ການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າ 70% ໃນຂະນະການຈ່າຍຄ່າຊົດເຊີຍຜູ້ໄດ້ຮັບຜົນກະທົບແມ່ນ 20.4%

3044

ແຫຼ່ງຂ່າວຈາກ ເສດຖະກິດ-ການຄ້າ

ທ້າຍເດືອນສິງຫາຜ່ານມາ, ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສ້າງໄດ້ ກວ່າ 70% ເຊິ່ງຄາດວ່າຈະສໍາເລັດຕາມກຳນົດເວລາ ພ້ອມເປີດຂະບວນປະຖົມມະລືກ ໃນວັນທີ 2 ທັນວາ 2021. ໃນຂະນະທີ່ການຊົດເຊີຍຈ່າຍໄປແລ້ວ 369 ຕື້ກີບ ເທົ່າກັບ 20.4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2,492 ຕື້ກີບ.

ສ່ວນການມອບພື້ນທີ່ໃຫ້ໂຄງການ ແມ່ນໄດ້ມອບແລ້ວ 98.29% ຈາກພື້ນທີ່ທັງໝົດຂອງແລວລົດໄຟ ແລະ ພື້ນທີ່ສະຖານີ 3,000 ເຮັກຕາ. ໃນນີ້, ເນື້ອທີ່ສ້າງສະຖານີທັງ 10 ແຫ່ງ ລວມ 812.7 ເຮັກຕາ.

ສຳລັບການຈ່າຍຄ່າຊົດເຊີຍຜ່ານມາແມ່ນໄດ້ຈ່າຍໄປແລ້ວ 20.4% ເປັນເງິນ 369 ຕື້ກີບ ແລະ ໃນສະເພາະປີ 2019 ນີ້ ມີຕົວເລກທີ່ຈະຕ້ອງຈ່າຍຊົດເຊີຍ 450 ຕື້ກີບ. ໃນນັ້ນ, ເປັນງົບປະມານຂອງລັດຖະບານໃນສົກປີນີ້ 250 ຕື້ກີບ ເຊິ່ງປັດຈຸບັນໄດ້ຈ່າຍໄປຮອດບັນດາ  ແຂວງທີ່ນອນໃນໂຄງການແລ້ວ 134 ຕື້ກີບ, ສ່ວນທີ່ຍັງເຫຼືອກໍາລັງດໍາເນີນເອກະສານຂໍເບີກຈ່າຍ.

ນອກຈາກນີ້, ຍັງມີງົບຂອງບໍລິສັດລົດໄຟ ລາວ – ຈີນ ຈຳນວນ 200 ຕື້ກີບ ທີ່ໃຊ້ເຂົ້າໃນການຈ່າຍຊົດເຊີຍໃນສົກປີນີ້. ນອກນີ້, ຍັງມີອີກ 317 ຕື້ກີບ ເປັນເງິນຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຈ່າຍຊົດເຊີຍໃນຮູບແບບສ້າງບ້ານຈັດສັນໃຫ້ 4 ຈຸດ.

ທ່ານ ແທ່ນຄຳ ທອງບົນ ໄດ້ກ່າວອີກວ່າ: ຈຳນວນທີ່ໄດ້ຈ່າຍໄປແລ້ວ ບວກກັບຕົວເລກໃນສົກປີ 2019 ນີ້ ລວມມີ 1,136 ຕື້ກີບ ຈາກງົບປະມານທີ່ຕ້ອງການເພື່ອມາຊົດເຊີຍທັງໝົດ 2.492 ຕື້ກີບ ນັ້ນໝາຍເຖິງວ່າຍັງຕ້ອງການງົບອີກ 1,356 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຊົດເຊີຍ ເຊິ່ງລັດຖະບານໄດ້ມີແຈ້ງການອອກມາແລ້ວ ໂດຍໄດ້ເອົາເຂົ້າງົບປະມານໃນສົກປີ 2020 ຈຳນວນ 400 ຕື້ກີບ ສ່ວນທີ່ເຫຼືອແມ່ນມອບໃຫ້ທະນາຄານ ແຫ່ງ ສປປ ລາວ ຂາຍເປັນພັນທະບັດ ເພື່ອມາຈ່າຍຄ່າຊົດເຊີຍ.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ມີມູນຄ່າການລົງທຶນທັງໝົດປະມານ 5,956 ລ້ານໂດລາ ໂດຍລັດວິສາຫະກິດລົດໄຟແຫ່ງຊາດລາວຖືຫຸ້ນ 30% ແລະ 70% ຂອງ 3 ວິສາຫະກິດຈີນ ຄື: ບໍລິສັດ ທາງລົດໄຟບໍ່ເຕັນ – ວຽງຈັນ ຖືຫຸ້ນ 40%, ບໍລິສັດ ລົງທຶນປັກກິ່ງຢູ່ຄຸນ 20% ແລະ ບໍລິສັດ ລົງທຶນຫຸ້ນສ່ວນ ແຂວງຢູນໜານ ຈຳກັດ ຖືຫຸ້ນ 10%.

ໂຄງການດັ່ງກ່າວ ເລີ່ມແຕ່ຊາຍແດນ ລາວ – ຈີນ ຫາ ນະຄອນຫຼວງວຽງຈັນ ມີ ຄວາມຍາວ 414 ກວ່າກິໂລແມັດ ໂດຍເລີ່ມແຕ່ບໍ່ເຕັນ ຜ່ານ ແຂວງ ຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍມີການ ເຈາະອຸມົງ ລວມທັງໝົດມີ 75 ແຫ່ງ. ໃນນີ້, ມີສະຖານີໃຫຍ່ 3 ສະຖານີ ຄື:ສະຖານີຫຼວງພະບາງ, ສະຖານີວັງວຽງ ແລະ ສະຖານີນະຄອນຫຼວງວຽງຈັນ.

ຂ່າວອ້າງອີງຈາກ ເສດຖະກິດ-ການຄ້າ: http://bit.ly/30Jl80P