ກອງປະຊຸມທີມງານຜະລິດປະຕິທິນກົດໝາຍ ປີ 2023 ຢູ່ ເມືອງ ວັງວຽງ, ແຂວງ ວຽງຈັນ

703

ໂດຍ ແອັດມິນ

ໃນລະຫວ່າງວັນທີ 25 ຫາ 26 ສິງຫາ ປີ 2022, ກຸ່ມແລກປ່ຽນຂໍ້ມູນລື່ອງທີ່ດິນ ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບທີມງານຜະລິດປະຕິທິນກົດໝາຍ ປີ 2023 ຢູ່ ເມືອງ ວັງວຽງ, ແຂວງ ວຽງຈັນ ເພື່ອປະກອບຄຳເຫັນໃສ່ຮູບພາບໃນປະຕິທິນກົດໝາຍ ແລະ ເພື່ອປັບປຸງ ເປັນສະບັບຮ່າງກ່ອນ ສະບັບສົມບູນ. ເຊິ່ງສະມາຊິກຂອງທີມງານຜະລິດປະຕິທິນກົດໝາຍ ປີ 2023 ນີ້ແມ່ນຜູ້ຕາງໜ້າທີ່ມາຈາກຫຼາກຫຼາຍພາກສ່ວນ ທັງຈາກອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ແລະ ຕາງໜ້າຈາກພາກລັດ.

ຕະຫຼອດໄລຍະເວລາ 2 ມື້ ຂອງການເຮັດວຽກຂອງທີມງານປະຕິທິນກົດໝາຍ ປີ 2023 ຢູ່ທີ່ ເມືອງວັງວຽງ ແມ່ນໄດ້ເນັ້ນການເຮັດວຽກເປັນກຸ່ມ ແລະ ການມີສ່ວນຮ່ວມຂອງສະມາຊິກທຸກຄົນ ເຊິ່ງໄດ້ສຸມໃສ່ການປະກອບຄຳເຫັນ, ກວດກາຄືນຮູບພາບ ແລະ ເນື້ອຫາກົດໝາຍທີ່ສຳຄັນ ທີ່ໄດ້ຄັດເລືອກໃສ່ບັນດາຫົວຂໍ້ທີ່ຈະຖືກນຳສະເໜີຜ່ານປະຕິທິນກົດໝາຍ ປິ 2023.

ຫຼັງຈາກນີ້, ສຳລັບຫົວຂໍ້ ແລະ ເນື້ອໃນກອງປະຊຸມຂອງຄະນະທີມປະຕິທິນກົດໝາຍ ປີ 2023 ຄັ້ງຕໍ່ໄປຈະນຳມາສະເໜີໃຫ້ແກ່ທຸກທ່ານເພີ່ມເຕີມ. ກະລຸນາຕິດຕາມພວກເຮົາເພີ່ມເຕີມທີ່ເວັບໄຊທ໌ https://laolandinfo.org/ ສຳລັບເນື້ອຫາຂ່າວສານຕ່າງໆກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທຳມະຊສາດ.

ທ່ານສາມາດຕິດຕາມຂໍ້ມູນເພີ່ມເຕີມກ່ຽວກັບປະຕິທິນກົດໝາຍປີຕ່າງໆໄດ້ຕາມເວັບໄຊທ໌ຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ https://laolandinfo.org/category/resource/legal-calendar/