ຜົນກະທົບຈາກການນໍາໃຊ້ສານເຄມີໃນວຽກງານກະສິກໍາ ແລະ ວິທີຫລຸດຜ່ອນ: ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2021

1854

ໂດຍ LIWG admin

ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2021 ແມ່ນນໍາສະເໜີຫົວຂໍ້ກ່ຽວກັບ “ຜົນກະທົບຈາກການນໍາໃຊ້ສານເຄມີໃນວຽກງານກະສິກໍາ ແລະ ວິທີຫລຸດຜ່ອນ” ໂດຍມີຈຸດປະສົງ ເພື່ອສົ່ງເສີມໃຫ້ປະຊາຊົນທົ່ວໄປໄດ້ເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຢ່າງຖືກຕ້ອງ ໂດຍສະເພາະແມ່ນການນຳໃຊ້ສານເຄມີເຂົ້າໃນວຽກງານກະສິກຳ ຢ່າງປອດໄພ, ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ, ໂຄງການລົງທຶນ ແລະ ປະຊາຊົນທົ່ວໄປ ຕ້ອງມີພັນທະຕໍ່ກັບການນຳໃຊ້ານເຄມີເຂົ້າໃນກິດຈະການຂອງຕົນເອງ, ຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊິວິດຂອງມະນຸດ. ນອກນັ້ນຍັງເປັນການຍົກໃຫ້ເຫັນເຖິງ ບົດບາດຂອງບັນດາໜ່ວຍງານທີ່ກ່ຽວຂອງທີ່ມີບົດບາດໃນການຕິດຕາມກວດກາ ແລະ ວາງມາດຕະການໃສ່ເມື່ອມີການລະເມີດ.

ເພື່ອຮັບປະກັນໃນການຄຸ້ມຄອງການດໍາເນີນທຸລະກິດ ແລະ ການນໍາໃຊ້ສານເຄມີ ໃຫ້ມີຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດ ລ້ອມນັ້ນ ການມີສ່ວນຮ່ວມຂອງສັງຄົມ ແລະ ປະຊາຊົນ ແມ່ນຈະສາມາດການປ້ອງກັນ ແລະ ແກ້ໄຂບັນຫາເພື່ອບໍ່ໃຫ້ສ້າງຜົນກະທົບເປັນວົງກວ້າງໄດ້. ພ້ອມນັ້ນ ພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ປະກອບການໃນການດໍາເນີນທຸລະກິດກໍ່ເປັນສິ່ງທີ່ສໍາຄັນຢ່າງຍິ່ງ ໂດຍສະເພາະ ຄວາມຮັບຜິດຊອບ ໃນກໍລະນີສານເຄມີເປັນພິດ ຫຼື ສິ່ງເສດເຫຼືອ ຫາກສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ ໂດຍສະເພາະຂອງແມ່ ແລະ ເດັກ, ພືດ, ສັດ, ສິ່ງມີຊີວິດອື່ນ ແລະ ລະບົບນິເວດ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ນິຕິກໍາ 2 ສະບັບຄື:  

ກົດໝາຍວ່າດ້ວຍ ການຄຸ້ມຄອງເຄມີ, ເລກທີ 25/ສພຊ, ລົງວັນທີ 10 ພະຈິກ 2016:

  • ມາດຕາ 6 ການມີສ່ວນຮ່ວມຂອງສັງຄົມ ແລະ ປະຊາຊົນ
  • ມາດຕາ 23 (ວັກ 1) ການບໍາບັດ ແລະ ການກໍາຈັດສິ່ງເສດເຫຼືອເຄມີ
  • ມາດຕາ 52 ພັນທະຂອງຜູ້ນໍາໃຊ້ເຄມີ
  • ມາດຕາ 53 ຂໍ້ຫ້າມທົ່ວໄປ

ດຳລັດວ່າດ້ວຍ  ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ເລກທີ 21/ລບ, ລົງວັນທີ  30 ມັງກອນ 2019

  • ມາດຕາ 40 (ໃໝ່) ພັນທະຂອງຜູ້ປະກອບການ ຕໍ່ສານເຄມີເປັນພິດ ແລະ ສິ່ງເສດເຫຼືອ

ລາຍລະອຽດຂອງຂໍ້ມູນ ແມ່ນສາມາດເບິ່ງຕາມຮູບໜ້າປະຕິທິນ ຂ້າງລຸ່ມນີ້.

ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2021

ເອກະສານອ້າງອີງ: