
ໃນວັນທີ 5 ກັນຍາ 2024 ທີ່ໂຮງແຮມ ດອນຈັນພາເລດ, ໂຄງການ ການໃຫ້ຂໍ້ມູນສາທາລະນະ ແລະ ການໃຫ້ຄວາມຮູ້ແກ່ຊຸມຊົນ ທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ພາຍໃຕ້ ອົງການເຮວວີຕັສ໌ ໄດ້ຈັດກອງປະຊຸມຄະນະກຳມະການບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ (IMC). ກອງປະຊຸມດັ່ງກ່າວແມ່ນໄດ້ຮັບກຽດເປັນປະທານໂດຍທ່ານ ອະໂນໄທ ຈັນທະລາສີ ຮອງຫົວໜ້າກົມທີ່ດິນ, ກສຊ. ແລະ ແຂກກິດຕິມາສັກໂດຍທ່ານ Jesper Elias Lauridsen ຜູ້ອຳນວຍການອົງການເຮວວີຕັສ໌, ພ້ອມກັບຜູ້ເຂົ້າຮ່ວມທີ່ມາຈາກຄະນະກຳມະການບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ (IMC), ພະນັກງານລັດຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ (5 ແຂວງ) ພ້ອມດ້ວຍອົງການຈັດຕັ້ງສັງຄົມທັງໝົດ (CSOs) 5 ພາກສ່ວນ, ໂດຍຜູ້ເຂົ້າຮ່ວມທັງໝົດ 40 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອໃຫ້ໂຄງການ PIASVC ລາຍງານຄວາມຄືບໜ້າຂອງແຜນການຈັດຕັ້ງປະຕິບັດ ແລະ ນຳສະເໜີບົດວິເຄາະການເກັບກຳຂໍ້ມູນການສຳຫຼວດພື້ນຖານກ່ຽວກັບຄວາມຮັບຮູ້ຂອງປະຊາຊົນຕໍ່ກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດ ຢູ່ໃນບ້ານເປົ້າໝາຍ. ນອກຈາກນັ້ນ ກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາອົງການຈັດຕັ້ງທາງສັງຄົມ ຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ຈາກປະສົບການການຈັດຕັ້ງປະຕິບັດໃນພາກສະໜາມຫຼາຍເດືອນຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສື່ສານຢ່າງຈະແຈ້ງ ແລະ ການຮ່ວມມືຂອງທຸກພາກສ່ວນທີ່ກ່ຽວຂ້ອງໃນການເຂົ້າຮ່ວມໃນໂຄງການຫຼາຍຂັ້ນຕອນ. ການປະສານງານລະຫວ່າງ 5 ອົງການລັດຖະບານ ແມ່ນເປັນສິ່ງສຳຄັນສຳລັບຄູຝຶກຈາກພາກລັດຂັ້ນສູນກາງ ໄປຍັງຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອແນໃສ່ຄວາມພ້ອມທີ່ຈະໃຫ້ເຜີຍແຜ່ຄວາມຮູ້ເຖິງຂັ້ນຮາກຖານ.
ໂຄງການ PIASVC ໄດ້ຖືກຈັດຕັ້ງປະຕິບັດຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ໄດ້ຮັບທຶນຈາກ Swiss Development & Cooperation ແລະ ກອງທຶນພັດທະນາສັງຄົມຍີ່ປຸ່ນ ຜ່ານ World Bank Laos – ທະນາຄານໂລກ.