HomeCompensation and Resettlement

Compensation and Resettlement

ໝວດໝູ່ທີ່ກ່ຽວຂ້ອງ

ສູນກາງແນວລາວສ້າງຊາດ ສະເໜີກ່ຽວກັບບັນຫາທີ່ດິນ ຕໍ່ສະພາແຫ່ງຊາດ

ບັນຫາຂໍ້ຂັດແຍ່ງ ໃນການຊົດເຊີຍຜົນເສຍຫາຍຕໍ່ການຜະລິດກະສິກໍາ ຂອງປະຊາຊົນບັນດາເຜົ່າທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ, ສໍາປະທານ ເພື່ອເຮັດກິດຈະກໍາຕ່າງໆຂອງລັດ ແລະ ເອກະຊົນ ຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບແນວທາງ, ກົດໝາຍ ແລະ ໃນສະພາບຕົວຈິງຍັງມີຫາງສຽງ ຈາກສັງຄົມຫຼາຍ.

ເງື່ອນໄຂໃນການໄດ້ຮັບການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ: ປະຕິທິນກົດໝາຍປະຈໍາເດືອນ ກັນຍາ – ຕຸລາ 2020

ການທົດແທນຄ່າເສຍຫາຍຈໍາເປັນຕ້ອງມີສິ່ງຢັ້ງຢືນທີ່ເປັນລາຍລັກອັກສອນ ແລະ ບໍ່ເປັນລາຍລັກອັກສອນ ຈຶ່ງຈະສາມາດໄດ້ຮັບຄ່າທົດແທນຄ່າເສຍຫາຍຕາມຄວາມເໝາະສົມ ແລະ ເປັນຈິງ

ເມືອງໂຂງ ແຈ້ງຍົກເລີກ ໂຄງການພັດທະນາແຫຼ່ງທ່ອງ ທ່ຽວນໍ້າຕົກຄອນພະເພັງ ຂອງບໍລິສັດລາວເພື່ອເປີດທາງໃຫ້ພັດທະນາໂຄງການ ເຂດເສດຖະກິດພິເສດ ມະຫານະທີສີທັນດອນ

ໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ແມ່ນມີການ ເນື້ອທີ່ສໍາປະທານເຖິງ 9,846 ເຮັກຕາ ໂດຍມີໄລຍະການສໍາປະທານເຖິງ 99 ປີ ເຊິ່ງມີມູນຄ່າການລົງທຶນພັດທະ ນາເຂດ ເຖິງ 9 ຕື້ໂລດາສະຫະລັດ ແລະ ຈະມີ 6 ໄລຍະຂອງການພັດທະນາເຂດແຕ່ປີ 2018 -​ 2050.

19 ເລື່ອງເດັ່ນແຫ່ງປີ 2019 ວ່າດ້ວຍປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ

ໃນ19 ເລື່ອງເດັ່ນນີ້ ອາດເປັນສິ່ງທີ່ເຮົາລືມແລ້ວ ຫຼື ຍັງຈົດຈໍາ ຫຼື ເປັນເລື່ອງທີ່ສ້າງຄວາມສົນໃຈ ແລະ ເຝົ້າຄອງຄອຍເບິ່ງຜົນທີ່ອາດເຫັດຂື້ນໃນປີນີ້ ຫຼື ໃນອະຍາຄົດທີ່ເຮົາເບິ່ງບໍ່ທັນເຫັນເທື່ອກໍ່ວ່າໄດ້.

ບໍລິສັດປະກັນໄພ ແລະ ລັດຖະບານລາວໄດ້ຕົກລົງຄ່າຊົດເຊີຍ ແກ່ປະຊາຊົນທີ່ໄດ້ຜົນກະທົບຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ໃນຈໍານວນ 54 ລ້ານໂດລາສະຫະລັດ

ຜົນການເຈລະຈາຄ່າຊົດເຊີຍໄດ້ຕົກລົົງກັນໃນມູນຄ່າ 54 ລ້ານໂດລາສະຫະລັດ ຈາກມູນຄ່າເບື້່ອງຕົ້ນທີ່ໄດ້ສະເໜີໃນມູນຄ່າ 273 ລ້ານໂດລາສະຫະລັດ ເຊິ່ງປັດຈຸບັນ ບໍລິສັດປະກັນໄພ ໄດ້ໂອນເງິນເຂົ້າບັນຊີທະນາຄານແລ້ວຈໍານວນ 49,9 ລ້ານໂດລາສະຫະລັດ.

ລັດຖະບານລາວ ໄດ້ກໍານົດ “6 ນະໂຍບາຍພິເສດ” ເພື່ອສະໜັບສະໜູນໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ

ໂຄງການນີ້ແມ່ນມີປະມານ 4,411 ຄອບຄົວ ທີ່ໄດ້ຮັບຜົນກະທົບ ເຊິ່ງມີຄວາມຄືບໜ້າ ກວ່າ 70% ໃນຂະນະທີ່ການຊົດເຊີຍດໍາເນີນໄດ້ 20.4% ໂດຍຄາດວ່າຈະສໍາເລັດຕາມກຳນົດເວລາ ໃນ ເດືອນ ທັນວາ 2021ນີ້.

ລັດຖະບານລາວ ເດີນຫນ້າສ້າງເຂື່ອນຫລວງພະບາງ ຂະໜາດ 1,460 ເມກາວັດ ເທິງແມ່ນໍ້າຂອງ

ເຂື່ອນຫຼວງພະບາງນີ້ ຈະສ້າງຜົນກະທົບໂດຍກົງແກ່ປະຊາຊົນ 26 ບ້ານ ຈາກ 3 ແຂວງຄື: ຫຼວງພະບາງ, ໄຊຍະບູລີ ແລະ ອຸດົມໄຊ ເຊິ່ງມີ840 ຄົວເຮືອນ ຫຼື ເປັນຈໍານວນ 9,974 ຄົນ ທີ່ຈະຕ້ອງຖືກຍົກຍ້າຍທີ່ຢູ່ອາໄສ ແລະທີ່ດິນທຳມາຫາກິນ

ການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າ 70% ໃນຂະນະການຈ່າຍຄ່າຊົດເຊີຍຜູ້ໄດ້ຮັບຜົນກະທົບແມ່ນ 20.4%

ທ້າຍເດືອນສິງຫາຜ່ານມາ, ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສ້າງໄດ້ ກວ່າ 70% ຈະສໍາເລັດຕາມກຳນົດເວລາ ທ້າຍປີ 2021. ໃນຂະນະທີ່ການຊົດເຊີຍຈ່າຍແລ້ວ 369 ຕື້ກີບ ເທົ່າກັບ 20.4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2,492 ຕື້ກີບ.

ຄໍາແນະກ່ຽວກັບປະເດັນດິນຢູ່ໃນລາວ: ການຄຸ້ມຄອງທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດ

ຈຸດປະສົງຂອງເອກະສານນີ້ ແມ່ນເພື່ອຊ່ວຍໃຫ້ເກີດຄວາມເຂົ້າໃຈກ່ຽວກັບການພັດທະນາ, ແນວໂນ້ມ ແລະ ໂອກາດສໍາຄັນຕ່າງໆ ເຊິ່ງກ່ຽວຂ້ອງກັບທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດຢູ່ໃນ ສປປ ລາວ

ໂພສຫຼ້າສຸດ

loລາວ