ການມີສ່ວນຮ່ວມຂອງປະຊາຊົນ ໃນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ: ປະຕິທິນກົດໝາຍ ປະຈຳເດືອນ ມີນາ – ເມສາ 2022

1358
ໂດຍ ແອັດມິນ LIWG

ປະຕິທິນກົດໝາຍ ປະຈຳເດືອນ ມີນາ-ເມສາ ປີ 2022 ນຳສະເໜີຫົວຂໍ້ “ການມີສ່ວນຮ່ວມຂອງປະຊາຊົນ ໃນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ” ໂດຍມີຈຸດປະສົງເພື່ອສະແດງເຖິງ ການມີສ່ວນຮ່ວມຂອງປະຊາຊົນທີ່ຫຼາກຫຼາຍ ໃນການໃຫ້ເຊົ່າ ຫຼື ສໍາປະທານ ທີ່ດິນ ເພື່ອສົ່ງເສີມຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ ໃນຂະບວນການດໍາເນີນກິດຈະການເຊົ່າ ຫຼື ສໍາປະທານທີ່ດິນ, ເນື່ອງຈາກເຂົາເຈົ້າເປັນຜູ້ທີ່ຢູ່ໃນທ້ອງຖິ່ນ ເຊິ່ງຈະໄດ້ຮັບຜົນປະໂຫຍດ ແລະ ຜົນກະທົບໂດຍກົງ ປະຊາຊົນຈຶ່ງຄວນຮັບຮູ້ຂໍ້ມູນຕ່າງໆ ແລະ ມີສ່ວນຮ່ວມໃນການຕັດສິນໃຈ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນເອງ ແລະ ຊຸມຊົນ. ນອກນັ້ນ, ແມ່ນພັນທະຕ່າງໆຂອງຜູ້ເຊົ່າ ຫຼື ຜູ້ສຳປະທານ ຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ເງື່ອນໄຂຂອງສັນຍາ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານ 2 ສະບັບຄື:

ຄໍາແນະນໍາກ່ຽວກັບການພິຈາລະນາອະນຸມັດການລົງທຶນແລະກົນໄກການຄຸ້ມຄອງທີ່ດິນໃຫ້ເຊົ່າຫຼືສໍາປະທານສໍາລັບການປູກພືດກະສິກໍາສະບັບເລກທີ 0457/ກຜທ,ລົງວັນທີ 27 ກຸມພາ 2019

  • ຂໍ້ 4. ການມີສ່ວນຮ່ວມຂອງປະຊາຊົນ

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ,ລົງວັນທີ 21 ມິຖຸນາ 2019

  • ມາດຕາ 122 (ປັບປຸງ) ພັນທະຂອງຜູ້ເຊົ່າ ຫຼື ຜູ້ສໍາປະທານ

ລາຍລະອຽດຂອງຂໍ້ມູນ ແມ່ນສາມາດເບິ່ງຕາມຮູບໜ້າປະຕິທິນ ຂ້າງລຸ່ມນີ້:

ປະຕິທິນກົດໝາຍ ປະຈຳເດືອນ ມີນາ – ເມສາ 2022