ຄວາມຮັບຜິດຊອບຂອງຜູ້ລົງທຶນຈາກອຸປະຕິເຫດແຮງງານ ແລະ ບັນຫາມົນລະພິດຈາກສານເຄມີ: ປະຕິທິນກົດໝາຍປະຈໍາເດືອນ ພະຈິກ -ທັນວາ 2020

2343

ໂດຍ LIWG admin

ຄວາມຮັບຜິດຊອບຂອງຜູ້ລົງທຶນ ຕໍ່ກັບມາດຕະການຮັບປະກັນ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ນັ້ນເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດ ໂດຍສະເພາະ ໃນຂົງເຂດການຜະລິດອຸດສາຫະກຳ ແລະ ກະສິກຳ; ພ້ອມທັງຕ້ອງມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ້ຜູ້ອອກແຮງງານ ເພື່ອຫຼຸດ ຜ່ອນໄພອັນຕະລາຍ, ຄວາມສ່ຽງ ເຊິ່ງມີຄວາມຈໍາເປັນຢ່າງຍິ່ງສໍາລັບຜູ້ລົງທຶນຈະຕ້ອງສະໜອງ ວິທີປ້ອງການອຸປະຕິ ເຫດແຮງງານ, ປ້ອງກັນການບາດເຈັບ ແລະ ບໍ່ໃຫ້ເກີດພະຍາດອາຊີບ ໃນພື້ນທີ່ທີ່ຜູ້ລົງທຶນມາລົງທຶນ ແລະ ຕ້ອງສ້າງໃຫ້ເປັນວັດທະນະທຳຄວາມປອດໄພໃນສະຖານທີ່ເຮັດວຽກໃຫ້ມີປະສິດທິພາບເທື່ອລະກ້າວດ້ວຍ.

ຕໍ່ກັບປະເດັນດັ່ງກ່າວ ພວກເຮົາກໍ່ໄດ້ນໍາສະເໜີຂໍ້ມູນທາງດ້ານກົດໝາຍທີ່ກ່ຽວຂ້ອງ ເຊິ່ງໄດ້ລະບຸຢູ່ໃນປະຕິທິນປະຈໍາເດືອນ ພະຈິກ-ທັນວາ 2020 ນີ້ ໂດຍໃສ່ຫົວຂໍ້: ຄວາມຮັບຜິດຊອບຂອງຜູ້ລົງທຶນຈາກອຸປະຕິເຫດແຮງງານ ແລະ ບັນຫາມົນລະພິດຈາກສານເຄມີໂດຍໄດ້ອີງໃສ່:

  1. ກົດໝາຍວ່າດ້ວຍ ແຮງງານ, ເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013: ມາດຕາ 122 ການປະເມີນຄວາມສ່ຽງ ແລະ ການສ້າງກົດລະບຽບພາຍໃນ; ແລະ ມາດຕາ 128(ໃໝ່) ການປິ່ນປົວຜູ້ອອກແຮງງານ ຍ້ອນອຸປະຕິເຫດແຮງງານ ແລະ ພະຍາດອາຊີບ
  2. ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012: ມາດ ຕາ 34 ພັນທະຂອງຜູ້ປະກອບການໃນການຄວບຄຸມມົນລະພິດ

ລາຍລະອຽດແມ່ນຕາມໜ້າປະຕິທິນລຸ່ມນີ້.

ປະຕິທິນກົດໝາຍໜ້າທີ 6 ປະຈໍາເດືອນພະຈິກ-ທັນວາ 2020

ເອກະສານອ້າງອີງ:

  • ກົດໝາຍວ່າດ້ວຍ ແຮງງານ, ເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013: https://bit.ly/35ZE0yt
  • ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012: https://bit.ly/2IWVeEb