ພົບ 7 ກໍລະນີ ຈາກຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ຈຳນວນ 438 ໂຄງການ ຢູ່ໃນທົ່ວປະເທດ

3711

ຂ່າວຈາກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

MONRE/ ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ ນະຄອນຫຼວງວຽງຈັນ ໂດຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບ ແລະ ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດ ການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ຂອງຄະນະສະເພາະກິດ ທີ່ໄດ້ຮັບການແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງສະບັບເລກທີ 35/ນຍ, ລົງວັນທີ 03 ມິຖຸນາ 2019 ແລະ ຄໍາສັ່ງວ່າດ້ວຍ ການດຳເນີນການກວດກາ ຈຳນວນ 438 ໂຄງການເຊົ່າ-ສຳປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 08/ນຍ, ລົງວັນທີ 27 ມິຖຸນາ 2019 ເຊິ່ງຄະນະສະເພາະກິດຂັ້ນສູນກາງ ໄດ້ດໍາເນີນການກວດກາ 438 ໂຄງການໃນທົ່ວປະເທດ ຮ່ວມກັບຄະນະສະເພາະກິດຂອງອົງການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍໄດ້ສໍາເລັດໃນເດືອນກັນຍາ 2019.

ຜົນຂອງການກວດກາໂຄງການເຊົ່າ-ສຳປະທານທີ່ດິນລັດຈຳນວນ 438 ໂຄງການ,​ ຄະນະສະເພາະກິດ ສາມາດສະຫຼຸບ ແລະ ຕີລາຄາ ເປັນ 07 ກໍລະນີຄື:

1. ໂຄງການບໍ່ມີຕົວຕົນ;
2. ໂຄງການຍົກເລີກແລ້ວ;
3. ໂຄງການບໍ່ມີການເຄື່ອນໄຫວ ຫຼື ໝົດອາຍຸ;
4. ໂຄງການສະເໜີສືບຕໍ່ ແຕ່ໃຫ້ມີການກວດກາຄືນດ້ານນິຕິກຳ, ພັນທະທາງດ້ານການເງິນ ເປັນຕົ້ນ ໂຄງການທີ່ອົງການປົກຄອງແຂວງໄດ້ອະນຸມັດເກີນຂອບເຂດສິດ, ໂຄງການທີ່ບໍ່ມີການຢັ້ງຢືນສິ່ງແວດລ້ອມ ບໍ່ໄດ້ເສຍຄ່າເຊົ່າ-ສຳປະທານທີ່ດິນລັດ, ໂຄງການທີ່ບໍ່ທັນມີສັນຍາ ຫຼື ສັນຍາໝົດອາຍຸ ແຕ່ຍັງດຳເນີນປົກກະຕິ;
5. ໂຄງການທີ່ບໍ່ແມ່ນໂຄງການເຊົ່າ-ສຳປະທານທີ່ດິນລັດ;
6. ໂຄງການມີຂໍ້ຂັດແຍ່ງ
7. ໂຄງການໂອນເອົາທີ່ດິນລັດມາເປັນທີ່ດິນບຸກຄົນ.

ຈາກປະເດັນດັ່ງກ່າວ, ກອງປະຊຸມໄດ້ດຳເນີນການປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ກັບວິທີການແກ້ໄຂສະເພາະໜ້າ ຄື:

1. ການປະຕິບັດຕາມ 7 ທັດສະນະຊີ້ນໍາ ແລະ 10 ທິດທາງຕົ້ນຕໍ ຂອງມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ສະບັບເລກທີ 026/ຄບສພ, ລົງວັນທີ 03 ສິງຫາ 2017;
2. ການຄົ້ນຄວ້າກົນໄກການແຈ້ງທວງ ແລະ ການມອບພັນທະຕາມສັນຍາ ແລະ ກົດໝາຍ;
3. ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ໃນການຕິດຕາມກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ;
4. ການແບ່ງຄວາມຮັບຜິດຊອບລະຫວ່າງ ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ໃນວຽກງານອະນຸຍາດເຊົ່າ-ສຳປະທານທີ່ດິນລັດ ແລະ ການເກັບພັນທະດ້ານຕ່າງໆ;
5. ການສ້າງຖານຂໍ້ມູນໃຫ້ເປັນລະບົບ ແລະ ການສະໜອງຂໍ້ມູນ ເຊິ່ງກັນ ແລະ ກັນ;
6. ການສືບຕໍ່ແກ້ໄຂໂຄງການທີ່ໄດ້ກວດກາໄປແລ້ວ;
7. ການສະເໜີ ປັບປຸງ ລັດຖະບັນຍັດ 01/ປປທ, ລົງວັນທີ 08 ພຶດສະພາ 2007, 02/ປປທ, ລົງວັນທີ 18 ພະຈິກ 2009 ແລະ ນິຕິກໍາທີ່ກ່ຽວຂ້ອງ;
8. ການສືບຕໍ່ກວດກາໂຄງການທັງໝົດທີ່ໄດ້ອະນຸຍາດເຊົ່າ-ສຳປະທານທີ່ດິນຂອງລັດໄປແລ້ວ.

ເຊິ່ງຜົນຂອງກອງປະຊຸມຄັ້ງນີ້ ຄາດວ່າຈະຖືກນຳສະເໜີລາຍງານໃນກອງປະຊຸມເປີດກວ້າງຂອງລັດຖະບານໃນທ້າຍປີ 2019 ນີ້.

ກອງປະຊຸມນີ້ແມ່ນເປັນປະທານຂອງ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳຄະນະສະເພາະກິດເພື່ອດຳເນີນການກວດກາ 438 ໂຄງການ ແລະ ການເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງ.

ພາບການກໍ່ສ້າງ ໃນສະຖານທີ່ແຫ່ງໜຶ່ງໃນປະເທດລາວ. ພາບຈາກ ABC Laos News

ກ່ອນໜ້ານີ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ລາຍງານກ່ຽວກັບ ການກວບສອບໂຄງການເຊົ່າ-ສໍາປະທານທີ່ນີ້ໃນທົ່ວປະເທດໃນຈໍານວນ 1,758 ໂຄງການ ໂດຍພົບວ່າ 438 ໂຄງການ  ກວມເອົາເນື້ອທີ່ 240,189 ເຮັກຕາ ແມ່ນບໍ່ໄດ້ມີການພັດທະນາ ແລະ ປະລະບໍ່ເອົາໃຈໃສ່ ໄດ້ລາຍໄວ້ທີ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 26 ພະຈິກ 2018 ວ່າ ທາງກະຊວງແມ່ນຈະລາຍງານຕໍ່ລັດຖະບານໃນທ້າຍປີ 2018 ເພື່ອກຽມຍົກເລີກສັນຍາ ແລະ ດໍາເນີນການປັບໃໝຕາມສັນຍາ.

ອ່ານຂໍ້ມູນເພີ່ມເຕີມກ່ຽວກັບປະເດັນນີ້ທີ່:

——————————————-
ແຫຼ່ງຂ່າວຈາກ:
1. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ: http://bit.ly/2KNhkXe  
2. ລາວໂພສ: http://bit.ly/34e6yB0 ຫຼື http://bit.ly/2DdXgsX