
ມື້ນີ້ພວກເຮົາມີພາບບັນຍາກາດ ແລະ ກິດຈະກຳດີໆ ຈາກກອງປະຊຸມແລກປ່ຽນບົດຮຽນຂອງໂຄງການ PIASVC/ESLR ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃນການຂື້ນທະບຽນທີ່ດິນແບບມີສ່ວນຮ່ວມ: ເຄື່ອງມື ແລະ ບົດຮຽນໃນການມີສ່ວນຮ່ວມກັບຊຸມຊົນ ແລະ ບົດບາດຍິງ-ຊາຍ” ມາໃຫ້ຮັບຊົມນຳກັນ. ກອງປະຊຸມນີ້ໄດ້ຈັດຂຶ້ນໃນວັນທີ 28–29 ເມສາ 2026 ທີ່ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ເປັນການຈັດຮ່ວມ ໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ (DLAM), ກສ. ໂຄງການ PIASVC ພາຍໃຕ້ອົງການ Helvetas Laos, ແລະ ໂຄງການ ESLR.
ບັນຍາກາດພາຍໃນຫ້ອງແມ່ນເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ເປັນກັນເອງຫຼາຍ ເພາະງານນີ້ຖືກອອກແບບມາໃຫ້ເປັນການປະຕິບັດຕົວຈິງ ບໍ່ແມ່ນພຽງແຕ່ນັ່ງຟັງການບັນຍາຍ. ຈຸດປະສົງຫຼັກແມ່ນເພື່ອຫັນເອົາບົດຮຽນຈາກໂຄງການ PIASVC ແລະ ESLR ມາເປັນຂັ້ນຕອນການປະຕິບັດຕົວຈິງ ເພື່ອໃຫ້ພາກສ່ວນລັດ ແລະ ອົງການຈັດຕັ້ງທາງສັງຄົມສາມາດນຳໄປໃຊ້ຮ່ວມກັນໄດ້. ສຳລັບຜົນໄດ້ຮັບຈາກກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນສ້າງ “ຕົ້ນໄມ້ບັນຫາ” (Problem Trees) ແລະ “ຕົ້ນໄມ້ຈຸດປະສົງ/ວິທີແກ້ໄຂ” (Solution Trees) ເພື່ອວິເຄາະບັນຫາທີ່ເກີດຂຶ້ນຈິງ. ຕົວຢ່າງ: ຜູ້ເຂົ້າຮ່ວມໄດ້ຍົກເອົາບັນຫາການມີສິດຂອງແມ່ຍິງໃນບາງກຸ່ມຊົນເຜົ່າໃນໃນການຄອບຄອງທີ່ດິນໜ້ອຍມາປຶກສາຫາລືກັນ. ຫຼັງຈາກນັ້ນກໍໄດ້ຮ່ວມກັນວາງແຜນວີທີແກ້ໄຂທີ່ສາມາດຈັດຕັ້ງປະຕິບັດໄດ້ແທ້ ເຊັ່ນ: ການສ້າງສື່ໂຄສະນາເປັນພາສາທ້ອງຖິ່ນ, ການຮັບສະໝັກນັກອຳນວຍຄວາມສະດວກທີ່ເປັນແມ່ຍິງຊົນເຜົ່າ (ທີ່ບໍ່ແມ່ນກຸ່ມລາວ-ໄຕ), ແລະ ການປັບປ່ຽນເວລາປະຊຸມຊຸມຊົນໃຫ້ແທດເໝາະກັບຕາຕະລາງປະຈຳວັນຂອງແມ່ຍິງຫຼາຍຂຶ້ນ.
ຜູ້ເຂົ້າຮ່ວມມັກຫຍັງຫຼາຍທີ່ສຸດ? ຫົວຂໍ້ທີ່ທຸກຄົນໃຫ້ຄວາມສົນໃຈຫຼາຍທີ່ສຸດແມ່ນເລື່ອງການເຮັດ FPIC (ການເຫັນດີເຫັນພ້ອມ ດ້ວຍຄວາມສະໝັກໃຈໂດຍໄດ້ຮັບຂໍ້ມູນລ່ວງໜ້າ ແລະ ພຽງພໍ) ແລະ ການສົ່ງເສີມສິດຄອບຄອງທີ່ດິນຂອງແມ່ຍິງ. ຫຼາຍຄົນບອກວ່າໄດ້ຮັບຄວາມຮູ້ໃໝ່ໆທີ່ເປັນປະໂຫຍດຫຼາຍ ແລະ ໂດຍສະເພາະແມ່ນມັກການນຳໃຊ້ເຄື່ອງມື “ຕົ້ນໄມ້ບັນຫາ” ເພື່ອໃຫ້ເຫັນຮາກເຫງົ້າຂອງບັນຫາໃນຊຸມຊົນໄດ້ຢ່າງຊັດເຈນ. ໃນອະນາຄົດຕໍ່ໜ້າ ຜົນໄດ້ຮັບທີ່ຈະຕາມມາແມ່ນຈະເກີດຂຶ້ນແທ້ ເພາະຜູ້ເຂົ້າຮ່ວມໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງມືໃໝ່ໆເຫຼົ່ານີ້ໄປປັບໃຊ້ໃນໂຄງການຂອງຕົນເອງຢ່າງຈິງຈັງ. ພວກເຂົາວາງແຜນທີ່ຈະປ່ຽນແປງວິທີການລົງໂຄສະນາເຜີຍແຜ່ໃນຊຸມຊົນໃນທັນທີ, ເພື່ອຮັບປະກັນວ່າການຂຶ້ນທະບຽນທີ່ດິນໃນຊຸມຊົນຈະມີຄວາມໂປ່ງໃສ, ຍຸຕິທຳ ແລະ ເປີດໂອກາດໃຫ້ທຸກຄົນມີສ່ວນຮ່ວມຢ່າງແທ້ຈິງ!
ໂຄງການ PIASVC ໄດ້ຮ່ວມຈັດຕັ້ງປະຕິບັດກັບ MONRE ກຊສ ແລະ ສະໜັບສະໜູນງົບປະມານໂດຍ Swiss Development & Cooperation ແລະ ທຶນຊ່ວຍເຫຼືອລັດຖະບານຍີ່ປຸ່ນ ຜ່ານ World Bank Laos – ທະນາຄານໂລກ


