Home Foreign Direct Investment

Foreign Direct Investment

ໝວດໝູ່ທີ່ກ່ຽວຂ້ອງ

ເມືອງໂຂງ ແຈ້ງຍົກເລີກ ໂຄງການພັດທະນາແຫຼ່ງທ່ອງ ທ່ຽວນໍ້າຕົກຄອນພະເພັງ ຂອງບໍລິສັດລາວເພື່ອເປີດທາງໃຫ້ພັດທະນາໂຄງການ ເຂດເສດຖະກິດພິເສດ ມະຫານະທີສີທັນດອນ

ໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ແມ່ນມີການ ເນື້ອທີ່ສໍາປະທານເຖິງ 9,846 ເຮັກຕາ ໂດຍມີໄລຍະການສໍາປະທານເຖິງ 99 ປີ ເຊິ່ງມີມູນຄ່າການລົງທຶນພັດທະ ນາເຂດ ເຖິງ 9 ຕື້ໂລດາສະຫະລັດ ແລະ ຈະມີ 6 ໄລຍະຂອງການພັດທະນາເຂດແຕ່ປີ 2018 -​ 2050.

19 ເລື່ອງເດັ່ນແຫ່ງປີ 2019 ວ່າດ້ວຍປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ

ໃນ19 ເລື່ອງເດັ່ນນີ້ ອາດເປັນສິ່ງທີ່ເຮົາລືມແລ້ວ ຫຼື ຍັງຈົດຈໍາ ຫຼື ເປັນເລື່ອງທີ່ສ້າງຄວາມສົນໃຈ ແລະ ເຝົ້າຄອງຄອຍເບິ່ງຜົນທີ່ອາດເຫັດຂື້ນໃນປີນີ້ ຫຼື ໃນອະຍາຄົດທີ່ເຮົາເບິ່ງບໍ່ທັນເຫັນເທື່ອກໍ່ວ່າໄດ້.

ລັດຖະບານລາວ ໄດ້ກໍານົດ “6 ນະໂຍບາຍພິເສດ” ເພື່ອສະໜັບສະໜູນໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ

ໂຄງການນີ້ແມ່ນມີປະມານ 4,411 ຄອບຄົວ ທີ່ໄດ້ຮັບຜົນກະທົບ ເຊິ່ງມີຄວາມຄືບໜ້າ ກວ່າ 70% ໃນຂະນະທີ່ການຊົດເຊີຍດໍາເນີນໄດ້ 20.4% ໂດຍຄາດວ່າຈະສໍາເລັດຕາມກຳນົດເວລາ ໃນ ເດືອນ ທັນວາ 2021ນີ້.

ການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າ 70% ໃນຂະນະການຈ່າຍຄ່າຊົດເຊີຍຜູ້ໄດ້ຮັບຜົນກະທົບແມ່ນ 20.4%

ທ້າຍເດືອນສິງຫາຜ່ານມາ, ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສ້າງໄດ້ ກວ່າ 70% ຈະສໍາເລັດຕາມກຳນົດເວລາ ທ້າຍປີ 2021. ໃນຂະນະທີ່ການຊົດເຊີຍຈ່າຍແລ້ວ 369 ຕື້ກີບ ເທົ່າກັບ 20.4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2,492 ຕື້ກີບ.

ຫວຽດນາມມີມູນຄ່າການລົງທຶນໃນລາວສູງເຖິງ 4.1 ຕື້ໂດລາສະຫະລັດ ໃນຈໍານວນທັງໝົດ 409 ໂຄງການ

ຫວຽດນາມມີມູນຄ່າການລົງທຶນໃນລາວສູງເຖິງ 4.1 ຕື້ໂດລາສະຫະລັດ ໃນຈໍານວນທັງໝົດ 409 ໂຄງການ ແລະ ການລົງທຶນຫຼາຍກວ່າໝູ່ແມ່ນ ການສ້າງເສັ້ນທາງຄົມມະນາຄົມ, ການສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່ ແລະ ທຸລະກິດກະສິກໍາ.

ເຂດເສດຖະກິດພິເສດ ແລະ ສະເພາະ ໃນລາວ ມີຫຼາຍປານໃດ?

ໃນປະເທດລາວ ລັດຖະບານໄດ້ອະນຸມັດການສ້າງຕັ້ງເຂດເສດຖະກິດພິເສດໃຫ້ນັກລົງທຶນຕ່າງປະ ເທດ ແລະ ພາຍໃນ ແລ້ວທັງໝົດ 14 ແຫ່ງ, ກວມເອົາເນື້ອຂະໜາດກວ້າງທັງໝົດ ເຖິງ 29,238.69 ເຮັກຕາ ແລະ ນັກລົງສ່ວນໃຫຍ່ແມ່ນຕ່າງປະເທດ ເຊັ່ນ: ຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ມາເລເຊຍ.

ການຫັນທີ່ດິນເປັນທຶນ: ການປະເມີນການຈັັດຕັ້ງປະຕິບັດນະໂຍບາຍໃນໜຶ່ງທົດສະວັດທີ່ຜ່ານມາ

ຫຼາຍກວ່າ 10 ປີ ພາຍຫຼັງໄດ້ຮັບການສ້າງ, ລັດຖະບານລາວໄດ້ຕັ້ງຄໍາຖາມກ່ຽວກັບປະສິດທິຜົນຂອງນະໂຍບາຍ “ການຫັນທີ່ດິນເປັນທຶນ” ໃນການສ້າງມູນຄ່າທາງເສດຖະກິດຈາກການຫັນເປັນທຸລະກິດຂອງທີ່ດິນອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດທ້ອງຖິ່ນ ແລະ ການຫຼຸດຜ່ອນງົບປະມານຂອງລັດຕໍ່ການພັດທະນາໂຄ່ງລ່າງພື້ນຖານ.

ຄໍາແນະກ່ຽວກັບປະເດັນດິນຢູ່ໃນລາວ: ການຄຸ້ມຄອງທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດ

ຈຸດປະສົງຂອງເອກະສານນີ້ ແມ່ນເພື່ອຊ່ວຍໃຫ້ເກີດຄວາມເຂົ້າໃຈກ່ຽວກັບການພັດທະນາ, ແນວໂນ້ມ ແລະ ໂອກາດສໍາຄັນຕ່າງໆ ເຊິ່ງກ່ຽວຂ້ອງກັບທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດຢູ່ໃນ ສປປ ລາວ

ໂພສຫຼ້າສຸດ

ບົດຄວາມກໍລະນີສຶກສາ ໂຄງການສ້າງຄວາມເຂັ້ມແຂງໃຫ້ກັບວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ທີ່ ບ້ານ ນາຈອງ, ເມືອງ ຊຳເໜືອ, ແຂວງ ຫົວພັນ

ໂດຍ ແອັດມິນ ໃນລະຫວ່າງ ວັນທີ  14 ຫາ 17 ມີນາ 2023, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຫົວພັນ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງສະມາຊິກ ກໍຄື ໂຄງການ...

ວິດີໂອ: ການຂຶ້ນທະບຽນອອກໃບຕາດິນ/Land title registration (ພາສາລາວ/Lao)

ໂດຍ LIWG ໃນປະຕິກົດໝາຍປີ 2021 ໄດ້ມີການນໍາສະເໜີຂັ້ນຕອນການຂຶ້ນທະບຽນທີ່ດິນໂດຍອີງໃສ່ກົດ ໝາຍວ່າດ້ວຍທີ່ດິນເລກທີ 70/ສພຊ ປີ 2019 ມາດຕາ 99-101, ສະນັ້ນ ໃນປີນີ້ເພື່ອເປັນການສືບຕໍ່ລົງເລິກລາຍລະອຽດຂັ້ນຕອນຂອງການຂຶ້ນທະບຽນອອກໃບຕາດິນໂດຍອີງໃສ່ນິຕິກໍາລຸ່ມກົດໝາຍທີ່ອອກໃໝ່ຄື່ ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14...
loລາວ