ປື້ມຄູ່ມື: ແນະນຳການຝຶກອົບຮົມປະຕິທິນກົດໝາຍປີ 2023

1159

ໂດຍ ກຸ່ມແລກປ່ຽນຂໍ້ມູນເລ່ືອງທີ່ດິນ

ຄູ່ມືແນະນຳການຝຶກອົບຮົມປະຕິທິນກົດໝາຍປີ 2023 ແມ່ນໄດ້ພັດທະນາຂຶ້ນ ເພື່ອເປັນຄູ່ມືສະໜັບສະໜູນການຝຶກອົບຮົມໃຫ້ທີມງານຜູ້ຜະລິດປະຕິທິນທີ່ຕາງໜ້າຈາກ ອົງການຈັດຕັ້ງລັດ, ອົງການຈັດຕັ້ງທາງສັງ ຄົມ ອົງການຈັດຕັ້ງສາກົນ ແລະ ສະຖາບັນການສຶກສາ ນັກວິຊາການ ຜູ້ທີ່ຈະນໍາເອົາປະຕິທິນກົດໝາຍໄປເປັນສື່ໂຄສະນາເຜີຍແຜ່ດ້ວຍຮູບແບບຕ່າງໆ ເພື່ອສະໜັບສະໜູນວຽກງານໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານຜ່ານປະຕິທິນກົດໝາຍໃຫ້ມີປະສິດທິພາບ, ຫຼາກຫຼາຍຫົວຂໍ້ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວ ລວມທັງກໍານົດວັນສໍາຄັນຕ່າງໆທາງລັດຖະການ ແລະ ສາກົນ ຊຶ່ງກວມເອົາຫຼາຍຂະແໜງການ ເຊັ່ນ ທີ່ດິນ, ປ່າໄມ້, ກະສິກຳ, ສິ່ງແວດລ້ອມ, ການມີສ່ວນຮ່ວມຂອງປະຊາຊົນໃນໂຄງການພັດທະນາ ແລະ ການຍົກສູງບົດບາດຍິງ-ຊາຍ.

ຄູ່ມືສະບັບນີ້ ປະກອບດ້ວຍ 2 ພາກສຳຄັນຄື:

  • ພາກສະເໜີທົ່ວໄປ ຊຶ່ງລວມມີ ປະຫວັດຄວາມເປັນມາຂອງການສ້າງຄູ່ມື, ຈຸດປະສົງ, ຄວາມສໍາຄັນ ແລະ ຄຸນປະໂຫຍດ, ການນໍາໃຊ້ຄູ່ມືແນະນໍາຝຶກອົບຮົມປະຕິທິນກົດໝາຍ ແລະ ອຸປະກອນສໍາລັບການຝຶກອົບຮົມ. ໃນພາກນີ້ ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້ທີ່ໄປທີ່ມາກ່ຽວກັບຄູ່ມືຢ່າງລະອຽດ.
  • ພາກເນື້ອໃນ ປະກອບດ້ວຍ ໜ້າປົກ, ໂລໂກ້ ເບີໂທສາຍດ່ວນ,  ຫົວຂໍ້ປະຕິທິນແຕ່ລະໜ້າ, ຮູບພາບປະກອບ, ຄຳອະທິບາຍຮູບພາບ, ວິທີການແຕ່ລະຫົວຂໍ້ ມີຄຳແນະນຳສຳລັບຄູຝຶກເພື່ອນໍາໃຊ້ໃນການເຜີຍແຜ່, ເນື້ອໃນເອກະສານອ້າງອີງມາດຕາກົດໝາຍ ແລະ ຂໍ້ມູນເພີ່ມເຕີມ. ເນື້ອໃນທັງໝົດ ແມ່ນຖືກອອກແບບ ແລະສັງລວມໃຫ້ເຂົ້າໃຈງ່າຍ.

ປຶ້ມຄູ່ມືສະບັບນີ້, ຂຽນ, ກວດແກ້ໂດຍທີມງານຂອງໂຄງການໄລຟ໌ ແລະ ໄດ້ຜ່ານການປະກອບຄຳເຫັນຈາກທີມງານຜູ້ຜະລິດປະຕິທິນ.

ດາວໂຫຼດ

ພາສາລາວ