ເງື່ອນໄຂໃນການໄດ້ຮັບການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ: ປະຕິທິນກົດໝາຍປະຈໍາເດືອນ ກັນຍາ – ຕຸລາ 2020

2539

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
———-

ການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ ແມ່ນມີຄວາມສໍາຄັນຕໍ່ກັບປະຊາຊົນຜູ້ຖືກຜົນກະທົບ ເປັນຕົ້ນແມ່ນເຂດບ້ານທີ່ຖືກຜົນກະທົບຈາກບັນດາໂຄງການຕ່າງໆ. ສະເພາະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ເພື່ອໃຫ້ເປັນໄປຕາມລະບຽບກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ການທົດແທນຄ່າເສຍຫາຍຈໍາເປັນຕ້ອງມີສິ່ງຢັ້ງຢືນທີ່ເປັນລາຍລັກອັກສອນ ແລະ ບໍ່ເປັນລາຍລັກອັກສອນ ຈຶ່ງຈະສາມາດໄດ້ຮັບຄ່າທົດແທນຄ່າເສຍຫາຍຕາມຄວາມເໝາະສົມ ແລະ ເປັນຈິງ.

ເພື່ອເປັນການເຜີຍແຜ່ຂໍ້ມູນດັ່ງກ່າວ ໃນປະຕິທິນປະຈໍາເດືອນ ກັນຍາ-ຕຸລາ ນີ້ ໄດ້ນໍາສະເໜີ ຫົວຂໍ້: ເງື່ອນໄຂໃນການໄດ້ຮັບການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ ໂດຍໄດ້ອີງໃສ່ ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບເລກທີ 45 ສພຊ, ລົງວັນທີ 15 ມິຖຸນາ 2018 ແລະ ໄດ້ຍົກເອົາ ມາດຕາ22 ການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ ກ່ຽວກັບການຈັດສັນພູມລໍາເນົາສໍາລັບປະເພດການຈັດສັນທົ່ວໄປ ໂດຍປະຕິບັດຕາມແຜນຈັດສັນຂອງຄະນະກໍາມະການຈັດສັນພູມລໍາເນົາ ແລະ ອາຊີບທີ່ໄດ້ຮັບຮອງຢ່າງເປັນທາງການ ໂດຍສອດຄ່ອງກັບກົດໝາຍ ມານໍາສະເໜີ ໃນປະຕິທິນໜ້ານີ້. ສໍາລັບການທົດແທນຄ່າເສຍຫາຍ ຈາກການຈັດສັນພູມລໍາເນົາສໍາລັບປະເພດການຈັດສັນສະເພາະ ແມ່ນໄດ້ກໍານົດໄວ້ 14 ຂໍ້ (ເຊິ່ງມີເນື້ອໃນລາຍລະອຽດຕາມໜ້າປະຕິທິນນີ້).

ປະຕິທິນກົດໝາຍປະຈໍາເດືອນ ກັນຍາ – ຕຸລາ 2020

ເອກະສານອ້າງອີງ ‘ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ ເລກທີ 45/ສພຊ, ລົງວັນທີ 15 ມິຖຸນາ 2018: http://bit.ly/2NCE3qD