເຮົາກໍ່ເຫັນວ່າມີຄວາມເປັນໄປໄດ້ ຫາກທຸກພາກສ່ວນ ມີການການເປີດໃຈທີ່ຈະມີການຮຽນຮູ້ເຊິ່ງກັນ ແລະ ກັນຢ່າງຈິງໃຈ ແລະ ດ້ວຍຄວາມເຂົ້າໃຈ.


Sources from: