ປະຕິທິນກົດໝາຍປະຈໍາ ເດືອນກໍລະກົດ – ສິງຫາ 2019: ການເຮັດສັນຍາທີ່ຖືກຕ້ອງຕາມກົດໝາຍ

2801

ວັນທີ 15 ກໍລະກົດ 2019

ໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ສັນຍາ ແມ່ນການຕົກລົງລະຫວ່າງຄູ່ສັນຍາ ຊຶ່ງພາໃຫ້ເກີດສິດ ແລະ ພັນທະທາງແພ່ງ ເກີດຂຶ້ນ, ປ່ຽນແປງ ຫຼື ສິ້ນສຸດລົງ ແລະ ມີຄວາມສໍາຄັນຢ່າງຍິ່ງຂອງຄູ່ສັນຍາ ເພື່ອເປັນການປົກປ້ອງຜົນປະໂຫຍດຂອງກັນ ແລະ ກັນ ແລະ ເປັນແນກທາງໃນການແກ້ໄຂບັນຫາ ຫາກ ມີຄວາມຂັດແຍ້ງເກີດຂື້ນ.

ໃນປະຕິທິນກົດໝາຍປະຈໍາ ເດືອນກໍະກົດ – ສິງຫາ 2019  ແມ່ນນໍາສະເໜີ ກ່ຽວກັບ ການເຮັດສັນຍາທີ່ຖືກຕອງຕາມກົດໝາຍ. ໃນສັງຄົມປັດຈຸບັນແມ່ນມີການພັດທະນາຫຼາຍຂຶ້ນໃນແຕ່ລະດ້ານ ເຮັດໃຫ້ມີການພົວພັນກັນຂອງຄົນໃນສັງ ຄົມນັບມື້ນັບຫຼາຍຂຶ້ນເຊັ່ນດຽວກັນ, ເຊິ່ງເຮັດໃຫ້ການເຮັດສັນຍາຈຶ່ງມີພາລະບົດບາດສໍາຄັນຫຼາຍ ໃນການພົວພັນກັນ ເຊັ່ນວ່າ ການຊື້ຂາຍ, ການຈ້າງແຮງງານ ແລະ ການຕົກລົງກັນທີ່ເຮັດໃຫ້ເກີດມີຂໍ້ຜູກພັນກັນກັບ ສອງຝ່າຍ ຫຼື ຫຼາຍກວ່າ ສອງຝ່າຍ. ດັ່ງນັ້ນ ການເຮັດສັນຍາທີ່ຖືກຕ້ອງຕາມກົດໝາຍ ຈຶ່ງເປັນປະໂຫຍດ ໃຫ້ແກ່ທຸກໆຄົນໃນສັງຄົມ ໂດຍສະເພາະປະຊາຊົນເຂດຫ່າງໄກສອກຫຼີກ ທີ່ຍັງບໍ່ທັນເຂົ້າໃຈຈະແຈ້ງກ່ຽວກັບການເຮັດສັນຍາ ເພື່ອທີ່ຈະບັນທຶກການຕົກ ລົງຮ່ວມກັນ ພາຍໃຕ້ຄວາມສະໝັກໃຈຂອງຄູ່ສັນຍາ ແລະ ເພື່ອຮັບປະກັນການປະຕິບັດໃນອານາຄົດ ຫຼື ຮັບປະກັນສິດຜົນປະ ໂຫຍດຂອງຄູ່ຄວາມ.

ເຊິ່ງຫົວຂໍ້ປະຈໍາໜ້າເດືອນດັ່ງກ່າວ ແມ່ນ ໄດ້ອີງໃສ່ 5 ມາດຕາ ຈາກ ກົດໝາຍ ວ່າດ້ວຍຂໍ້ຜູກພັນນອກ-ໃນສັນຍາ (2008) ຄື:

  • ມາດຕາ 10 ການເຮັດສັນຍາໃຫ້ຄົບຖ້ວນຕາມເງື່ອນໄຂ
  • ມາດຕາ 16 ເນື້ອໃນຂອງສັນຍາ
  • ມາດຕາ 8 ສັນຍາ (ປັັບປຸງ)
  • ມາດຕາ 24 ການປະຕິບັດສັນຍາ (ປັບປຸງ)
  • ມາດຕາ 38 ການສິ້ນສຸດສັນຍາ

* (ເນື້ອໃນລາຍລະອຽດຂອງແຕ່ລະມາດຕາ ແມ່ນເບິ່ງຮູບພາບຂ້າງເທິງ)

ສາມາດເບິ່ງເນື້ອໃນ ກົດໝາຍ ວ່າດ້ວຍຂໍ້ຜູກພັນນອກ-ໃນສັນຍາ ສະບັບເຕັມໄດ້ທີ່: http://bit.ly/2XKaf2o