ວັນທີ 16 ຕຸລາ 2020: ວັນອາຫານໂລກ World Food Day 2020

2451

ໂດຍ ແອັດມິນ

ວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນທີ່ສໍາຄັນຄື ວັນອາຫານໂລກ World Food Day ໂດຍມີຈຸປະສົງເພື່ອໃຫ້ທຸກຄົນຄໍານຶງເຖິງຄວາມສໍາຄັນຂອງຂະບວນການຜະລິດອາຫານ ເພື່ອຄວາມສົມບູນ ແລະ ການເຕີບໂຕຂອງປະຊາກອນໂລກ ແລະ ການຮັກສາຊັບພະຍາກອນທໍາມະຊາດ ເພື່ອຮັກສາແຫຼ່ງອາຫານໄວ້.

ໂພສເຕີງານ ວັນອາຫານໂລກປະຈໍາປີ 2020 ໂດຍອົງການ FAO

ທີ່ມາຂອງ ວັນອາຫານໂລກ

ວັນອາຫານໂລກ ເກີດຂື້ນໃນປີ 1996 ໂດຍ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ເຊິ່ງໄດ້ກໍານົດເອົາວັນທີ 16 ຕຸລາ (ມື້ດຽວກັນກັບທີ່ມີການກໍ່ຕັ້ງ ອົງການ) ຂອງແຕ່ລະປີ ເປັນວັນອາຫານໂລກ ເພື່ອເປັນກະຕຸ້ນໃຫ້ເກີດຄວາມຕະໜັກຮູ້ແລະ ເກີດການຮ່ວມມືຂອງທຸກພາກສ່ວນໃນການແກ້ໄຂບັນຫາຄວາມຄາດແຄວນດ້ານອາຫານ ແລະ ຄວາມອຶດຫິວທີ່ເກີດຂື້ນໃນທົ່ວທຸກມຸມໂລກ.

ຄວາມສໍາຄັນຂອງວັນອາຫານໂລກ

ວັນອາຫານໂລກ (World Food Day) ມີການດໍາເນີນມາແລ້ວກວ່າ 75 ປີ ໂດຍອົງການ FAO ເຊິ່ງໃນປີ 2020 ນີ້ ເປັນປີທີ່ຫຼາຍປະເທດໄດ້ຮ່ວມກັນ ເພື່ອໃຫ້ບັນລຸເປົ້າໝາຍໃນການກໍາຈັດຄວາມອຶດຫິວ ແລະ ຫຼຸດພົ້ນຄວາມຍາກຈົນ ເພື່ອເປັນການປົກປ້ອງໂລກເຮົາເອງ ໂດຍເນັ້ນການດູແລລະບົບຕ້ອງໂສ່ອາຫານທີ່ມີຄວາມຍືນຍົງ, ເພື່ອໃຫ້ປະຊາກອນໂລກເຂົ້າເຖິງອາຫານທີ່ມີຄຸນຄ່າທາງໂພສະນາການ ດ້ວຍການໃຊ້ວັດຕະນະກໍາ ແລະ ການຮ່ວມມືທີ່ແຂງແກ່ງຍິ່ງກວ່າເກົ່າ.

ເມນູອາຫານທ້ອງຖິ່ນທີ່ແຂວງຊຽງຂວາງ

ຈາກການລາຍງານຂອງ FAO ປະຊາກອນໂລກກວ່າ 80% ແມ່ນກໍາລັງປະສົບກັນຄວາມຍາກຈົນ ໂດຍສ່ວນໃຫຍ່ແມ່ນອາໃສຢູ່ໃນພື້ນທີ່ເຂດຊົນນະບົດ ແລະ ອາໄສການຜະລິດກະສິກໍາ ເພື່ອການດໍາລົງຊີວິດ. ດັ່ງນັ້ນ ເພື່ອເປັນການພັດທະນາທີ່ມີຄວາມຍືນຍົງ ການໄດ້ຮັບຂໍ້ມູນ ແລະ ຄວາມຮູ້ ແລະ ເຂົ້າເຖິງນະວັດຕະກໍາທີ່ຊ່ວຍການແປຮູບອາຫານ ເພື່ອໃຫ້ຮັກສາອາຍຸຢ່າງຍາວນານ ແລະ ສົ່ງຈໍາໜ່າຍ ເພື່ອໃຊ້ຊັບພະຍາກອນທໍາມະຊາດໄດ້ຢ່າງຄຸ້ມຄ່າ ນັ້ນເປັນປັດໄຈທີ່ສໍາຄັນ.  

ອົງການ FAO ໄດ້ດໍາເນີນເປົ້າໝາຍໃນການແກ້ໄຂບັນຫາໄລຍະສັ້ນໃນກໍລະນີ ພົບເຫດການປະເທດທີ່ຕ້ອງການອາຫານສຸກເສີນ, ການຫຼຸດຜ່ອນຄວາມອຶກຫີວຢ່າງກະທັນຫັນ, ການດູແລກຸ່ມປະເທດທີ່ຕ້ອງອາໄສການນໍາເຂົ້າອາຫານຈໍານວນຫຼາຍເຊັ່ນ ບັນດາປະເທດ ໃນ Small Island Developing (SIDS) ເຊິ່ງເປັນປະເທດທີ່ມີການສົ່ງອອກນໍ້າມັນເປັນຈໍານວນຫຼາຍ.

ປີນີ້ເຫັນວ່າຫຼາຍປະເທດແມ່ນ ໄດ້ຮັບຜົນກະທົົບຫຼາຍຈາກການລະບາດພະຍາດໂຄວິດ-19 ເຮັດໃຫ້ການຂົນສົ່ງອາຫານຊ້າລົງ ດ້ວຍຂໍ້ຈໍາກັດຫຼາຍດ້ານ ແລະ ປະຊາກອນຫຼາຍພື້ນທີ່ກໍ່ປະສົບກັບບັນຫາການເຂົ້າເຖິງອາຫານ ເຊິ່ງບາງພື້ນທີ່ພົບວ່າ ມີຄວາມສ່ຽງທີ່ຕ້ອງໃຊ້ຈ່າຍຄ່າອາ ຫານຕໍ່ຄົວເຮືອນທີ່ສູງຂື້ນ ເນື່ອງຈາກຫຼາຍປະເທດມີການຈ້າງວຽກທີ່ຫຼຸດລົງ.

ເພື່ອເປັນການແກ້ໄຂບັນຫາສະເພາະໜ້າ ທາງອົງການ FAO ໄດ້ມີການນໍາໃຊ້ເທັກໂນໂລຢີ ມາໃຊ້ກັບອາຫານຫຼາຍຂື້ນ ດ້ວຍການໃຊ້ແອັບພລິເຄເຊິນ ທີ່ສົ່ງຕໍ່ຂໍ້ມູນແບບໄວວາມາຫາສໍາໜັກງານໃຫຍ່ຂອງອົງການ FAO ທີ່ກຸງໂຣມ ໂດຍທີມງານຈາກທົ່ວໂລກຂອງອົງການ FAO ເພື່ອໃຫ້ຮູ້ເຖິງປັນຫາຄວາມຂາດແຄວນ ທີ່ເກີດຂື້ນໃນທົ່ວທຸກມຸມໂລກ ຈາກພື້ນທີ່ໂດຍກົງ ເພື່ອເປັນການວາງແຜນການຈັດການອາຫານຢ່າງໄວວາ.   

ການລະບາດພະຍາດໂຄວິດ-19 ເປັນສິ່ງທີ່ເຕືອນຄົນທັ້ງໂລກ ໃຫ້ຄໍານຶງເຖິງການຮັກສາຄວາມຫຼາກຫຼາຍທາງຊີວະພາບໃນທ້ອງຖິ່ນໃນໄລຍະຍາວ ເນື່ອງຈາການທີ່ເກີດຂື້ນນີ້ ໄດ້ສົ່ງຜົນໂດຍກົງຕໍ່ຂະບວນການຜະລິດອາຫານ ແລະ ສະແດງໃຫ້ເຫັນເຖິງສາຍສໍາພັນທີ່ສໍາຄັນ ຂອງການພື່ງພາອາໄສກັນຂອງມະນຸດ, ສັດ ແລະ ສິ່ງແວກລ້ອມ ໃນທ້ອງຖິ່ນ.

ສໍາລັບຄໍາຂວັນວັນອາຫານໂລກປີ 2020 ນີ້ແມ່ນ:

Grow, nourish, sustain. Together.
Our actions are our future.

(ພ້ອມກັນເຕີບໂຕ ເພີ່ມພູນ ຢ່າງໝັ້ນຄົງ: ສິ່ງທີ່ເຮົາໃນມື້ນີ້ ຄືແວ່ນແຍງອະນາຄົດຂອງເຮົາເອງ)

—-

ແຫຼ່ງທີ່ມາຂອງຂໍ້ມູນ:
– Thairath: https://www.thairath.co.th/lifestyle/life/1954234
– FAO: http://www.fao.org/3/ca9893en/CA9893EN.pdf