ງານເປີດຕົວປະຕິທິນກົດໝາຍ ປີ 2020 ໂດຍ LIWG

    2002
    When:
    18/12/2019 @ 1:30 PM – 4:30 PM
    2019-12-18T13:30:00+07:00
    2019-12-18T16:30:00+07:00
    Where:
    ຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ
    http://bit.ly/2DVsBB5
    Contact:
    Land Information Working Group
    +856 30 981 5657

    ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຈະຈັດງານ ເປີດຕົວປະຕິທິນກົດໝາຍ ປີ 2020 (Legal Calendar 2020). ເຊິ່ງປະຕິທິນກົດໝາຍປີ 2020 ແມ່ນພາກສ່ວນ​ໜຶ່ງ​ໃນ​ການສື່ສານທາງນິຕິ​ກໍາ ເຊັ່ນ: ກົດໝາຍ, ດໍາລັດ ​ແລະ ບົດ​ແນະນໍາໃນ​ຂົງ​ເຂດທີ່​ດິນ,ປ່າ​ໄມ້,ຊັບພະຍາກອນ​ທໍາ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແລະ ບົດບາດ​ຍິງ-​ຊາຍ ເພື່ອໃຫ້ຊາວບ້ານສາມາດ​ເຂົ້າເຖີງຂໍ້ມູນຂ່າວສານດັ່ງກ່າວ, ຮັບຮູ້ຂະບວນການປົກປ້ອງສິດຜົນປະໂຫຍດຂອງຕົນ ເຊິ່ງ​ຫົວຂໍ້ຫຼັກຂອງແຕ່ລະໜ້າ ມີເນື້ອໃນທີ່ສາມາດນໍາໃຊ້ໄດ້ທາງ​ດ້ານກົດໝາຍ ແລະ ເຂົ້າ​ໃຈງ່າຍເໝາະ​ສົມ​ກັບ​ປະຊາຊົນ​ໃນ​ແຕ່​ລະ​ທ້ອງ​ຖິ່ນທົ່ວປະ​ເທດ.

    What: ເພື່ອ​ເປັນການນໍາະເໜີບັນດາຫົວຂໍ້ຕ່າງໆຂອງປະຕິທິນກົດໝາຍສະບັບປີ 2020 ເຊິ່ງ​ຕິດພັນກັບ ​ບັນດາ​ລະບຽບ​ກົດໝາຍກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ​ ໂດຍມີເປົ້າໝາຍ ເພື່ອເຜີຍແຜ່ຂໍ້ມູນເຫຼົ່ານັ້ນອອກ​ໄປ ​ສູ່​ສັງຄົມ​ໃຫ້​ກ້ວາງ​ຂວາງ ໂດຍສະເພາະປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ

    ວັນທີ: 18 ທັນວາ 2019, ເວລາ 13:30 ຫາ 16:30

    ສະຖານທີ່: ຄະນະສະຖາປັດຕະຍະກໍາສາດ -ມະຫາວິທະຍາໄລແຫ່ງຊາດ (ວິທິຍາເຂດດົງໂດກ)

    ພາຍໃນງານຈະມີຜູ້ເຂົ້າຮ່ວມຈາກພາກລັດທີ່ກ່ຽວຂ້ອງ, ມະຫາວິທະຍາໄລ, ອົງການຈັດຕັ້ງທາງສັງຄົມລາວ ແລະ ສາກົນ ພ້ອມດ້ວຍຄູ່ຮ່ວມງານອື່ນໆ ມາຮ່ວມດ້ວຍ.

    ໝາຍເຫດ: ໃນງານແມ່ນຈະດໍາເນີນການເປັນພາສາລາວ