ກອງປະຊຸມພັດທະນາປະຕິທິນກົດໝາຍປີ 2020 ຄັ້ງທີ 2

    1837
    When:
    09/07/2019 – 12/07/2019 all-day
    2019-07-09T00:00:00+07:00
    2019-07-13T00:00:00+07:00
    Where:
    Vientiane Province

    ແຕ່ວັນທີ 9 – 12 ກໍລະກົດ 2019 ທາງກອງເລຂາ ແລະ ສະມາຊິກ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ຈະມີການຈັດກອງປະຊຸມຄັ້ງທີ 2 ເພື່ອພັດທະນາປະຕິທິນກົດໝາຍປີ 2020 ຢູ່ໃນແຂວງວຽງຈັນ.

    ກອງປະຊຸມຄັ້ງນີ້ຈັດຂື້ນ ໂດຍສືບເນື່ອງຈາກກອງປະຊຸມຄັ້ງທໍາອິດທີ່ຈັດຂື້ນກ່ອນໜ້າໜີ ແລະ ການເຮັດວຽກຮ່ວມກັນຂອງບັນດສະມາຊິກ ແລະ ກອງເລຂາ ນັບຕັ້ງແຕ່ກອງປະຊຸມຄັ້ງທໍາອິດ ເຖິງ ປັດຈຸບັັນ.

    ກອງປະຊຸມຄັ້ງຈັດຂື້ນ ເພື່ອ:

    • ປຶກສາຫາລື ທົບທວນຄືນຮ່າງເນື້ອໃນກົດໝາຍນິຕິກໍາໃນປະຕິທິນທັງໝົດຄືນໄໝ່ ແລະ
    • ການສະເກັດຮູບພາບ ປະຕິທິນກົດໝາຍ ແລະ ທົບທວນຄືນຄົ້ນຄິດມະໂນພາບການສະເກັດຮູລພາບປະກອບໃສ່ແຕ່ລະຫົວຂໍ້ທັງໝັດ ແລະ ເຮັດວຽກຮ່ວມກັບ ນັກແຕ້ມເພື່ອໃຫ້ເຂົ້າໃຈໃນການສະເກັດຮູບພາບ ພ້ອມທັງສະເກັດຮູບພາບແບບຫຍາບໆທັງໝົດຂອງແຕ່ລະຫົວຂໍ້
    • ປະກອບຄໍາເຫັນ ໃສ່ຕົວຢ່າງຮູບແບບ ຂອງປະຕິທິນ ປີ 2020 ທີ່ນັກອອກແບບເຮັດຮ່າງສົ່ງມາໃຫ້ ແລະ ຄັດເລືອກຮູບແບບຂອງປະຕິທິນ 2020 ເພຶ່ອໃຫ້ນັກອອກແບບໄປປັບປຸງຕໍ
    • ນັກແຕ້ມນໍາສະເໜີຜ່ານຮູບພາບທີ່ສະເກັດຫຍາບໆ ຕໍ່ທີມງານທັງໝົດເພື່ອກວດກາຄືນຄວາມເຂົ້າໃຈ ແລະ ເພຶ່ອຄວາມກະຈ່າງແຈ້ງໃຫ້ແກ່ນັກແຕ້ມວ່າກົງກັບຈຸດປະສົງທີ່ທີມງານຕ້ອງການ ເພຶ່ອຈະນໍາໄປພັດທະນາຕໍ່ ໃຫ້ເປັນຮູບພາບທີ່ມີຄວາມຊັດເຈນຂື້ນ

    ເບິ່ງຂໍ້ມູນກ່ຽວກັບປະຕິທິນກົດໝາຍສະບັບປັບຈຸບັນໄດ້ທີ່: