ລັດຖະບານລາວ ໄດ້ກໍານົດ “6 ນະໂຍບາຍພິເສດ” ເພື່ອສະໜັບສະໜູນໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ

5911

ສະຫຼຸບຂ່າວໂດຍ LIWG

ໂຄງການ ເສັ້ນທາງລົດໄຟລາວ-ຈີນ ເປັນໜຶ່ງໃນໂຄງການພາຍໃຕ້ ນະໂຍບາຍຂອງປະເທດຈີນ ໜຶ່ງແລວທາງ ໜຶ່ງເສັ້ນທາງ (One Belt One Road) ເຊິ່ງໂຄງການດັງກ່າວນີ້ ເປັນການຮ່ວມທືນລະຫວ່າງ 2 ລັດຖະບານ ລາວ-ຈີນໃນການກໍ່ສ້າງ ໂດຍມີໄລຍະຍາວທັງໝົດ 414 ກິໂລຕາແມັດ ເລີ່ມແຕ່ ຊາຍແດນບໍ່ເຕັນ ແຂວງ ຄຸນມິງ, ປະເທດຈີນ ຫາ ນະຄອນຫຼວງວຽງຈັນ, ປະເທດລາວ. ໂຄງການນີ້ແມ່ນຜ່ານ 5 ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວຄື: ແຂວງຫຼວງນໍ້າທາ, ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ, ແຂວງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ.

ຮູບພາບ: ຂົວຂ້າມແມ່ນໍ້າຂອງຂອງເສັ້ນທາງລົດໄຟລາວ-ຈີນ ທີ່ແຂວງອຸດົມໄຊ/ພາບໂດຍ Daily News Oudomxay: http://bit.ly/2Wly1NT

ສະເພາະໃນໂຄງການນີ້ ລັດຖະບານທັງສອງຝ່າຍໄດ້ມີການວາງນະໂຍບາຍພິເສດຕ່າງໆ ເພື່ອດໍາເນີນກໍ່ສ້າງໂຄງການນີ້ ເຊິ່ງຈາກນະໂຍບາຍເຫັນວ່າ ໂຄງການນີ້ເປັນໂຄງການໃຫຍ່ລະດັບປະເທດ ໂດຍສະເພາະໃນປະເທດລາວທີ່ເຊື່ອວ່າ ໂຄງການນີ້ຈະເປັນໂຄງການທີ່ເປີດປະເທດຕົນໃຫ້ເຊື່ອມໂຍງກັບປະເທດອື່ນໆໃນພາກພື້ນ.

ສິ່ງທີ່ສໍາຄັນ ນອກເໜືອຈາກການເປັນໂຄງການຍຸດທະສາດຂອງປະເທດແລ້ວ ຝ່າຍລັດຖະບານລາວກໍ່ຍັງໄດ້ມີການກໍານົດ 06 ນະໂຍບາຍພິເສດ ເພື່ອສະໜັບສະໜູນໂຄງການສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງນະໂຍບາຍດັ່ງກ່າວມີຄື:

  1. ອະນຸຍາດໃຫ້ບໍລິສັດຮ່ວມທຶນນໍາໃຊ້ທີ່ດິນທີ່ເປັນຂອງລັດຈໍານວນ 03 ປະເພດ ໂດຍບໍ່ເສຍຄ່າສໍາປະທານປັນຕົ້ນ:
    ກ. ດິນໃນຂອບເຂດແລວທາງ, ຂອບເຂດສະຖານີ ແລະ ຂົວຂ້າມນໍ້າຂອງ,
    ຂ. ດິນໃນຂອບເຂດສະໝາມກໍ່ສ້າງໃນໄລຍະກໍ່ສ້າງ ແລະ ທາງຊອຍເຂົ້າ-ອອກ ສະໝາມກໍ່ສ້າງ,
    ຄ. ດິນໃນຂອບເຂດເຊື່ອມຕໍ່ເຂົ້າຫາສິ່ງອໍານວຍຄວາມສະດວກສາທາລະນຸປະໂພກ ແລະ ຂອບເຂດເຊື່ອມຕໍ່ກັບລະບົບເສັ້ນທາງຫຼວງແຫ່ງຊາດ;
  2. ເຫັນດີຍົກເວັ້ນອາກອນຕົວເລກທຸລະກິດ ແລະ ອາກອນມູນຄ່າເພີ່ມໃຫ້ບໍລິສັດຮ່ວມທຶນໃນໄລຍະການກໍ່ສ້າງທາງລົດໄຟ;
  3. ເຫັນດີຍົກເວັ້ນເກັບຄ່າທໍານຽມຊັບພະຍາກອນຕໍ່ການນໍາໃຊ້ວັດສະດຸກໍ່ສ້າງພາຍໃນປະເທດຄື: ດິນ, ຫີນ, ແຮ່ ແລະ ຊາຍ ໃນໄລຍະກໍ່ສ້າງ;
  4. ເຫັນດີຍົກເວັ້ນການເກັບຄ່າພາສີນຳເຂົ້າຂອງພາຫະນະກົນຈັກ, ວັດສະດຸ, ອຸປະກອນກໍ່ສ້າງ,ນໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ອຸປະກອນຈໍາເປັນອື່ນໆທີ່ຈະນຳເຂົ້າຈາກຕ່າງປະເທດ;
  5. ສ່ວນຄ່າທໍານຽມການພັກເຊົາ ແລະ ເຮັດວຽກຈະເກັບເຄິ່ງຄ່າ 50% ຂອງອັດຕາການເກັບຄ່າທໍານຽມຂໍອະນຸຍາດໃຫ້ຄົນຕ່າງປະເທດ (ຈີນ) ໃນການເຮັດບັດແຮງງານ, ໃບອະນຸຍາດພັກເຊົາ ແລະ ວີຊາເຂົ້າ-ອອກ;
  6. ເຫັນດີໃຫ້ບໍລິດສັດຮ່ວມທຶນພັດທະນາໂຄງການສະໜັບສະໜູນອື່ນໆປິ່ນອ້ອມໂຄງການທາງລົດໄຟເຊິ່ງລັດຖະບານລາວ ຈະພິຈາລະນາອະນຸມັດຕາມລະບຽບກົດໝາຍສົ່ງເສີມການລົງທຶນຂອງ ສປປລາວ.
ຮູບພາບ: ແຜ່ນທີ່ເສັ້ນທາງລົດໄຟແຕ່ປະເທດຈີນ – ປະເທດລາວ/ພາບໂດຍ RFA: http://bit.ly/2Jua9CN

ຈາກນະໂຍບາຍພິເສດດັ່ງກ່າວ ລັດຖະບານແຫ່ງ ສປຈີນ ເຫັນດີ ແລະ ໄດ້ມີການວາງນະໂຍບາຍ ເພື່ອສະໜັບສະໜູນໂຄງການດັ່ງກ່າວນີ້ເຊັ່ນກັນຄື:

  1. ສະໜັບສະໜູນໃຫ້ລັດວິສາຫະກິດທີ່ມີຄວາມສາມາດຂອງຈີນ ມາລົງທຶນກໍ່ສ້າງ ແລະ ດຳເນີນການບໍລິການທາງລົດໄຟ;
  2. ອະນຸມັດເງິນກູ້ພິເສດໃຫ້ແກ່ຝ່າຍລາວ ເພື່ອນໍາມາເປັນເງິນຕົ້ນທຶນສໍາລັບໂຄງການ ຈໍານວນ 480 ລ້ານໂດລາສະຫະລັດດ້ວຍດອກເບ້ຍ 2.3% ຕໍ່ປີ (ໂດຍຫຼັກການທົ່ວໄປໃນສາກົນແລ້ວ ແມ່ນຈະບໍ່ສາມາດກູ້ເງິນເພື່ອມາເປັນເງິນຕົ້ນທຶນໄດ້)
  3. ອັດຕາດອກເບ້ຍຂອງການລົງທຶນກໍ່ສ້າງທາງລົດໄຟໃນ ສປຈີນ ໃນໂຄງການທົ່ວໄປແມ່ນປະມານ 4,9% ຕໍ່ປີ;
  4. ລັດຖະບານຈີນ ໄດ້ສະໜອງນະໂຍບາຍກູ້ໃຫ້ແກ່ໂຄງການນີ້ໃນອັດຕາດອກເບ້ຍບໍ່ເກີນ 3% ຕໍ່ປີ ແລະ ສ່ວນຕ່າງຂອງອັດຕາດອກເບ້ຍດັ່ງກ່າວແມ່ນລັດຖະບານຈີນເປັນຜູ້ຖົມຂຸມໃຫ້.

ໃນສ່ວນຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນຈະມີຂອບເຂດການນຳໃຊ້ຄື:

  1. ເນື້ອທີ່ດິນຖາວອນ ສຳລັບແລວທາງລົດໄຟ ແລະ ສະຖານີ ລວມທັງໝົດປະມານ 3,058 ເຮັກຕາ;
  2. ຂອບເຂດການນຳໃຊ້ເນື້ອທີ່ດິນຊົ່ວຄາວສຳລັບເປັນບໍ່ດິນ, ບໍ່ຫີນ ແລະ ເປັນບ່ອນຖິ້ມສິ່ງເສດເຫລືອ 800 ເຮັກຕາ;
  3. ຕ້ອງໄດ້ສະຫງວນເນື້ອທີ່ດິນຈຳນວນໜຶ່ງ ຢູ່ທາງທິດໃຕ້ຂອງນະຄອນຫລວງວຽງຈັນ ເພື່ອຮອງຮັບການກໍ່ສ້າງລະບົບສາງ ແລະ ສູນປ່ຽນຖ່າຍແຈກສິນຄ້າ (ໂລຈິດສະຕິກ) ທີ່ທັນສະໄໝ.

ສໍາລັບຕົ້ນທຶນຂອງການກໍ່ສ້າງໂຄງການນີ້ ແມ່ນເປັນປະເດັນໜຶ່ງທີ່ນ່າສົນໃຈ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນມີການໃຊ້ທຶນຢ່າງມະຫາສານ ໂດຍຕົ້ນທຶນການກໍ່ສ້າງໂຄງການນີ້ແມ່ນມີມູນຄ່າເກືອບ 6 ຕື້ໂດລາສະຫະລັດ ໂດຍມີລາບລະອຽດຂອງໄລຍະການຈ່າຍ ແລະ ຜົນຕອບແທນແກ່ ສອງຝ່າຍຄື:

  1. ຜົນຕອບແທນຕົ້ນທຶນ 4.38% ແລະ ໄລຍະທີ່ສາມາດແທນທຶນຄືນທັງໝົດ 35 ປີ ລວມທັງໄລຍະກໍ່ສ້າງ;
  2. ສ່ວນຜົນຕອບແທນທາງເສດຖະກິດຂອງໂຄງການນີ້ແມ່ນ 24.57% ຖືວ່າສູງກວ່າຄ່າມາດຕະຖານດ້ານປະສິດທິຜົນໂດຍລວມທີ່ກຳນົດໄວ້ 12%
  3. ເມື່ອໂຄງການສຳເລັດແລ້ວ ຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຂະບວນການຜະລິດເປັນສິນຄ້າ ໂດຍ ລວມຂອງປະຊາຊົນບັນດາເຜົ່າ;
  4. ສຳລັບໂຄງສ້າງການລົງທຶນ ລາວ-ຈີນ ຈະຕ້ອງໄດ້ສ້າງຕັ້ງບໍລິສັດຮ່ວມທຶນສອງຝ່າຍ ໂດຍ ຝ່າຍລາວຖືຫຸ້ນ 30% ແລະ ຈີນ ຖືຫຸ້ນ 70%
  5. ແຕ່ລະຝ່າຍຕ້ອງອອກເງິນຕົ້ນທຶນ ຕາມອັດຕາສ່ວນຂອງການຖືຫຸ້ນຂອງຕົນ ແລະ ລວມກັນໃຫ້ໄດ 40% ຂອງມູນຄ່າໂຄງການ;
  6. ສ່ວນ 60% ບໍລິສັດຮ່ວມທຶນ ຈະກູ້ຢືມນຳທະນາຄານຂອງ ສປຈີນ.
  7. ສຳລັບການອອກເງິນຕົ້ນທຶນຂອງຝ່າຍລາວ ໂດຍລວມປະມານ 730 ລ້ານໂດລາສະຫະລັດ:
    ກ. ຝ່າຍລາວສາມາດອອກເງິນຕົ້ນທຶນເຂົ້າໃນໂຄງການນີ້ກ່ອນປະມານ 50 ລ້ານໂດລາສະຫະລັດ ເຊິ່ງລວມໄລຍະ 5 ປີຂອງການກໍ່ສ້າງ ເປັນເງິນທັງໝົດ 250 ລ້ານໂດລາສະຫະລັດ;
    ຂ. ສ່ວນຈຳນວນທີ່ຍັງບໍ່ພໍປະມານ 480 ລ້ານໂດລາສະຫະລັດ ຝ່າຍລາວໄດ້ສະເໜີລັດຖະບານຈີນ ພິຈາລະນາແກ້ໄຂດ້ວຍຮູບແບບກູ້ຢືມດອກເບ້ຍນະໂຍບາຍ
    ຄ. ການສະເໜີໂຄງສ້າງການລົງທຶນໃນລັກສະນະນີ້ ແມ່ນຄວາມພະຍາຍາມຂອງຝ່າຍຈີນ ທີ່ຈະເຮັດໃຫ້ໂຄງ ການມີຄວາມເປັນໄປໄດ້ສູງ ບົນພື້ນຖານຄວາມຫຍຸ້ງຍາກດ້ານການເງິນຂອງຝ່າຍລາວ ໃຫ້ມີຄວາມສະດວກຂຶ້ນ.
ຮູບພາບການກໍ່ສ້າງເສັ້ນທາງລົດໄຟ ໃນແຂວງ ອຸດົມໄຊ/ພາບໂດຍ LIWG

ເນື່ອງຈາກໂຄງການນີ້ກວມເອົາເນື້ອທີ່ຫຼາຍ ຈາກຂໍ້ມູນ ASEAN Today ລາຍງານວ່າ ໂຄງການນີ້ແມ່ນມີປະມານ 4,411 ຄອບຄົວ ທີ່ໄດ້ຮັບຜົນກະທົບ. ຈາກຂໍ້ມູນລ່າສຸດລາຍງານວ່າ ຕາມການລາຍງານຂອງທາງການລາວ ທ້າຍເດືອນສິງຫາຜ່ານມາ, ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສ້າງໄດ້ ກວ່າ 70% ເຊິ່ງຄາດວ່າຈະສໍາເລັດຕາມກຳນົດເວລາ ພ້ອມເປີດຂະບວນປະຖົມມະລືກ ໃນວັນທີ 2 ທັນວາ 2021ນີ້. ໃນຂະນະທີ່ການຊົດເຊີຍຈ່າຍໄປແລ້ວ 369 ຕື້ກີບ ເທົ່າກັບ 20.4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2,492 ຕື້ກີບ.

ວີດີໂອ ຄວາມຄືບໜ້າການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ (ວິດີໂອຈາກ Vientiane Times)

ອ້າງອີງຂໍ້ມູນຈາກ:

ອ່ານເພີ່ມເຕີມ:

  • ການເຈາະອຸມົງທາງລົດໄຟ ລາວ-ຈີນ ທີ່ແຂວງຫຼວງນໍ້າທາ ຄືບໜ້າກວ່າ 90%: http://bit.ly/33wQhpX
  • ປະຊາຊົນ92ຄອບຄົວໃນແຂວງອຸດົມໄຊ ໄດ້ຮັບເງິນຄ່າຊົດເຊີຍຈາກທາງລົດໄຟລາວ-ຈີນ: http://bit.ly/2BPQclC