ການຂຶ້ນທະບຽນອອກໃບຕາດິນ: ປະຕິທິນກົດໝາຍ ປະຈຳເດືອນ ມີນາ – ເມສາ 2023

658

ໂດຍ LIWG

ໃນປະຕິກົດໝາຍປີ 2021 ໄດ້ມີການນໍາສະເໜີຂັ້ນຕອນການຂຶ້ນທະບຽນທີ່ດິນໂດຍອີງໃສ່ກົດ ໝາຍວ່າດ້ວຍທີ່ດິນເລກທີ 70/ສພຊ ປີ 2019 ມາດຕາ 99-101, ສະນັ້ນ ໃນປີນີ້ເພື່ອເປັນການສືບຕໍ່ລົງເລິກລາຍລະອຽດຂັ້ນຕອນຂອງການຂຶ້ນທະບຽນອອກໃບຕາດິນໂດຍອີງໃສ່ນິຕິກໍາລຸ່ມກົດໝາຍທີ່ອອກໃໝ່ຄື່ ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14 ກຸມພາ 2022.

ເພື່ອສະແດງໃຫ້ເຫັນເຖິງຂັ້ນຕອນການຂຶ້ນທະບຽນອອກໃບຕາດິນ ແລະ ລາຍລະອຽດຂອງແຕ່ລະຂັ້ນຕອນວ່າມີການດໍາເນີນການຄືແນວໃດ ເຊັ່ນ:

  1. ການຂຶ້ນທະບຽນອອກໃບຕາດິນ ແບບເປັນລະບົບ ແມ່ນຈະມີການກະກຽມຄື: ການແຈ້ງໃຫ້ມວນຊົນຮັບຊາບ-ການປະ ຊາສໍາພັນ – ການນັດໝາຍຜູ້ຄອບຄອງ ແລະ ນໍາໃຊ້ທີ່ດິນ;
  2. ການຂຶ້ນທະບຽນອອກໃບຕາດິນ ຕາມການສະເໜີ ແມ່ນຍື່ນຄໍາຮ້ອງຂໍຂຶ້ນທະບຽນອອກໃບຕາດິນຕໍ່ຫ້ອງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ບ່ອນທີ່ດິນຕັ້ງຢູ່.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານສຳຄັນຄື:

ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14 ກຸມພາ 2022

ໝວດທີ 2 ອົງປະກອບ ແລະ ການກະກຽມ ການຂຶ້ນທະບຽນອອກໃບຕາດິນ

  • 2 ການກະກຽມການຂຶ້ນທະບຽນອອກໃບຕາດິນ

ໝວດທີ 3 ຂັ້ນຕອນການຂຶ້ນທະບຽນ ອອກໃບຕາດິນແບບເປັນລະບົບ ແລະ ຕາມການສະເໜີ

  • 1 ຂັ້ນຕອນການຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ

ໝວດທີ 3 ຂັ້ນຕອນການຂຶ້ນທະບຽນ ອອກໃບຕາດິນແບບເປັນລະບົບ ແລະ ຕາມການສະເໜີ

  • 1 ຂັ້ນຕອນການຂຶ້ນທະບຽນອອກໃບຕາດິນແບບເປັນລະບົບ
  • 2. ຂັ້ນຕອນການຂຶ້ນທະບຽນອອກໃບຕາດິນ ຕາມການສະເໜີ

ອ່ານລາຍລະອຽດເພີ່ມເຕີມກ່ຽວກັບຫົວຂໍ້ດັ່ງຂ້າງລຸ່ມນີ້: