HomeBiodiversity and nature conservation

Biodiversity and nature conservation

ໝວດໝູ່ທີ່ກ່ຽວຂ້ອງ

ຈໍານວນ 5 % ຂອງປະຊາກອນທັງໝົດພາຍໃນປະເທດລາວ ແມ່ນກໍາລັງປະເຊີນກັບສະພາບການຂາດສານອາຫານ

ການທີ່ຊາວກະສິກອນມີສິດນຳໃຊ້ທີ່ດິນ ທີ່ໄດ້ຮັບການຮັບຮູ້ຢ່າງເປັນທາງການໃນຮູບແບບ ໃບຕາດິນຖາວອນ, ການວາງແຜນ, ນຳໃຊ້ທີ່ດິນແບບມີສ່ວນຮ່ວມ ຫຼື ການຂື້ນທະບຽນທີ່ດິນ ໃນຮູບແບບອື່ນໆ ເຊັ່ນ: ໃບຕາດິນສ່ວນບຸກຄົນ ແລະ ໃບຕາດິນຊຸມຊົນ ໄດ້ຊ່ວຍເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ຊີວະນາໆພັນ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.

ການເຮັດວຽກຮ່ວມກັບຊຸມຊົນໃນການສ້າງວັງສະຫງວນເພື່ອອະນຸລັກສັດນໍ້າ: ຄວາມສໍາຄັນຂອງການມີສ່ວນຮ່ວມ ແລະ ການຕັດສິນໃຈຂອງຊຸມຊົນ

ການປຶກສາຫາລື ກັບຊຸມຊົນ ຕໍ່ວຽກງານອະນຸລັກ ເປັນໜຶ່ງໃນສິ່ງທີ່ອົງການ WWF-Laos ໃຫ້ຄວາມສໍາຄັນທີ່ພວກ ເຮົາຕ້ອງເຮັດ ເພື່ອໃຫ້ໝັ້ນໃຈວ່າປະຊາຊົນມີສ່ວນຮ່ວມ ແລະ ເຂົ້າໃຈກ່ຽວ ກັບສິ່ງທີ່ ພວກເຮົາຈະເຮັດຮ່ວມກັນ ແລະ ຜົນປະໂຫຍດທີ່ຊຸມຊົນຈະໄດ້ຮັບ

ການປົກປັກຮັກສາປ່າສະຫງວນແລະການວາງແຜນຈັດສັນປ່າໄມ້ແບບມີສ່ວນຮ່ວມຂອງປະຊາຊົນ: ປະຕິທິນກົດໝາຍເດືອນ ກໍລະກົດ – ສິງຫາ 2021

ຫົວຂໍ້ນີ້ ແມ່ນມີຈຸດປະສົງສື່ໃຫ້ເຫັນເຖິງ ການຈັດ ຕັ້ງປະຕິບັດບັນດາຫຼັກການ ແລະ ຂັ້ນຕອນໃນການວາງແຜນການປົກປັກສາ, ການຄຸ້ມຄອງປ່າສະຫງວນ ແລະ ນຳໃຊ້ຊັບພະຍາກອນຂອງບ້ານໃຫ້ມີຄວາມຍືນຍົງ. ການດຳເນີນກິດຈະກຳດັ່ງກ່າວຕ້ອງມີລັກສະນະທີ່ໃຫ້ປະຊາຊົນພາຍໃນບ້ານ ສາມາດຮັບຮູ້ໄດ້ວ່າ ເຂົາເຈົ້າມີບົດບາດ ແລະ ຄວາມເປັນເຈົ້າການຫຍັງແດ່ ເຊິ່ງຕ້ອງມີຄວາມລະອຽດຈະແຈ້ງ ແລະ ມີການຮັບຮອງເອົາຄັກແນ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບ.

ແຜ່ນດິນຂອງເຮົາ: ລະບົບນິເວດທີ່ດີຂອງໂລກ ແມ່ນຊຸມຊົນບັນດາເຜົ່າເກືອບເຄິ່ງໜຶ່ງຂອງທົ່ວໂລກຊ່ວຍກັນດູແລ ແລະ ປົກປັກຮັກສາ

ຄົນຊົນເຜົ່າແມ່ນມີບົດບາດຄວາມສໍາຄັນ ໃນການປົກຮັກສາປ່າ ແລະ ທໍາມະຊາດ ແຕ່ສິ່ງທີ່ສໍາຄັນຄື ຈະເຮັດແນວໃດໃຫ້ຄົນໃນທົ່ວສັງ ຄົມເຂົ້າໃຈວ່າ ຄົນທີ່ຢູ່ໃນປ່ານັ້ນ ຄືຄົນທີ່ສາ ມາດອະນຸລັກປ່າໄດ້ຢ່າງດີ ບໍ່ແມ່ນຄົນທີ່ທໍາລາຍປ່າໄມ້ ຫຼື ສວຍໂອກາດຈາກປ່າໄມ້?

ວັນທີ 16 ຕຸລາ 2020: ວັນອາຫານໂລກ World Food Day 2020

ເພື່ອຄໍານຶງເຖິງຄວາມສໍາຄັນຂອງຂະບວນການຜະລິດອາຫານ ເພື່ອຄວາມສົມບູນ ແລະ ການເຕີບໂຕຂອງປະຊາກອນໂລກ ແລະ ການຮັກສາຊັບພະຍາກອນທໍາມະຊາດ ເພື່ອຮັກສາແຫຼ່ງອາຫານໄວ້ຢ່າງໝັ້ນຄົງ

ດິນຂອງຟ້າ: ໂຮມເລື່ອງສັັ້ນກ່ຽວກັບ ດິນ, ແມ່ນໍ້າ ແລະ ປ່າໄມ້

ດິນ ແມ່ນໍ້າ ແລະ ປ່າໄມ້ ແມ່ນສິ່ງທີ່ທໍາມະຊາດສັນສ້າງຂຶ້ນມາໃຫ້ຢູ່ຄູ່ກັບມະນຸດ. ຖ້າຂາດສິ່ງເຫຼົານີ້ ມະນຸດກໍ່ບໍ່ມີອາຫານຫຼໍ່ລ້ຽງຊີວິດຂອງຕົນເອງໄດ້.

ສານປະເທດຈີນສັ່ງໃຫ້ໂຈະການສ້າງເຂື່ອນໄຟຟ້າ ເນື່ອງຈາກກັງວົນຈະທໍາລາຍແຫຼ່ງທີ່ຢູ່ອາໄສຂອງນົກຍຸງສີຂຽວຝູງສຸດທ້າຍຂອງຈີນ

ຫຼັງຈາກມີການດໍາເນີນການຟ້ອງຮ້ອງທີ່ໃຊ້ເວລາເຖິງ 3 ປີ ສານຈຶ່ງໄດ້ຕັດສິນໃຫ້ ຢຸດຕິການກໍ່ສ້າງເຂື່ອນເທິງແມ່ນໍ້າ ເຈຍສານີ້ ເພື່ອປົກປ້ອງທີ່ຢູ່ອາໄສຂອງນົກຍຸງສີຂຽວທີ່ໃກ້ຈະສູນພັນ.

ອາຫານພື້ນເມືອງ: ຄວາມງົດງາມ ແລະ ອຸດົມສົມບູນຂອງທໍາມະຊາດ

ອາຫານພື້ນເມືອງ ໝາຍເຖິງ ອາຫານທີ່ປະຊາຊົນຊົນ ບໍລິໂພກຢູ່ໃນຊີວິດປະຈໍາວັນ ແລະ ບໍລິໂພກ ໃນງານຕ່າງໆ ໂດຍອາໄສເຄື່ອງປຸງ ແລະ ວັດສະດຸ ທີ່ນໍາມາປຸງແຕ່ງອາຫານຈາກແຫຼ່ງຕ່າງໆ ບໍ່ວ່າຈະແມ່ນ ຈາກ ທໍາມະຊາດ ດ້ວຍການເກັບເຄື່ອງປ່າຂອງດົງ ແລະ ຊອກຫາສັດບົກ ແລະ ນໍ້າ ແລະ ຈາກການຜະລິດຂື້ນມາເອງ ເຊັ່ນ ການເພາະປູກ, ການລ້ຽງສັດ ຫຼື ຈາກການຊື້ຂາຍແລກປ່ຽນ ໂດຍມີເອກະລັກສະເພາະທ້ອງຖິ່ນ ແລະ ວິທີການປຸງແຕ່ງອາຫານທີ່ສະເພາະແຕ່ລະທ້ອງຖິ່ນແຕກຕ່າງກັນອອກໄປ ບໍ່ວ່າຈະເປັນລົດຊາດ ຫຼື ລັກສະນະຂອງອາຫານ.

ໂພສຫຼ້າສຸດ

loລາວ