ຜົນການຝຶກອົບຮົມຂອງໂຄງການ ໄລຟ໌ໃນການເປັນຜູ້ອຳ ນວຍຄວາມສະດວກ ແລະ ສິດຕາມປະເພນີ ແລະ ການນຳໃຊ້ໃນກິດຈະກຳ ຂອງ ອົງການ ມິດຕະພາບເມັນໂນນາຍ

1415

ໂດຍ ທີມງານໄລຟ໌


ໂຄງການໄລຟ໌ ແລະ ອົງການ ມິດຕະພາບເມັນໂນນາຍ (MCC) ມີຂໍ້ຕົກລົງຮ່ວມກັນ ເພື່ອສະໜັບສະໜູນການໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບກົດໝາຍີ່ດິນ ແລະ ການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ ໂດຍທີ່ ໄລຟ໌ ເປັນຜູ້ຝຶກອົບຮົມ ແລະ ໃຫ້ຄໍາປຶກສາຢ່າງຕໍ່ເນື່ອງ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ ອົງການ ແລະ ຄູ່ຮ່ວມງານພາກລັດ.

ໃນລະຫວ່າງປີ 2020 ແລະ 2021 ໄລຟ໌ ໄດ້ສະໜອງການຝຶກອົບຮົມຫຼາຍຄັ້ງ ກ່ຽວກັບ ຫົວຂໍ້ສິດຄອບຄອງທີ່ດິນຕາມປະເພນີ ໃຫ້ແກ່ທີມງານຂອງ ອົງການ MCC ທີ່ຮັບຜິດຊອບໂຄງການ “ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງທີ່ດິນ ແລະ ດິນກະສິກໍາ ເພື່ອການພັດທະນາ ແບບຢືນຢົງ ຢູ່ເມືອງແປກ ແຂວງ ຊຽງຂວາງ”.

ກໍລະນີສຶກສານີ້ ແມ່ນມີຂື້ນ ເພື່ອທໍາຄວາມເຂົ້າໃຈກ່ຽວກັບ ສິດຄອບຄອງທີ່ດິນຕາມປະເພນີ ໃນ 3 ບ້ານເປົ້າໝາຍ ຂອງອົງການ MCC ທີ່ແຂວງຊຽງຂວາງ ແລະ ກໍ່ເພື່ອເປັນການສຶກສາເຖິງຜົນໄດ້ຮັບຈາກການຝຶກອົບຮົມຂອງໄລຟ໌ໃຫ້ແກ່ພະນັກງານໂຄງການ ແລະ ຄູ່ຮ່ວມງານພາກລັດ ແລະ ການນໍາໃຊ້ຄວາມຮູ້ຈາກການຝຶກອົບຮົມ ເພື່ແເຜີຍແຜ່ຕໍ່ຊຸມຊົນ.

ຈາກການສຳພາດທີມງານເມືອງ, ພະນັກງານ ອົງການມິດຕະພາບເມັນໂນນາຍ ແລະ ຊາວບ້ານ ເຫັນໄດ້ວ່າ ການຝຶກອົບຮົມຂອງ ໂຄງການ ໄລຟ໌ ບໍ່ພຽງແຕ່ສ້າງຄວາມເຂັ້ມແຂງ ທາງດ້ານທັກສະການເປັນຜູ້ອຳນວຍຄວາມສະດວກໃນການເຜີຍແຜ່ ກົດໝາຍເທົ່ານັ້ນ ແຕ່ຍັງສາມາດສົ່ງຜົນກະທົບທາງບວກກັບຜູ້ເຂົ້າຮ່ວມຝຶກອົບຮົມ ໃນຄວາມ ສາມາດວິເຄາະບັນຫາທີ່ເກີດຂຶ້ນໃນຊຸມຊົນ ແລະ ວິເຄາະ, ປະເມີນຄວາມສາມາດ ແລະ ການກຽມພ້ອມຂອງຕົນເອງໃຫ້ ເໝາະກັບສະພາບໃນຊຸມຊົນ. ສິ່ງດັ່ງກ່າວນີ້ເຫັນໄດ້ຈາກ ການລາຍງານດ້ານຄຸນນະພາບການສົ່ງຄວາມຮູ້ ກ່ຽວກັບ ກົດໝາຍ ໃນຊຸມຊົນ ທີ່ຊຸມຊົນມີຄວາມເຂົ້າໃຈຕໍ່ກັບ ກົດໝາຍທີ່ດິນ ໃນຫົວຂໍ້ທີ່ໄດ້ຝຶກ ແລະ ລວມທັງຂະບວນການແກ້ໄຂ ຂໍ້ຂັດແຍ່ງ ທີ່ດິນ  ທີ່ຊາວບ້ານປະເຊີນ.

ກໍລະນີສຶກສານີ້ ແມ່ນຈັດທໍາຂື້ນໂດຍ ໂຄງການໄລຟ໌ ໂດຍໄດ້ຮັບການສະໜັບສະໜູນທາງດ້ານທຶນ ຈາກ ສະຫະພາບເອີຣົບ

ດາວໂລດ:

ສະບັບພາສາລາວ
ສະບັບສາພາອັງກິດ