ດິນຂອງຟ້າ: ໂຮມເລື່ອງສັັ້ນກ່ຽວກັບ ດິນ, ແມ່ນໍ້າ ແລະ ປ່າໄມ້

3095

ປື້ມເລື່ອງ ໂດຍ ສະມາຄົມນາໆຊາດເພື່ອມະນຸດ (GAPE)

ດິນ ແມ່ນໍ້າ ແລະ ປ່າໄມ້ ແມ່ນສິ່ງທີ່ທໍາມະຊາດສັນສ້າງຂຶ້ນມາໃຫ້ຢູ່ຄູ່ກັບມະນຸດ. ຖ້າຂາດສິ່ງເຫຼົານີ້ ມະນຸດກໍ່ບໍ່ມີອາຫານຫຼໍ່ລ້ຽງຊີວິດຂອງຕົນເອງໄດ້. ປະຊາຊົນຢູ່ຊົນນະບົດ ມີຊີວິດທີ່ຜູກພັນກັບທໍາມະຊາດຫຼາຍທີ່ສຸດ ຖ້າຂາດດິນ ຂາດນໍ້າ ແລະ ປ່າໄມ້ແລ້ວ ລົມຫາຍໃຈຂອງເຂົາເຈົ້າກໍ່ຂາດສະບັ້ນລົງຢ່າງແນ່ນອນ. ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະທໍາຄວາມດີໄດ້. ເຂົາເຈົ້າຄືກະດູກສັນຫຼັງທີ່ແທ້ຈິງຂອງປະເທດຊາດ ເປັນຜູ້ທີ່ຂັບເຄື່ອນເສດຖະກິດດ້ວຍການຜະລິດອາຫານ ເພື່ອປ້ອນໃຫ້ຊຸມຊົນຢູ່ເມືອງໃຫຍ່ ແລະ ເພື່ອສົ່ງອອກຕ່າງປະເທດ.

ມາເຖິງປັດຈຸບັນເຫັນວ່າສະພາບທໍາມະຊາດແມ່ນມີການປ່ຽນແປງໄປຫຼາຍ ແລະ ການປ່ຽນແປງນັ້ນ ແມ່ນໄດ້ສົ່ງຜົນກະທົບຕໍ່ວິທີການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະໃນເຂດຊົນນະບົດ. ສະນັ້ນ ເພື່ອເປັນການບອກເລົ່າເລື່ອງລາວ ແລະ ການນໍາສະເໜີຂໍ້ຄິດທີ່ໆກ່ຽວກັບຄວາມສໍາຄັນຂອງຊັບພະຍາກອນທໍາມະຊາດ ທາງ ສະມາຄົມນາໆຊາດເພື່ອມະນຸດ (GAPE) ຈຶ່ງໄດ້ມີການສະໜັບສະໜູນການຈັດພິມປື້ມເລື່ອງນີ້ຂື້ນມາ ເຊິ່ງເປັນປື້ມເລື່ອງໂຮມເລື່ອງສັ້ນທີ່ຂຽນໂດຍ ນັກຮຽນມັດທະຍົມເມືອງປາຊ່ອງ,ແຂວງຈໍາປາສັກ

ດາວໂລດປຶ້ມເລື່ອງນີ້:
ພາສາລາວ
ພາສາອັງກິດ


ແຫຼ່ງທີ່ມາ: ເວັບໄຊທ໌ ສະມາຄົມນາໆຊາດເພື່ອມະນຸດ (GAPE)