ກອງປະຊຸມ ຝຶກອົບຮົມການຝຶກອົບຮົມ ການລົງທຶນທີ່ມີຄວາມຮັບຜິດຊອບ ແລະ ສັນຍາກະສິກຳ ຄັ້ງທີ 2, ທີ່ນະຄອນຫຼວງວຽງຈັນ

3
ໂຄງການ PIASVC ຮ່ວມກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສຳເລັດການຝຶກອົບຮົມການເປັນຄູຝຶກ (Training of Trainers) ໃຫ້ແກ່ອົງກອນຜູ້ໄດ້ຮັບທຶນຈາກໂຄງການ ແລະ ຄູ່ຮ່ວມງານພາກລັດຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນຫຼາຍກວ່າ 45 ທ່ານ
ການຝຶກອົມຮົມຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນກະສິກຳແບບມີຄວາມຮັບຜິດຊອບ ແລະ ກະສິກຳແບບມີສັນຍາ” ຫຼັງຈາກການປັບປຸງດຳລັດ ແລະ ຄຳແນະນຳໃໝ່ ໂດຍຈັດຂຶ້ນວັນທີ 25–27 ກຸມພາ 2026 ທີ່ ໂຮງແຮມ DoubleTree by Hilton, ນະຄອນຫຼວງວຽງຈັນ
ການຝຶກຄັ້ງນີ້ເປັນການທົບທວນບົດຮຽນຈາກການຝຶກໃນຄັ້ງຜ່ານມາ ແລະ ປະສົບການໃນການຖ່າຍທອດໃຫ້ແກ່ຄູ່ຮ່ວມງານພາກລັດຂັ້ນທ້ອງຖິ່ນ ແລະ ໄດ້ມີການເຜີຍແຜ່ ແລະ ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ໃນຂົງເຂດທີ່ສຳຄັນ ເຊັ່ນ ກົດໝາຍທີ່ດິນ ແລະ ສິດ, ຂອບເຂດການນຳໃຊ້ ແລະ ການຄຸ້ມຄອງທີ່ດິນຂອງຊຸມຊົນ
ນອກຈາກນັ້ນ ຍັງໄດ້ເຊີນຜູ້ຊ່ຽວຊານ, ນັກລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ ມານຳສະເໜີບົດຮຽນ ແລະ ປະສົບການ ເພື່ອເປີດມຸມມອງໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ນຳໄປປັບໃຊ້ໃນວຽກງານຂອງໂຄງການຫຼັງຈາກການນຳສະເໜີ ແລະ ກິດຈະກຳແບ່ງກຸ່ມເພື່ອລະບຸສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດ ແຕ່ລະກຸ່ມໄດ້ສະແດງບົດບາດສົມມຸດ ເພື່ອສະຫຼຸບບົດຮຽນຕະຫຼອດ 2 ມື້ ພ້ອມຮັບຄຳເຫັນຈາກຜູ້ອຳນວຍຄວາມສະດວກ ແລະ ປະທານ
ການຝຶກຄັ້ງນີ້ຈະຊ່ວຍເສີມຄວາມໝັ້ນໃຈໃຫ້ແກ່ອົງກອນຮັບທຶນ ແລະ ຄູ່ຮ່ວມງານພາກລັດ ເພື່ອນຳບົດຮຽນທີ່ມີຄຸນຄ່າ ຂະຫຍາຍຜົນສູ່ຊຸມຊົນເປົ້າໝາຍໃນ 6 ແຂວງ ທົ່ວປະເທດ
ໂຄງການ PIASVC ໄດ້ຮ່ວມຈັດຕັ້ງປະຕິບັດກັບ MONRE ກຊສ ແລະ ສະໜັບສະໜູນງົບປະມານໂດຍ Swiss Development & Cooperation ແລະ ທຶນຊ່ວຍເຫຼືອລັດຖະບານຍີ່ປຸ່ນ ຜ່ານ World Bank Laos – ທະນາຄານໂລກ